ມີໄຟເຍືອງທາງ ຫ່າງອຸບັດເຫດ
ໂດຍ: ມຶກບໍ່ແຫ້ງ
ການເກີດອຸບັດເຫດໃນ ສປປລາວນັບວ່າຮ້າຍແຮງ ເຊິ່ງອາດມີຫຼາຍສາເຫດແຕ່ໜຶ່ງໃນນັ້ນກໍແມ່ນ ເລື່ອງຄວາມປອດໄພຂອງຖະໜົນຫົນທາງໂດຍສະເພາະໄປທາງມືດ ມັນກໍມີຄວາມສ່ຽງບໍ່ໜ້ອຍ.
ໃນບັນດາ ຕົວເມືອງໃຫຍ່ຂອງ ສປປລາວ ໂດຍສະເພາະ ນະຄອນຫຼວງວຽງຈັນ ທີ່ເປັນເມືອງຫຼວງ ແລະ ມີພົນລະເມືອງອາໄສຢູ່ຫຼາຍທີ່ສຸດນັ້ນ ຖືວ່າ ການໄປມາຂອງຜູ້ຄົນເອີ້ນວ່າໝົດມື້ໝົດຄືນ ເພາະສະນັ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ການສັນຈອນດັ່ງກ່າວ ໄຟເຍືອງທາງຖືເປັນປັດໄຈສຳຄັນທີ່ສຸດ.
ແຕ່ເຖິງປານນັ້ນກໍຕາມ, ພວກເຮົາຍອມຮັບກັນວ່າ ຖະໜົນຫົນທາງຫຼາຍສາຍໃນນະຄອນຫຼວງເຮົາຍັງມືດຕຶບຢູ່, ບໍ່ວ່າຖະໜົນ ທີ່ຍັງເປັນທາງແດງ ແຕ່ເປັນຕາໜ້າຄິດກໍແມ່ນບັນດາ ເສັ້ນທາງປູຢາງ, ທາງຄອນກຣີດ ຫຼາຍເສັ້ນ ມີເສົາ ແລະ ດອກໄຟເຍືອງທາງ ຢັ່ງຢາຍໄປຕາມຂອບເສັ້ນທາງ ແຕ່ກາງຄືນມາມັນພັດບໍ່ເຮັດວຽກ, ຄັນຊັ້ນ ພວກເຮົາຫຼາຍຄົນກໍຍັງຕ້ອງລະວັງທາງດີ ເພາະວ່າທາງດີ ແຕ່ມືດ ມັນອັນຕະລາຍຫຼາຍຍ້ອນວ່າຜູ້ຂັບຂີ່ໃນ ສປປລາວ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນຍັງພາກັນນັບຖື ກົດຈະລາຈອນໜ້ອຍຫຼາຍ, ຮ້າຍແຮງໄປກວ່ານັ້ນອາດມີຫຼາຍກວ່າ 50 % ຂອງຜູ້ຂັບຂີ່ ຕາມທ້ອງຖະໜົນ ບໍ່ມີໃບຂັບຂີ່ທີ່ຖືກຕ້ອງ ຜ່ານການສອບເສັງຕາມມາດຕະຖານຄັກແນ່ຈຶ່ງພາໃຫ້ຄົນສ່ວນຫຼາຍ ຂັບລົດໄວໄຮ້ຈັນຍາບັນໃນທາງມືດເຮັດໃຫ້ມີຄວາມສ່ຽງສູງ ຕໍ່ການເກີດອຸບັດເຫດ.
ຈາກສະຖິຕິຂອງທາງການທີ່ຫາກໍເປີດເຜີຍເມື່ອມໍ່ໆມານີ້ໃຫ້ຮູ້ວ່າພຽງ 6 ເດືອນຕົ້ນປີ 2019 ນີ້ ມີຜູ້ເສຍຊີວິດຈາກອຸບັດເຫດຮອດ 600 ຄົນ, ເປັນອັນວ່າເດືອນລະ 100, ທິດລະ 25, ເກືອບມື້ລະ 4 ຄົນ ຖ້າຕົວເລກນີ້ ເປັນການຕາຍຍ້ອນການລະບາດພະຍາດໄຂ້ຍຸງຄົງແຕກຕື່ນ ທົ່ວບ້ານທົ່ວເມືອງແຕ່ເປັນເລື່ອງອຸບັດເຫດແລ້ວເປັນຫຍັງພວກເຮົາ ຄືປ່ອຍປະແບບນີ້?
ການບຸກບືນໃຫ້ ໄຟຮຸ່ງ (ດີ) ທຸກເສັ້ນທາງມັນອາດເປັນເລື່ອງທີ່ລຳບາກ ເມື່ອເວົ້າເຖິງການເສຍຄ່າໄຟຟ້າຂອງພາກສ່ວນທີ່ກ່ຽວຂ້ອງ ແຕ່ໃຫ້ຄິດສາວ່າ ນີ້ແມ່ນເປັນເລື່ອງຈຳເປັນຂອງຊາດ ທີ່ກຳລັງກ້າວສູ່ຍຸກຮຸ່ງເຮືອງເຫຼືອງເຫຼື້ອມເຊິ່ງພວກເຮົາ ຄວນຊອກທຸກວິທີທາງເພື່ອໃຫ້ມີໄຟຮຸ້ງແຈ້ງຕາມເສັ້ນທາງຕ່າງໆ.
ການມີໄຟເຍືອງທາງອາດບໍ່ສະເພາະແຕ່ຊ່ວຍຫຼຸດຜ່ອນອຸບັດເຫດ ແຕ່ຍັງຊ່ວຍໃນການຫຼຸດຜ່ອນອາຊະຍາກຳຕ່າງໆໄດ້ບໍ່ວ່າການປຸ້ນຈີ້, ການທຳຮ້າຍຮ່າງກາຍ ແລະ ອື່ນໆ ເຊິ່ງເອີ້ນງ່າຍໆວ່າ: ດອກໄຟໄວ້ຊີວິດ ຜູ້ຄົນທຽວທາງຍາມຄໍ່າຄືນດັ່ງນີ້ເປັນຕົ້ນ.
ເພາະສະນັ້ນ, ການເຮັດໃຫ້ໄຟຮຸ່ງແຈ້ງຕາມສາຍທາງຕ່າງໆນັ້ນ ອາດເປັນວຽກໜຶ່ງທີ່ພວກເຮົາຄວນປັບປຸງໃຫ້ດີຂຶ້ນ, ມັນອາດເປັນໄປໄດ້ວ່າ ຖ້າທາງດີ ມີໄຟແຈ້ງຈະສາມາດຊ່ວຍຊີວິດຂອງຄົນລາວໄດ້ຫຼາຍຊີວິດ.