ສະຫະລັດອາເມລິກາ ຈະຂຶ້ນພາສີນຳເຂົ້າເຫລັກຈາກຫວຽດນາມ 400%


ກະຊວງການຄ້າຂອງ ສະຫະລັດອາເມລິກາ ຈະຂຶ້ນ ພາສີນຳເຂົ້າເຫຼັກບາງຊະນິດທີ່ຜະລິດຢູ່ ສ ເກົາຫຼີ ແລະ ໄຕ້ຫວັນ, ຫຼັງຈາກນັ້ນສົ່ງໄປ ຫວຽດນາມ ເພື່ອຫຼອມຄືນໃໝ່ ແລ້ວ ສົ່ງໄປຫວຽດນາມ ສູງເຖິງ 456%.
ອີງຕາມຂ່າວຈາກ ຣອຍ ເຕີ, ວັນທີ 2 ກໍລະກົດນີ້, ກະຊວງການຄ້າຂອງສະຫະລັດອາເມລິກາໃຫ້ຮູ້ວ່າ: ພວກເຂົາພົບເຫັນຜະລິດຕະພັນເຫຼັກ ສອງຊະນິດຈາກຫວຽດນາມລັກລອບໜີພາສີເພື່ອຫຼົບ ຫຼີກລາຄາ ແລະ ພາສີສະໜັບ ສະໜູນຂອງສະຫະລັດອາ ເມລິກາ. ສອງຜະລິດຕະພັນ ທີ່ວ່ານີ້ກໍ່ຄື: ເຫຼັກກັນໝ້ຽງ ແລະ ເຫຼັກເສັ້ນ ທີ່ມາຈາກ ສ. ເກົາຫຼີ ແລະ ໄຕ້ຫວັນ.
ບົດລາຍງານຂອງກະ ຊວງການຄ້າຂອງສະຫະລັດ ໃຫ້ຮູ້ວ່າ: ອັດຕາພາສີທີ່ປະຕິບັດຕໍ່ ສ. ເກົາຫຼີ ແລະ ໄຕ້ຫວັນ ນັ້ນ ຖືກຈັດຕັ້ງປະຕິບັດມາ ຕັ້ງແຕ່ເດືອນ ທັນວາ 2015 ແລະ ເດືອນ ກຸມພາ 2016 ຈົນເຖິງ ເດືອນ ເມສາ 2019, ເຫຼັກກັນໝ້ຽງ ແລະ ເຫຼັກເສັ້ນ ນຳເຂົ້າຈາກຫວຽດນາມຖືກ ຍົກອັດຕາພາສີຂຶ້ນເປັນ 332% ແລະ 916%.
ອີງຕາມຂ່າວຈາກ Bloomberg ໃຫ້ຮູ້ວ່າ: ກະຊວງການຄ້າຂອງສະ ຫະລັດອາເມລິກາ ໄດ້ດຳ ເນີນການກວດກາຕາມຄຳ ຮຽກຮ້ອງຂອງ ArcelorMittal SA, Nucor Corp, United States Steel Corp, Steel Dynamics Inc, California Steel Industries và AK Steel Corp ຂອງສະຫະລັດ ອາເມລິກາ.
ບົດລາຍງານບົດໜຶ່ງ ຂອງກະຊວງການຄ້າຂອງ ສະຫະລັດອາເມລິກາ ໄດ້ ກ່າວຫາ ໂຮງງານສົ່ງອອກ ເຫຼັກຈຳນວນໜຶ່ງຂອງ ຫວຽດນາມ ຫຼົບຫຼີກພາສີ ໃນຂະນະທີ່ການຄ້າລະຫ່ວາງ ສະຫະລັດ ອາເມລິກາ ແລະ ຫວຽດນາມກຳລັງມີຄວາມ ເຄັ່ງຕຶງຢູ່.
ກະຊວງການຕ່າງປະເທດຂອງຫວຽດນາມບໍ່ທັນມີທ່າທີຕອບໂຕ້ໃດໆຕໍ່ກັບຂ່າວຂອງ Bloomberg.
ທ່ານ Robert Carnell, ຜູ້ຊ່ຽວຊານດ້ານເສດ ຖະກິດປະຈຳຢູ່ເຂດອາຊີ ປາຊີຟິກ ໄດ້ລາຍງານໃຫ້ Bloomberg ວ່າ: “ ບໍ່ມີຫຍັງ ແປກປະຫຼາດ ໃນເມື່ອມີບໍລິສັດ ຈຳນວນໜຶ່ງຫາ ວິທີທາງສົ່ງ ເຫຼັກໄປຫວຽດນາມ. ຜູ້ໜຶ່ງ ຫາວິທີເພີ່ມການໃຊ້ຈ່າຍຂຶ້ນ ແຕ່ອີກຜູ້ໜຶ່ງກໍ່ຫາວິທີຫຼົບ ຫຼີກພາສີ, ອັນນັ້ນ ມັນແມ່ນ ທາດແທ້ ຂອງຄົນ ”
ສະຫະລັດອາເມລິກາ ໄດ້ເພີ່ມການຕິຕຽນຕໍ່ຫວຽດ ນາມຮຸນແຮງຂຶ້ນ, ເຊິ່ງຫວຽດ ນາມ ເປັນຄູ່ຮ່ວມມືການຄ້າ ທີ່ໃຫ່ຍຂອງສະຫະລັດອີກ ປະເທດໜຶ່ງໄດ້ສວຍໂອກາດ ກິນກຳໄລໃນຂະນະທີ່ສະຫະ ລັດອາເມລິກາ ແລະ ຈີນມີ ຂໍ້ຂັດແຍ່ງການຄ້າກັນຢູ່. ໃນ ເມື່ອຖືກຖາມວ່າ: ທ່ານຈະເພີ່ມ ອັດຕາພາສີກັບສິນຄ້າຂອງ ຫວຽດນາມ ຫຼື ບໍ່? ທ່ານ ທຼຳ ເວົ້າວ່າ: “ຫວຽດນາມເປັນ ນັກສວຍໂອກາດທີ່ຊົ່ວຮ້າຍ ທີ່ສຸດ”
ລັດຖະບານຫວຽດນາມ ເວົ້າວ່າ: ກຳລັງ “ຕັ້ງໜ້າ” ຫຼຸດ ຜ່ອນການຂາດດຸນການຄ້າ ກັບສະຫະລັດ ອາເມລິກາ ແລະ ຈະພະຍາຍາມສະກັດກັ້ນການນຳເຂົ້າສິນຄ້າຈາກຈີນເພື່ອ ສົ່ງ ຕໍ່ໄປ ສະຫະລັດ ອາເມລິກາ ເພື່ອຫຼົບຫຼີກພາສີຂອງສະຫະ ລັດອາເມລິກາ.
Bloomberg ໃຫ້ຮູ້ວ່າ: ເອກອັກຄະລັດຖະທູດຂອງ ສະຫະລັດ ອາເມລິກາ ປະຈຳຮ່າໂນ້ຍ ໄດ້ເວົ້າກັບລັດຖະບານຂອງຫວຽດນາມແລ້ວ ແລະ ມີຄວາມຫວັງວ່າຫວຽດ ນາມ: “ຈະແກ້ໄຂຄວາມກັງວົນຂອງພວກເຮົາບົນຈິດ ໃຈສ້າງສັນ ”.
ຮຽບຮຽງໂດຍ: ລູກເມືອງພວນ

