ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ

ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ - 58 - ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ
ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ - kitchen vibe - ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ

ສະບາຍດີທ່ານຜູ້ອ່ານ ທັງຫຼາຍ, ມີລາຍງານຈາກອົງ ການສະຫະປະຊາຊາດວ່າ: ປັດຈຸບັນ, ປະຊາກອນໂລກ ມີ 7,7 ຕື້ຄົນ ແລະ ຈະເພີ່ມຂຶ້ນ ເປັນ 9,7 ຕື້ຄົນໃນປີ 2050, ໝາຍວ່າຈະເພີ່ມຂຶ້ນ 2 ຕື້ ຄົນ ພາຍໃນ 32 ປີ. ໃນນັ້ນ, ມີ ບາງຂົງເຂດປະຊາກອນເພີ່ມຂຶ້ນຢ່າງໄວວາເຊັ່ນ: ອິນເດຍ, ໄນຈີເຣຍ, ປາກິດສະຖານ, ກົງ ໂກ, ອີທີໂອປີ, ຕັນຍາເນຍ… ແຕ່ມີບາງຂົງເຂດຊໍ້າພັດຫຼຸດ ລົງເຊັ່ນ: ຈີນ, ຍີ່ປຸ່ນ. ເມື່ອປະ ຊາກອນຂະຫຍາຍຕົວ ບໍ່ສະ ໝໍ່າສະເໝີກັນຄືແນວນັ້ນ, ບ່ອນທີ່ມີປະຊາກອນຫຼາຍ ກໍຈະຊອກຫາວິທີເຄື່ອນຍ້າຍ ໄປຢູ່ຂົງເຂດ ຫຼື ປະເທດທີ່ມີ ພົນລະເມືອງໜ້ອຍ. ເຊິ່ງປາ ກົດການແບບນີ້ ມີໜໍ່ແໜງ  ເກີດ ຂຶ້ນຢູ່ບາງປະເທດແລ້ວ. ສະນັ້ນ, ປະເທດລາວພວກ ເຮົາຕ້ອງມີສະຕິ ແລະ ຕື່ນຕົວ ຕໍ່ບັນຫານີ້ແຕ່ຫົວທີແມ່ນດີ ທີ່ສຸດ. ດັ່ງທ່ານປະທານເຈົ້າ ສຸພານຸວົງ, ຜູ້ນຳທີ່ດີເລີດ ຂອງປະຊາຊົນລາວເພີ່ນ ມອງ ເຫັນບັນຫາດັ່ງກ່າວ ກ່ອນໜ້າ ນີ້ແລ້ວ 35 ປີຄືນຫຼັງ. ໃນຖາ ນະເພີ່ນເປັນປະທານສະພາ ປະຊາຊົນສູງສຸດ, ເພີ່ນເວົ້າ   ວ່າ: ” ສະພາຕ້ອງຄົ້ນຄວ້າ ກົດໝາຍທີ່ຮັດກຸ່ມໃນເລື່ອງນີ້ ພ້ອມທັງຫາບົດລົງໂທດຢ່າງໜັກຕໍ່ການກະທຳຜິດໃນ   ການມອບຮັບສັນຊາດລາວ ສຳລັບທັງຄົນລາວ ແລະ ຕ່າງ ຊາດເພື່ອສະກັດກັ້ນການຫຼັ່ງ ໄຫຼເຂົ້າມາໃນລາວຢ່າງຜິດ ກົດໝາຍ ຂອງຕ່າງຊາດ ແລະ ເພື່ອປົກປັກຮັກສາຊັບພະຍາກອນຂອງຊາດລາວໄວ້ໃຫ້ ລູກຫຼານໄດ້ຊົມໃຊ້ຢ່າງເຕັມ ເມັດເຕັມໜ່ວຍຕາບເທົ່າ ໃດໆ” , ” ພວກເຮົາຍັງຕ້ອງ ເຂົ້າໃຈວ່າ ຄົນຕ່າງຊາດທີ່ເຂົ້າ ມາເມືອງລາວກໍມີທັງຄົນດີ ແລະ ຄົນບໍ່ດີ ໃນອັດຕາສ່ວນ 50-50 ເປັນຢ່າງໜ້ອຍ ຫຼື ອາດມີຄົນບໍ່ດີຫຼາຍກວ່າ.      