ເມື່ອນໍ້າປະປາ ມາເປັນຍາມ
ໂດຍ: ມຶກບໍ່ແຫ້ງ
ນໍ້າປະປາ ແມ່ນປັດໄຈພື້ນຖານທີ່ສຸດສຳລັບ ການດຳລົງຊີວິດ ແຕ່ຫຼາຍປີຜ່ານມາ ພວກເຮົາຍັງ ປະສົບພົບພໍ້ ມາໂດຍຕະຫຼອດ ວ່າ ນໍ້າປະປະປາ ມາເປັນຍາມ, ເຮັດໃຫ້ບໍ່ພຽງພໍຕໍ່ການນໍາໃຊ້.
ຄວາມຈິງແລ້ວ ສປປລາວ ແມ່ນປະເທດທີ່ມີແຫຼ່ງນໍ້າຈືດ ສະເລ່ຍໃສ່ຫົວຄົນຫຼາຍກວ່າໝູ່ໃນບັນດາປະເທດ ໃກ້ຄຽງ ເຊິ່ງສິ່ງດັ່ງກ່າວ ແມ່ນມາຈາກຄວາມອຸດົມສົມບູນ ຂອງບັນດາສາຍນໍ້າທົ່ວປະເທດ ລວມທັງນໍ້າ ຂອງ ເຊິ່ງເປັນປັດໄຈ ທີ່ດີທີ່ສຸດ ສຳລັບພວກເຮົາ ທີ່ຈະເຮັດໃຫ້ປະຊາຊົນ ສາມາດມີນໍ້າໃຊ້ຢ່າງພຽງພໍ.
ຄວາມອຸດົມສົມບູນ ດັ່ງກ່າວ ໄດ້ເຮັດໃຫ້ ພວກເຮົາ ມີຄວາມງ່າຍດາຍ ໃນການຊອກຫາແຫຼ່ງນໍ້າ ເພື່ອມາຜະລິດ ເປັນນໍ້າປະປາ ບໍ່ຕ້ອງຄິດ ອຸກໃຈຄືຫຼາຍປະເທດ ທີ່ຫາແຫຼ່ງນໍ້າຈືດຍາກ ເຊັ່ນ ປະເທດເປຣູ ທີ່ຕັ້ງຢູ່ສູງຈາກໜ້ານໍ້າທະເລ, ເມືອງຫຼວງ ລີມາ ຂອງປະເທດດັ່ງກ່າວ ແມ່ນອາໄສແຫຼ່ງນໍ້າ ມາຈາກພູທີ່ມີຄວາມສູງ ແລະ ດຽວນີ້ ເນື່ອງຈາກການປ່ຽນແປງ ດິນຟ້າອາກາດ ເຮັດໃຫ້ແມ່ນໍ້າ ບົກແຫ້ງ ຍິ່ງເຮັດໃຫ້ ການຊອກຫານໍ້າຍາກຂຶ້ນ.
ພ້ອມນັ້ນ, ຢູ່ສິງກະໂປກໍຄືກັນ ການຊອກຫາແຫຼ່ງນໍ້າຈືດນັ້ນ ຍາກຍິ່ງ, ລັດຖະບານ ຈຳຕ້ອງນໍານໍ້າຈາກປະເທດ ມາເລເຊຍ ແລະ ພ້ອມດຽວກັນນັ້ນ ລັດຖະບານຍັງ ໄດ້ລົງທຶນຢ່າງມະຫາສານ ໃສ່ລະບົບ ການຜະລິດ ທີ່ເອົານໍ້າ ທະເລ ມາເປັນຈືດ ເຊິ່ງຕ້ອງໃຊ້ ເຄມີ, ຂະບວນການຕ່າງໆ ຢ່າງຫຼວງຫຼາຍ ກ່ອນຈະເຮັດນໍ້າທະເລ ເຫຼົ່ານັ້ນ ກັບກາຍມາເປັນນໍ້າຈືດ ແຕ່ປະຊາຊົນ ເຂົາເຈົ້າມີນໍ້າໃຊ້ຕະຫຼອດ.
ແຕ່ ສປປລາວ ເຮົາຮັ່ງມີນໍ້າຈືດຢູ່ແລ້ວນັບວ່າ ເປັນເລື່ອງໂຊກດີທີ່ສຸດ ແຕ່ເປັນຫຍັງ ພວກເຮົາຄົນລາວ, ບໍ່ວ່າສາ ຢູ່ເຂດຊົນນະບົດ ໃນເຂດຕົວເມືອງ ຫຼາຍແຫ່ງ ຖືເປັນເລື່ອງທຳມະດາ ໄປແລ້ວ ທີ່ນໍ້າ ປະປາ ບໍ່ໄດ້ມາ ປົກກະຕິ, ບາງເຂດ ວັນເສົາ ອາທິດ ນໍ້າປະປາ ບໍ່ມາໝົດມື້, ສ່ວນຫຼາຍແລ້ວ ນໍ້າປະປາ ແມ່ນມາແຕ່ ຕອນເດິກໆ ປານກັບວ່າ ຫຼິ້ນໝາກລີ້ໂລດ ຍາມເພິ່ນລັບເພິ່ນນອນຈຶ່ງມາ.
