ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ

- kitchen vibe - ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ

- NjpUs24nCQKx5e1A55RLH3uYecdT7UrHxMVeATeD9it 300x168 - ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ
     ຕອນ​ຄໍ່າ​ວັນ​ທີ 13 ມີນາ​ນີ້, ສະພາ​ສູງ​ອັງກິດ​ໄດ້​ລົງ​ຄະ​ແນນ​ສຽງ​ຮັບຮອງ​ຍັດຕິ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ​ແລ້ວ​ ທັງໄດ້​ກຳຈັດ​ອຸປະສັກ​ທາງ​ກົດໝາຍ​ຕໍ່​ການ​ດຳ​ເນີນຂັ້ນ​ຕອນການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບຂອງ​ປະ​ເທດ​ຕົນ. ທັງ​ນີ້ລັດຖະບານ​ອັງກິດ​ຈະ​ນຳ​ໃຊ້​ມາດຕາ​ທີ 50 ຂອງ​ສັນຍາ​ລິ​ສບອນ​ໃນ​ທ້າຍ​ເດືອນ​ນີ້ ​ແລະ​ ​ເລີ່​ມດຳ​ເນີນ​ການ​ເຈ ລະຈາ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບ.

​     ໃນ​ທ້າຍ​ເດືອນກຸມພາ​ຜ່ານ​ມາ, ສະພາ​ຕໍ່າອັງກິດ​ໄດ້​ຜ່ານ​ຍັດຕິ​​ການ​ຖອນ​​ອອກ​ຈາກ​ສະຫະພາບ​ເອີຣົບດ້ວຍສຽງ​ສ່ວນຫຼາຍ ​ແລະ ​ໄດ້​ຍື່ນ​ຍັດຕິ​​ໃຫ້​ສະພາ​ສູງ​ຄົ້ນຄວ້າ​ພິຈາລະນາ​, ​ແຕ່​ສະພາ​ສູງ​ອັງກິດ​ໄດ້​ສະ​​ເໜີ​ໃຫ້​ດັດ​ແກ້​ສອງ​ມາດຕາ ​ໂດຍ​ໄດ້ສົ່ງ​​ຍັດຕິ​ຄືນ​ໃຫ້ສະພາ​ຕໍ່າ​ເພື່ອ​ຄົ້ນຄວ້າ​ພິຈາລະນາ​ໃໝ່.

ອີງ​ຕາມ​ກົດໝາຍ​ຂອງ​ສະຫະພາບ​ເອີຣົບ, ຖ້າ​ຂັ້ນ​ຕອນ​ການ​ຖອນ​ອອກ​ຈາກ​ສະຫະພາບ​ເອີຣົບ​ໄດ້​​ເລີ່​ມດຳ​ເນີນ​ການແລ້ວ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ຕ້ອງ​ສຳ​ເລັດ​ການ​ເຈລະຈາ​ພາຍ​ໃນ 2 ປີ ​ແລະ ຖ້າ​ຈຳ​ເປັນ​ຕ້ອງ​ໄດ້​​ແກ່ຍາວ​ເວລາ​​ການ​ເຈ ລະຈາ, ຄວນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ເປັນ​ເອກະ​ພາບ​ຈາກ 27 ​ປະ​ເທດ​ສະມາຊິກ​ຂອງ​ສະຫະພາບ​ເອີຣົບ.

- 4 - ສະພາສູງອັງກິດຜ່ານຍັດຕິຖອນອອກຈາກສະຫະພາບເອີຣົບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!