ຕວກກີຫ້າມເອກອັກຄະລັດຖະທູດໂຮນລັງເຂົ້າປະເທດຕົນ
March 14, 2017 - 6:21 PM


ທ່ານ ກົວຕູນມຸສ ປະກາດວ່າ: ລັດຖະບານຕວກກີຈະຢຸດປຶກສາທາງການເມືອງລະດັບສູງກັບໂຮນລັງທັງໝົດ ທັງຍັງຈະຫ້າມບໍ່ໃຫ້ເຮືອບິນທີ່ມີເຈົ້າໜ້າທີ່ການທູດໂຮນລັງຜ່ານນ່ານຟ້າ. ຂະນະທີ່ເອກອັກຄະລັດຖະທູດໂຮນລັງປະຈຳຕວກກີທີ່ປັດຈຸບັນຢູ່ນອກປະເທດຕວກກີກໍຈະຖືກຫ້າມບໍ່ໃຫ້ເຂົ້າປະເທດຈົນກວ່າລັດຖະບານປະເທດດັ່ງກ່າວຈະຕອບສະໜອງຕາມຄວາມຮຽກຮ້ອງທີ່ຕວກກີສະເໜີກ່ອນໜ້ານີ້. ນອກນີ້, ລັດຖະບານຕວກກີຈະສະເໜີໃຫ້ລັດຖະສະພາຍຸບສະ ມາຄົມມິດຕະພາບລັດຖະສະພາ ຕວກກີ-ໂຮນລັງ ຕື່ມອີກ.