ດັ່ງນັ້ນຈຶ່ງຕ້ອງຢຶດໝັ້ນຜົນ         ປະໂຫຍດໃນໄລຍະຍາວ ຂອງປະຊາຊົນລາວທຸກເຜົ່າ ເປັນສຳຄັນໃນການອະນຸມັດ ສັນ ຊາດລາວ ” , ” ຄົນບໍ່ ດີ ທີ່ມີ ບັດປະຈຳຕົວປະຊາຊົນ ລາວສາມາດຊື້ທີ່ດິນອະສັງ ຫາ ລິມະຊັບ ແລະ ສັງຫາລິ ມະຊັບໄດ້ ກໍຄືຄອບຄອງທຸລະກິດ ທຸກປະເພດ ຍ້ອນວ່າມີ ທຶນຮອນຫຼາຍກ່ວາປະຊາຊົນຄົນລາວທຳມະດາທົ່ວໄປ ແລະ ອື່ນໆ ໂດຍພວກເຂົາ ສາມາດຊັກຊວນເອົາ ແລະ ອອກໜ້າ ແທນຍາດຕິພີ່ນ້ອງໝູ່ຄູ່ ພັກພວກ ທີ່ຍັງ ບໍ່ໄດ້ຮັບສັນຊາດລາວເທື່ອ ດ້ວຍຄ່າຈ້າງລາງວັນ ອັນ ຫຼວງຫຼາຍ ເຊິ່ງກາຍ ເປັນ ທຸລະກິດ ຜິດກົດໝາຍ ອັນ ຕະລາຍຢ່າງຍິ່ງ ” . ”  ການ ຊື້ຈ້າງເຈົ້າໜ້າທີ່ຂັ້ນຕ່າງໆ ນັບຕັ້ງແຕ່ຂັ້ນບ້ານ ຂັ້ນເມືອງ ຂຶ້ນຮອດຂັ້ນສູນກາງ ແມ່ນ ອີກຊ່ອງທາງໜຶ່ງ ເພື່ອໄດ້ມາ ເຊິ່ງບັດປະຈຳຕົວປະຊາຊົນ ຢ່າງຜິດກົດໝາຍ ຂອງຄົນ ຕ່າງຊາດ ໂດຍບໍ່ຜ່ານການ ກວດກາ.  ເມື່ອໄດ້ຮັບບັດປະ ຈຳຕົວປະຊາຊົນແລ້ວຄົນ ຕ່າງຊາດກໍກາຍເປັນພົນລະ ເມືອງລາວທັນທີ ໄດ້ຮັບສິດ ທິຂອງຄົນລາວ ຢ່າງເຕັມ ສ່ວນ ແລະ ອັນຕະລາຍກວ່າ ເພີ່ນແມ່ນ ໄດ້ຮັບສິດທິເລືອກ ຕັ້ງ ແລະ ໄດ້ຮັບເລືອກຕັ້ງສິດ ທິ ຊື້ຂາຍຄອບຄອງທີ່ດິນ ທີ່ມີແຮ່ທາດຍຸດທະສາດ, ຈຸດ ທ່ອງທ່ຽວສຳຄັນ ທີ່ດິນເພື່ອ ການກະເສດ ທີ່ດີນປຸກສ້າງ ແລະ ອື່ນໆອີກດ້ວຍ ” .

ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ - 58 - ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ

ຜ່ານມາລັດຖະບານ ລາວເຂັ້ມງວດບັນຫານີ້ສໍ່າໃດ ແລ້ວ? ຄຳສອນດັ່ງກ່າວຈະ ເປັນຄະຕິເຕືອນໃຈໃຫ້ພວກ ເຮົາຄຳນຶງ ແລະ ມີສະຕິໃນ ການຈັດຕັ້ງປະຕິບັດກົດໝາຍດັ່ງກ່າວໃຫ້ເຂັ້ມງວດ ແລະ ຮັດກຸ່ມ.

ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ - Visit Laos Visit SALANA BOUTIQUE HOTEL - ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ

       ໂດຍ: ລູກເມືອງພວນ

ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ - 3 - ໜ້າເປັນຫວ່ງໃນເມື່ອຄົນຕ່າງຊາດເຂົ້າມາຢູ່ລາວຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!