ໜ້າເປັນຫວ່ງປະຊາກອນໂລກ 7,7 ຕື້ຄົນແລ້ວ


ຖ້າປະຊາກອນໂລກເພີ່ມຂຶ້ນອີກ 2 ຕື້ຄົນ ກໍຈະເປັນ 9,7 ຕື້ຄົນໃນປີ 2050, ເວລາ ນັ້ນບັນຫາຕ່າງໆ ຈະຕາມມາເຊັ່ນ: ສັງຄົມ ໂລກຈະຫັນ ເປັນເຖົ້າ, ຊັບພະຍາກອນ ຈະເຫືອດແຫ້ງ.


ອີງຕາມລາຍງານຂອງສະຫະປະຊາຊາດ ໃນວັນທີ 17 ມິຖຸນາຜ່ານມານີ້, ໃຫ້ຮູ້ວ່າ: ປະຊາກອນໂລກຈະເພີ່ມຂຶ້ນ ອີກ 2 ຕື້ຄົນ ພາຍໃນ 30 ປີ ຂ້າງໜ້ານີ້, ຈາກ 7,7 ຕື້ຄົນໃນປັດຈຸບັນ ຂຶ້ນມາເປັນ 9,7 ຕື້ຄົນໃນປີ 2050.
ເສຍເວລາເປັນຫຼາຍພັນປີ, ປະຊາກອນໂລກຈິ່ງມີເຖິງ 5 ຕື້ຄົນ ໃນປີ 1987, ແຕ່ ອີກ 32 ປີຕໍ່ໜ້ານີ້, ປະຊາກອນ ຂອງໂລກຈະມີ 8 ຕື້ຄົນ. ການ ເພີ່ມຂຶ້ນຢ່າງໄວວາຄືແນວນີ້, ສະຫະປະຊາຊາດຈຶ່ງເອົາວັນທີ 11 ກໍລະກົດແຕ່ລະປີ ເປັນ ວັນປະຊາກອນໂລກ ເພື່ອ ແນໃສ່ໃຫ້ທົ່ວທັງໂລກສາ ມາດຮັບຮູ້ໄດ້ກ່ຽວກັບບັນຫາປະຊາກອນ.
ປະຊາກອນໂລກເພີ່ມ ຂຶ້ນຢ່າງໄວວາ, ແຕ່ບໍ່ສະ ໝໍ່າສະເໝີ, ມີບາງຂົງເຂດກຳລັງຂາດເຂີນປະຊາກອນ. ອີງຕາມການລາຍ ງານຂອງສະຫະປະຊາຊາດ ໃຫ້ຮູ້ວ່າ: ມີ 27 ຊາດ ແລະ ຂົງເຂດຈຳນວນໜຶ່ງ ປະຊາກອນກຳລັງຫຼຸດລົງ 1% ຫຼືຫຼຸດນັ້ນ ນັບແຕ່ປີ 2010 ເປັນຕົ້ນມາ ຍ້ອນອັດຕາການເກີດຢູ່ໃນລະດັບ ຕໍ່າ, ເຊັ່ນ: ຈີນ, ຍີ່ປຸ່ນ.ອັດຕາການເກີດໃນທົ່ວໂລກລຸດລົງຈາກ 3,2 ຄົນ/ຜູ້ຍິງ 1 ຄົນ ໃນປີ 1990, ຍັງເຫຼືອ 2,5 ຄົນ/ຜູ້ຍິງ 1 ຄົນໃນປີ 2019 ແລະ ຍັງຈະສືບ ຕໍ່ ຫຼຸດລົງເລື້ອຍໆ.
ແຕ່ໃນເວລາດຽວກັນ ນັ້ນ, ມີບາງຂົງເຂດ ປະຊາ ກອນຊໍ້າພັດເພີ່ມຂຶ້ນຢ່າງ ໄວວາ. ເຊັ່ນ: ເຂດອາຟຣິກາ ຕິດກັບທະເລຊາຍ ຊາຮາຣາ ( Sahara ), ຄາດຄະເນ ວ່າ ປະຊາກອນຈະເພີ່ມຂຶ້ນ ທົບເທົ່າໃນປີ 2050 ແລະ ມີ 9 ປະເທດຄື: ອິນເດຍ, ໄນຈີເຣຍ, ປາກິດສະຖານ, ກົງໂກ, ເອທີໂອປີ, ຕັງຢາ ເນຍ, ອີນໂດເນເຊຍ, ເກລັກ ແລະ ສະຫະລັດອາເມລິກາ, ຈະກວມເອົາເຄີ່ງໜຶ່ງຂອງ ຕົວເລກຄາດຄະເນເພີ່ມຂຶ້ນ ຂອງປະຊາກອນໂລກໃນປີ 2050.
ອາຍຸຍືນຂອງປະຊາ ກອນໂລກຄາດວ່າຈະເພີ່ມ ຂຶ້ນ ຈາກ 72,6 ປີ ຂຶ້ນເປັນ 77,1 ປີໃນປີ 2050. ສິ່ງ ທີ່ໜ້າ ເປັນຫ່ວງກໍຄືອາ ຍຸຍືນຂອງ ຄົນໃນປະເທດ ດ້ອຍພັດທະນາຈະຕໍ່າກ່ວາ 7,4 ປີທຽບ ໃສ່ການເພີ່ມ ຂຶ້ນສະເລ່ຍໃນ ທົ່ວໂລກ. ອີງ ຕາມການລາຍງານຂອງ ສະຫະປະຊາຊາດໃຫ້ຮູ້ວ່າ: ຍ້ອນສາເຫດທີ່ວ່າ, ອັດ ຕາການຕາຍຂອງເດັກ ແລະ ແມ່ເພີ່ມຂຶ້ນສູງ ແລະ ການ ຕິດເຊື້ອ ເຮັດໄອວີ HIV ແລະ ສະພາບໃຊ້ຄວາມຮຸນແຮງ ຂອງເຂດມີການປະເຊີນໜ້າທາງທະຫານ.
ໃນປີ 2050, ຄາດວ່າ ຈະມີປະຊາກອນໂລກປະ ມານ 68% ຈະດຳລົງຊີວິດ ຢູ່ໃນເຂດຕົວເມືອງໃຫຍ່ ປັດຈຸບັນມີຫຼາຍຊາດທີ່ກຳ ລັງເພີ່ມພົນລະເມືອງຂອງ ຕົນຂຶ້ນ, ອັນຈະພາໃຫ້ ເກີດ ບັນຫາຂອງສັງຄົມຕາມມາ ເຊັ່ນ: ສະພາບແວດລ້ອມ ອາກາດຈະຮ້ອນຂຶ້ນ, ຊັບພະຍາກອນຈະເຫືອດແຫ້ງ, ອາກາດຈະເກີດມົນລະພິດ ຢ່າງຮ້າຍແຮງ, ຂາດສານ ອາຫານ, ຂາດຄວາມສະເໝີພາບລະຫວ່າງເພດ, ພະຍາດອະຫິວາເພີ່ມຂຶ້ນ, ສັງຄົມຂອງໂລກມີຄົນເຖົ້າ ເພີ່ມຂຶ້ນ, ການກຳເນີດຫຼຸດລົງ, ສ້າງຄວາມຫຍຸ້ງຍາກ ທາງດ້ານເສດຖະກິດຂອງ ໂລກ, ການໃຊ້ຈ່າຍສະຫວັດ ດີການສັງຄົມເພີ່ມຂຶ້ນ ແລະ ອື່ນໆ./.
ຮຽບຮຽງໂດຍ: ລູກເມືອງພວນ