ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ

ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ - 1122 6 - ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ
ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ - kitchen vibe - ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ

ພະແນກກະສິກໍາແລະ ປ່າໄມ້ ນະຄອນຫລວງວຽງຈັນໄດ້ຍົກລະດັບມາດຕະການກວດກາ ແລະປ້ອງກັນເຊື້ອພະຍາດອະຫິວາໝູອາຟຣິກາພາຍຫລັງພົບວ່າມີການກວດພົບພະຍາດດັ່ງກ່າວຢູ່ແຂວງສາລະວັນ ເພື່ອບໍ່ໃຫ້​​ເຊື້ອພະຍາດດັ່ງກ່າວແຜ່ລາມອອກສູວົງກວ້າງອັນ​​ໄດ້ສົ່ງຜົນກະທົບຕໍ່ການຜະລິດໝູແລະ ການດໍາລົງຊີວິດຂອງປະຊາຊົນ.

ທ່ານ ສີສະຫວັດ ສິນທະວີ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນະຄອນຫລວງວຽງຈັນ ໄດ້ໃຫ້ຮູ້ໃນວັນທີ 24 ມິຖຸນານີ້ວ່າ  ປັດຈຸບັນ ທີມງານກວດກາ ກໍໄດ້ວາງກຳລັງລົງກວດ 24 ຊົ່ວໂມງ ຢູ່ແຕ່ລະເສັ້ນທາງເລກທີ 13 ເໜືອ ແລະ 13 ໃຕ້ ແລະ ບັນດາຊາຍແດນທີ່ຕິດຈອດກັບປະເທດໃກ້ຄຽງເພື່ອເຂັ້ມງວດກວດກາການນຳເຂົ້າໝູທີ່ມາຈາກຕ່າງແຂວງກ່ອນນຳມານະຄອນຫລວງວຽງຈັນ ສ່ວນຢູ່ຕາມທ້ອງຕະຫລາດກໍໄດ້ມີໜ່ວຍງານສັດຕະວະແພດລ ງກວດກາຢູ່ເປັນປະຈຳຢ່າງໃກ້ຊິດ, ຖ້າພົບກໍລະນີສົງໄສແມ່ນຢຶດສິນຄ້າມາກວດກາທັນທີ, ແນໃສ່ບໍ່ໃຫ້ເກີດການແຜ່ລະບາດເປັນວົງກວ້າງ.

ພະຍາດອະຫິວາໝູອາຟຣິກາ ເປັນພະຍາດທີ່ຮ້າຍແຮງ ແລະ ແຜ່ລາມໄວສຳລັບໝູທຸກຊະນິດ, ທຸກເພດ, ທຸກອາຍຸ ເຊິ່ງມັນມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາກັນ ຫຼື ປິ່ນປົວໂດຍກົງ ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້ສູງເຖິງ100% ແຕ່ບໍ່ຕິດໃສ່ຄົນ.

ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ - 3 - ນະຄອນຫລວງ​ວຽງຈັນ​ ເຂັ້ມ​ງວດ​ມາດຕະການປ້ອງ​ກັນ​ເຊື້ອ​ພະຍາດ​ອະຫິວາໝູອາ​ຟຣິກາກວດ​ພົບ​ຢູ່​ພາກ​ໃຕ້​ຂອງ​ລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!