ຊາຣາໂປວາ ໄດ້ໄວກາດຫຼິ້ນ ໂຣເຈີ ຄັບ
May 25, 2017 - 3:51 PM




ກ່ອນໜ້ານີ້ ຊາຣາໂປວາ ໄດ້ຮັບສິນໄວກາດລົງແຂ່ງໃນ ລາຍການທີ່ສະຕຸດກາດ, ມາດຣິດ ແລະ ໂຣມ ກ່ອນໜ້ານີ້ລວມເຖິງ ຫາກໍໄດ້ຮັບສິດທິລົງແຂ່ງໃນລາຍການ ເອກອນ ແຊ໊ມປຽນຊິບ ທີ່ ເມືອງເບີມິງແຮມ ໃນເດືອນໜ້າ ກ່ອນທີ່ ເຮລ ຜູ້ນຳອວຍການຂອງ ສຶກ ໂຣເຈີ ຄັບ ຈະຢືນຢັນການ ມອບສິດທິໄວກາດໃຫ້ ຊາຣາ ໂປວາ ໃນວັນອັງຄານຜ່ານມາ ກ່າວວ່າ: “ ຊາຣາໂປວາ ຄືແຊ໊ມ ແກຣນສະແລມ ແລະ ເປັນນັກ ເຕັນນິສທີ່ກອງເຊຍມັກ ລາວໄດ້ ຊົດໃຊ້ໂທດຂອງລາວໄປຮຽບ ຮ້ອຍແລ້ວ ແລະ ເຮົາກໍຮູ້ວ່າບັນ ດາແຂກຮັບເຊີນທັງຫຼາຍຂອງ ເຮົາຕ້ອງຕື່ນເຕັ້ນແນ່ນອນທີ່ຈະໄດ້ພົບກັບລາວ”.