ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ລະຫວ່າງ ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ ກະລິນ ສາລະສິນ ປະທານສະພາຫໍການຄ້າແຫ່ງປະເທດໄທ, ໄດ້ມີຂຶ້ນ ໃນວັນທີ 24 ພຶດສະພານີ້, ທີ່ນະຄອນຫລວງວຽງຈັນ, ເພື່ອເສີມຂະຫຍາຍສາຍ ພົວພັນຮ່ວມມືເຊິ່ງກັນ ແລະ ກັນລະຫວ່າງ ສອງປະເທດ, ໂດຍສະເພາະການຄ້າ, ການທ່ອງທ່ຽວ, ການລົງທຶນ, ເຄື່ອຂ່າຍ ນັກທຸລະກິດໜຸ່ມ, ການຈັດ ຫລື ການເຂົ້າຮ່ວມງານວາງສະແດງສິນຄ້າ, ການ ສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ, ພ້ອມນີ້ ຍັງເປັນການເນັ້ນ ໃສ່ການພັດທະນາຮ່ວມມືສອງຝ່າຍໃນຂອບບູລິມະສິດທາງດ້ານພະລັງງານໄຟ ຟ້າ, ການລົງທຶນ, ການພັດທະນາການສຶກສາ, ການຈັດການຮຽນຮູ້, ສົ່ງເສີມ ແລະ ພັດທະນາດ້ານການຄ້າທາງອີເລັກໂທຼນິກໃນລາວ.
ປະທານສະພາອຸດສາຫະກຳ ແລະ ການຄ້າແຫ່ງຊາດລາວ ກ່າວວ່າ: ເພື່ອຮ່ວມມືກັນທາງດ້ານຂໍ້ມູນຂ່າວສານ, ການພັດທະນາບຸກຄະລາກອນຖືເປັນ ສິ່ງສຳຄັນ ແລະ ສະພາການຄ້າລາວ-ໄທ ກໍໄດ້ເຫັນດີເປັນເອກະພາບກັນ ເພື່ອເນັ້ນການສົ່ງເສີມຄວາມເຂັ້ມແຂງໃຫ້ແກ່ພາກທຸລະກິດຢູ່ລາວໃນການຮຽນຮູ້ປະສົບການຕ່າງໆ ແລະ ແນໃສ່ເສີມຂະຫຍາຍການຄ້າ ຊາຍແດນລະຫວ່າງສອງປະເທດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.