ຕຸກຕຸກລາວ: “ນັ່ງຢູ່ລ້າດີກວ່າໄດ້ລາຄາຖືກ”


ໂດຍ: ມຶກບໍ່ແຫ້ງ
ເມື່ອເວົ້າເຖິງການຂົນສົ່ງສາທາລະນະ ຢູ່ບ້ານເຮົາ ໂດຍສະເພາະ ແມ່ນໃນຕົວເມືອງ,ລົດຕຸກໆ ແມ່ນໜຶ່ງໃນທາງເລືອກ, ແຕ່ຜູ້ຊົມໃຊ້ ບໍ່ວ່າຄົນພາຍໃນ ແລະຕ່າງປະເທດບາງຈໍານວນ ຍັງສົງໄສວ່າຄຸນນະພາບ ແລະລາຄາການບໍລິການນັ້ນດີແນວໃດ?ພວກເຮົາສັງເກດເຫັນຫຼາຍບ່ອນແຄມທາງໃຫຍ່, ເຊັ່ນໄຟແດງໜອງໜ່ຽງໜ້າຫໍປະຊຸມແຫ່ງຊາດນັ້ນຈະມີຈໍານວນລົດຕຸກໆປະມານ 6-7 ຄັນມາຈອດຈຸ້ມກັນເພື່ອລໍຖ້າລູກຄ້າໃນແຕ່ລະມື້ ແຕ່ສັງເກດເຫັນວ່າໂຊເຟີລົດຕຸກໆຈະມີເວລາວ່າງຂ້ອນຂ້າງຫຼາຍ ໂດຍເຂົາເຈົ້າເຫຼົ່ານັ້ນຈະພາກັນຕີໝາກບຸ່ນເພື່ອຂ້າເວລາຊໍາຊາມີຜູ້ໂດຍສານມາໃຊ້ບໍລິການ.
ເປັນເລື່ອງງ່າຍທີ່ພວກເຮົາທຸກຄົນສາມາດບອກໄດ້ກໍຄື ຖ້າໂຊເຟີເຫຼົ່ານັ້ນມີເວລາວ່າງຫຼາຍສະແດງວ່າ ເຂົາເຈົ້າມີລູກຄ້າໜ້ອຍ, ໃນສະຖານະດຽວກັນກໍສະແດງວ່າຄົນສ່ວນໃຫຍ່ບໍ່ມັກການບໍລິການຂອງລົດຕຸກໆເລີຍ.
ຜູ້ຂຽນເຄີຍໄດ້ຍິນໝູ່ເພື່ອນໂດຍສະເພາະຄົນຕ່າງປະເທດທີ່ມາເຮັດວຽກ ຢູ່ລາວມັກຈົ່ມໃສ່ຫູຕະຫຼອດວ່າ ການບໍລິການລົດຕຸກຕຸກຢູ່ລາວຂີ້ຮ້າຍຫຼາຍດ້ວຍສາເຫດບາງປະການ,ໜຶ່ງໃນນັ້ນໂຊເຟີເວົ້າລາຄາການບໍລິການຕາມໃຈມັກ ໂດສູງເກີນເຫດ, ບາງຄົນມີປະສົບການຮອດວ່າ ເດີນທາງພຽງແຕ່ 1-2 ຫຼັກ ຖືກໂຊເຟີເວົ້າຮອດ 50-60 ພັນກີບ, ດ້ວຍລາຄານີ້ ຖ້າຂີ່ລົດເມຈາກນະຄອນຫຼວງວຽງຈັນບໍ່ຮອດທ່າແຂກ ກໍຊິຍັງໜ້ອຍໜຶ່ງ.
ເມື່ອບໍ່ດົນມານີ້ ກໍເກີດມີ ກໍລະນີຄ້າຍຄືກັນທີ່ນັກທ່ອງຕ່າງປະເທດ ເຂົ້າມາທ່ຽວລາວເຊິ່ງເຂົາເຈົ້າມີຄວາມປະທັບໃຈທໍາມະຊາດ ທີ່ສວຍສົດງົດງາມບ້ານເຮົາ ແຕ່ການບໍລິການຂົນສົ່ງລົດຕຸກໆ (ແລະການບໍລິການອື່ນໆ) ທີ່ເຮັດໃຫ້ຄົນຕ່າງປະເທດ ຮູ້ສຶກຖືກເອົາປຽບ ເລີຍເຮັດໃຫ້ເກີດມີຄວາມຊົງຈໍາບໍ່ຄ່ອຍດີຕໍ່ການມາທ່ຽວລາວ, ແນ່ນອນນັກທ່ຽວຜູ້ນັ້ນຈະບອກຄົນທີ່ລາວຮູ້ຈັກກ່ຽວກັບເລື່ອງນີ້ນໍາອີກ.
