ສົງຄາມຢູ່ຊີຣີດຳເນີນມາ 6 ປີ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 320.000 ຄົນ


ສູນສັງເກດການສິດທິມະນຸດຊີຣີ ເຊິ່ງມີສຳນັກງານຢູ່ອັງກິດ ກ່າວວ່າ: ສູນດັ່ງກ່າວໄດ້ບັນທຶກຈຳນວນຜູ້ເສຍຊີວິດນັບແຕ່ຄວາມຂັດແຍ່ງຢູ່ຊີຣີເລີ່ມຂຶ້ນໃນເດືອນມີນາ 2011 ຈາກການປະທ້ວງຕໍ່ຕ້ານປະທານາທິບໍດີ ບາຊາ ອານ ອັດຊັດ ພົບວ່າ: ມີຜູ້ເສຍຊີວິດທັງໝົດ 321.358 ຄົນ ຈຳນວນຜູ້ເສຍຊີວິດເພີ່ມຂຶ້ນປະມານ 9.000 ຄົນ ນັບແຕ່ຣັດເຊຍ ເຊິ່ງສະໜັບສະໜູນລັດຖະບານຊີຣີ ແລະ ຕວກກີທີ່ສະໜັບສະໜູນກຸ່ມກະບົດ ໄດ້ເຂົ້າຮ່ວມເຈລະຈາຈົນບັນລຸຂໍ້ຕົກລົງຢຸດຍິງ ເຊິ່ງພາຍຫລັງມີຂໍ້ຕົກລົງຢຸດຍິງ ຈຳນວນຜູ້ເສຍຊີວິດໃນໄລຍະ 3 ເດືອນຜ່ານມາຫລຸດລົງ, ເຖິງວ່າຈະຍັງມີຜູ້ເສຍຊີ ວິດຢູ່ ແຕ່ກໍເພີ່ມຂຶ້ນຊ້າລົງ. ຈຳນວນຜູ້ເສຍຊີວິດຫລັງສຸດກວ່າ 96.000 ຄົນ ເປັນພົ ລະເຮືອນ ເຊິ່ງເປັນເດັກນ້ອຍ ຫລາຍກວ່າ 17.400 ຄົນ ແລະ ອີກເກືອບ 11.000 ຄົນ ເປັນຜູ້ຍິງ, ສ່ວນກຸ່ມທີ່ກ່ຽວຂ້ອງກັບການສູ້ຮົບນັ້ນ ເປັນທະ ຫານລັດຖະບານ 60.900 ຄົນ, ກອງກຳລັງສະໜັບສະໜູນ 45.000 ຄົນ ແລະ ອີກ 8.000 ຄົນ ເປັນນັກຮົບຕ່າງ ປະເທດທີ່ຈົງຮັກພັກດີຕໍ່ລັດຖະບານປະທານາທິບໍດີ ອັດຊັດ, ສ່ວນກຸ່ມກະບົດເສຍຊີວິດ 55.000 ຄົນ ສ່ວນຫລາຍເປັນ ສະມາຊິກກຸ່ມລັດອິສລາມ ຫລື IS.