ການຂາດແຄນນໍ້າໃຊ້ ຄືດັ່ງນີ້ ຫຼາຍກໍລະນີ ກໍເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການພັດທະນາ, ຊອກຫາລາຍໄດ້ ຂອງປະຊາຊົນ ນັບແຕ່ ຮ້ານຊະສົມ ຈົນຮອດ ຮ້ານລ້າງລົດໃຫຍ່ ກໍອາດມີຜົນກະທົບ ໄປຕາມໆກັນ.
ເຊັ່ນດຽວກັນນັ້ນ, ເມື່ອບໍ່ດົນຜ່ານມາ ສຳນັກຂ່າວ ສານປະເທດລາວ ເພິ່ນກໍຍັງ ໄດ້ຕີແຜ່ຂ່າວ ກ່ຽວກັບ ລະບົບການບໍລິການນໍ້າປະປາໃນນະຄອນຫຼວງວຽງຈັນ ນັ້ນ ເຮັດໃຫ້ພວກເຮົາຄວນຄຳນຶງຄືນວ່າ ຄວນປັບປຸງແກ້ໄຂ ແນວໃດ ເພື່ອໃຫ້ ປັດໄຈ ພື້ນຖານ ທີ່ສຳຄັນນີ້ ໄດ້ຮັບການສະໜອງທີ່ດີ ມີຄຸນນະພາບກວ່າເກົ່າ, ໃນເນື້ອໃນຂ່າວ ດັ່ງກ່າວ ໄດ້ສະແດງ ໃຫ້ເຫັນ ຄວາມລຳບາກ ຂອງປະຊາຊົນ ຂອງບ້ານຕ່າງໆ ໃນຕົວເມືອງ ໃນການຊົມໃຊ້ນໍ້າປະປາ.
ຜູ້ຂຽນ ເຄີຍຖາມ ຄົນທີ່ຮູ້ຈັກກັນທ່ານໜຶ່ງ ທີ່ເພິ່ນໄດ້ເຮັດວຽກຢູ່ ລັດວິສາຫະກິດ ນໍ້າປະປາມາໄດ້ ກວ່າ 20ປີ ແລ້ວ ແລະໄດ້ຕຳແໜ່ງອ່າວສູງສົມຄວນ ວ່າເປັນຫຍັງ ການສະໜອງນໍ້າປະປາບໍ່ພຽງພໍ (ມາຫຼາຍປີແລ້ວ?) ເພິ່ນກໍຕອບແບບກົງໆວ່າ “ພວກເຮົາ ຍັງບໍ່ທຶນພຽງພໍໃນການ ລົງທຶນໃສ່ ເພື່ອເພີ່ມກຳລັງຜະລິດ ແລະຂະຫຍາຍຕາໜ່າງການສະໜອງນໍ້າປະປາຢ່າງທົ່ວເຖິງ”.
ຄວາມຈິງແລ້ວ ປະຊາຊົນລາວ ຄວນໄດ້ຮັບການສະໜອງນໍ້າ ປະປາ ທີ່ສະອາດ ແລະ ພຽງພໍກວ່ານີ້ ເພາະ ມັນເປັນປັດໄຈພື້ນຖານ ທີ່ຈະເຮັດໃຫ້ຄຸນນະພາບ ຊີວິດຂອງປະຊາຊົນດີຂຶ້ນ, ພວກເຮົາ ບໍ່ຄວນຖິ້ມໂທດໃສ່ ເລື່ອງທຶນຮອນໃນການລົງທຶນ, ຖ້າພວກເຮົາດຳເນີນທຸລະກິດມາຫຼາຍກວ່າ 20 ປີ ແຕ່ຍັງບໍ່ສາມາດແກ້ໄຂ ບັນຫາ ການຂາດແຄນນໍ້ານີ້ໄດ້ ສະແດງວ່າ ການບໍລິຫານຂອງພວກເຮົາ ຕ້ອງຮີບປັບປຸງດ່ວນ.
ການເຮັດໃຫ້ ປະຊາຊົນ ສາມາດນໍາໃຊ້ນໍ້າສະອາດ ແລະພຽງພໍ ແມ່ນໜຶ່ງໃນເປົ້າໝາຍການພັດທະນາທີ່ຍືນຍົງ (ເປົ້າໝາຍທີ 6) ແຕ່ຖ້າຫາກວ່າ ປະຊາຊົນພາຍໃນນະຄອນຫຼວງແທ້ໆ ຍັງບໍ່ສາມາດ ມີນໍ້າໃຊ້ພຽງພໍ ພາຍໃນປີ 2030 ຫຼື ໄວກວ່ານັ້ນ ແລ້ວ ເຮົາຊິເອົາຫຍັງໄປເວົ້າວ່າ ພວກເຮົາສາມາດ ບັນລຸເປົ້າໝາຍການພັດທະນາທີ່ຍືນຍົງ ຫຼື ຫຼຸດພົ້ນຈາກຄວາມທຸກຍາກໄດ້?