ເມື່ອມາເບິ່ງແລ້ວ ກໍເປັນຄ້າຍຄືກັບທັດສະນະຂອງຄົນຕ່າງປະເທດເວົ້າແທ້, ເມື່ອຜູ້ຂຽນໄປວຽກ ແລະ ຕາງທ່ອງທ່ຽວໄປນໍາຢູ່ກໍາປູເຈຍປະເທດບ້ານໃກ້ເຮືອນຄຽງເຮົານັ້ນຄ່າລົດຕຸກໆຖືກກວ່າຢູ່ລາວຫຼາຍ, ຢູ່ນະຄອນຫຼວງພະນົມເປັນ ທີ່ມີລົດຕິດກວ່າ ຢູ່ນະຄອນຫຼວງວຽງຈັນ ແຕ່ຂີ່ລົດຕຸກໆ ປະມານ 4-5 ກິໂລແມັດກໍເສຍພຽງແຕ່ 20-30 ພັນກີບ, ສິ່ງສໍາຄັນ ໂຊເຟີ ລົດຕຸກຕຸກ ສ່ວນໃຫຍ່ ຢູ່ກໍາປູເຈຍ ສາມາດສື່ສານພາສາອັງກິດໄດ້ຂ້ອນຂ້າງດີ, ເຊິ່ງສິ່ງນີ້ ຍັງມີໜ້ອຍຫຼາຍຢູ່ລາວເຮົາ.
ເມື່ອເປັນເຊັ່ນນີ້ ພວກເຮົາຈະເອົາຫຍັງມາແຂ່ງຂັນ?ການຂົນສົ່ງສາທາລະນະອາດບໍ່ແມ່ນປັດໄຈຕົ້ນຕໍໃນການດຶງດູດນັກທ່ອງທ່ຽວ ແຕ່ກໍເປັນສິ່ງໜຶ່ງທີ່ອໍານວຍຄວາມສະດວກແກ່ເຂົາເຈົ້າໃນການໄປມາສະດວກ ແລະ ບໍ່ແພງ, ສິ່ງສໍາຄັນແມ່ນການຄຸ້ມຄອງທີ່ດີມີຂໍ້ມູນລະອຽດກ່ຽວກັບການບໍລິການ ຈຶ່ງຈະເຮັດໃຫ້ຜູ້ຊົມໃຊ້ ໝັ້ນໃຈ.
ໃນສະພາບປັດຈຸບັນ ທີ່ໂຊເຟີ ລົດຕຸກໆ ຫຼາຍຄົນ ເພິ່ງພໍໃຈທີ່ຈະບໍ່ໃຫ້ບໍລິການ ດ້ວຍລາຄາຖືກກວ່າ ທີ່ຕົນຕ້ອງການແລ້ວ ນັ່ງໂສກັນ, ຕີບຸ່ນ ອັນນີ້ເປັນເລື່ອງທີ່ໜ້າສົງສານແທ້ໆທີ່ຈະເຮັດໃຫ້ ພາບພົດຂອງການບໍລິການລົດຕຸກຕຸກໃນລາວ ຂີ້ຮ້າຍລົງຊັກໄຊ້. “”
ເຖິງເວລາຕ້ອງປັບປຸງ! ເຖິງວ່າພວກເຮົາ ມີລົດປະຈໍາທາງແລ້ວຈໍານວນໜຶ່ງ, ການບໍລິການແທກຊີ່ ແລະລົດຈັກກໍມີແຕ່ຜູ້ຂຽນຄິດວ່າ ລົດຕຸກຕຸກຍັງເປັນທາງເລືອກໜຶ່ງທີ່ດີຖ້າມີການປັບປຸງກວ່ານີ້, ຕ້ອງຈັດການກັບບັນດາໂຊເຟີທີ່ລະເມີດກົດລະບຽບ ຂອງສະມາຄົມລົດຕຸກຕຸກ ທີ່ມັກເອົາປຽບຜູ້ໂດຍສານ ແລະບັນຫາ ອື່ນໆທີ່ຈະເຮັດ ໃຫ້ ລົດຕຸກຕຸກລາວກ້າວສູ່ມາດຖານໃໝ່.