ລັດຖະມົນຕີສາທາລະນະສຸກຊີ້ແຈງສາເຫດການລະບາດຂອງໄຂ້ຍຸງລາຍ


ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດແກ່ສື່ມວນຊົນໃນວັນທີ 8 ກໍລະກົດນີ້ວ່າ: ປັດຈຸບັນ, ສະພາບດິນຟ້າອາກາດມີການປ່ຽນແປງ, ເຮັດໃຫ້ອາກາດຮ້ອນອົບເອົ້າ, ຝົນຕົກໜ້ອຍ ແລະ ນີ້ກໍເປັນສາເຫດໜຶ່ງທີ່ເຮັດໃຫ້ຍຸງລາຍແຜ່ພັນຢ່າງໄວວາ ແລະ ຂ້າຊີວິດປະຊາຊົນໄປແລ້ວຈຳນວນບໍ່ໜ້ອຍ, ບໍ່ສະເພາະແຕ່ຢູ່ປະເທດເຮົາ ມັນຍັງລະບາດຢູ່ບັນດາປະເທດອາຊຽນນຳອີກ ເປັນຕົ້ນມີລາຍງານໃນອາທິດຜ່ານມາ ຢູ່ຟີລິບປິນມີຜູ້ຕິດເຊື້ອໄຂ້ຍຸງລາຍ 83.000 ກວ່າຄົນ ເສຍຊີວິດ 300 ກວ່າຄົນ, ຫວຽດນາມ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 81.000 ກວ່າຄົນ ເສຍຊີວິດ 4 ຄົນ, ກຳປູເຈຍ 14.000 ກວ່າຄົນ ເສຍຊີວິດ 24 ຄົນ, ໄທ ມີ 11.000 ກວ່າຄົນ ເສຍຊີວິດ 58 ຄົນ. ສຳລັບຢູ່ ສປປ ລາວ ມີລາຍງານຜູ້ຕິດເຊື້ອພະຍາດໄຂ້ຍຸງລາຍ ນັບແຕ່ທ້າຍປີ 2018 ມານີ້, ມີຈຳນວນທັງໝົດ 11.928 ຄົນ ເສຍຊີວິດ 27 ຄົນ. ໃນນີ້, ອັນດັບໜຶ່ງແມ່ນສະຫວັນນະເຂດ ມີ 1.975 ຄົນ ຕາຍ 10 ຄົນ, ຮອງລົງມາ ແມ່ນນະຄອນຫລວງວຽງຈັນ ມີ 2.214 ຄົນ ຕາຍ 6 ຄົນ, ຈຳປາສັກ 2.490 ຄົນ ຕາຍ 5 ຄົນ, ສາລະວັນ 1.507 ຄົນ ຕາຍ 3, ຄຳມ່ວນ 1.228 ຄົນ ຕາຍ 2 ຄົນ, ອັດຕະປື 770 ຄົນ, ບໍລິຄຳໄຊ 486 ຄົນ, ຫລວງນ້ຳທາ 347 ຄົນ, ວຽງຈັນ 326 ຄົນ, ເຊກອງ 212 ຄົນ, ໄຊຍະບູລີ 198 ຄົນ, ຫລວງພະບາງ ແລະ ແຂວງ
ອື່ນໆອີກ ແຕ່ສໍາລັບແຂວງຫົວພັນ ແລະ ຜົ້ງສາລີ ແມ່ນບໍ່ມີລາຍງານຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ.
ທ່ານ ບຸນກອງ ສີຫາວົງ ກ່າວຕື່ມວ່າ: ເຊື້ອໄວຣັດທີ່ພົບເຫັນໃນປີນີ້ ແມ່ນໄຂ້ຍຸງລາຍປະເພດ 2 ແລະ ປະເພດ 4 ສຳລັບປະເພດ 1 ແລະ 3 ແມ່ນມີບໍ່ຫລາຍ ໂດຍສະເພາະຢູ່ນະຄອນຫລວງວຽງຈັນ ໄດ້ພົບການລະບາດຂອງພະຍາດໄຂ້ຍຸງລາຍປະເພດ 4 ຢູ່ເມືອງໄຊເສດຖາ, ສີສັດຕະນາກ ແລະ ໄຊທານີ, ເຊິ່ງເຊື້ອພະຍາດນີ້ ມີລັກສະນະຮ້າຍແຮງກວ່າເກົ່າ ແລະ ທົນທານຕໍ່ຢາບາງປະເພດ ເຮັດໃຫ້ກົນໄກເລືອດບໍ່ກ້າມໄວ ແຕ່ມັນຈະເຮັດໃຫ້ອະໄວຍະວະຂອງຮ່າງກາຍຊຸດໂຊມໄວຂຶ້ນ. ພ້ອມນີ້, ເຮົາຍັງບໍ່ມີຢາຊະນິດໃດທີ່ຈະປ້ອງກັນ ແລະ ປິ່ນປົວໄດ້ ມີພຽງແຕ່ແນະນຳໃຫ້ຜູ້ປ່ວຍດື່ມນ້ຳໂອລາລິດ, ນ້ຳສະອາດໃຫ້ຫລາຍໆ ຫລື ດື່ມນ້ຳໝາກພ້າວເພື່ອບໍ່ໃຫ້ເລືອດກ້າມໄວ. ນັບແຕ່ເດືອນມັງກອນເປັນຕົ້ນມາ ກະຊວງສາທາລະນະສຸກ ກໍໄດ້ສົມທົບກັບຫລາຍພາກສ່ວນ ເພື່ອຈັດຕັ້ງໂຄສະນາເຜີຍແຜ່ວິທີປ້ອງກັນ ແລະ ມາຕະການຄວບຄຸມການລະບາດຂອງພະຍາດໄຂ້ຍຸງລາຍ ໂດຍຜ່ານສື່ຕ່າງໆ ເປັນຕົ້ນວິ ທະຍຸ, ໂທລະພາບ, ໜັງສືພິມ ແລະ ເວັບໄຊອອນລາຍຕ່າງໆ ເພື່ອໃຫ້ປະຊາຊົນທົ່ວປະເທດໄດ້ເຂົ້າເຖິງແຫລ່ງຂໍ້ມູນດັ່ງກ່າວ. ພ້ອມກັນນີ້, ທ່ານຍັງໄດ້ເນັ້ນເຖິງບັນຫາການທໍາລາຍແຫລ່ງເພາະພັນຂອງຍຸງລາຍ ໂດຍການປະຕິບັດມາດຕະການ 5ປ ຄື: ປິດພາຊະນະປ່ຽນນ້ຳໃນພາຊະ ນະສອງຄັ້ງຕໍ່ອາທິດ, ປ່ອຍປາຫາງນົກຍຸງໃສ່ພາຊະນະກັກນ້ຳ ເພື່ອໃຫ້ກິນໜອນນ້ຳຍຸງລາຍ, ປັບປຸງອະນາໄມບໍລິເວນທີ່ຢູ່ອາໄສທັງໃນ ແລະ ນອກເຮືອນໃຫ້ສະອາດ ແລະ ປະຕິບັດ 5ປ ໃຫ້ເປັນນິໄສ ຖ້າມີໄຂ້ຄວນໄປພົບແພດ.