ລາວ-ອັງກິດ ຮ່ວມ​ມື​ພັດທະນາ​ດ້ານ​ການ​ສຶກສາ

- 999 - ລາວ-ອັງກິດ ຮ່ວມ​ມື​ພັດທະນາ​ດ້ານ​ການ​ສຶກສາ
- kitchen vibe - ລາວ-ອັງກິດ ຮ່ວມ​ມື​ພັດທະນາ​ດ້ານ​ການ​ສຶກສາ

ເມື່ອບໍ່ດົນມານີ້, ຢູ່ນະ ຄອນຫຼວງວຽງຈັນ, ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກ ສາທິການ ແລະ ກິລາ ແລະ ທ່ານ ຮິວ ອີເວັນ ເອກອັກ ຄະຣາ ຊທູດອັງກິດ ປະຈຳ ລາວ ໄດ້ຮ່ວມລົງນາມ ບົດບັນທຶກຄວາມເຂົ້າໃຈການ ຮ່ວມມືພັດທະນາດ້ານການສຶກສາ ລະຫວ່າງສອງປະ ເທດ ໂດຍສະເພາະຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມ ສະດວກ ໃຫ້ແກ່ການຈັດຕັ້ງປະຕິບັດກິດຈະກຳໂຄງການຕ່າງໆຮ່ວມກັນ ບົນພື້ນຖານຄວາມສະເໝີພາບ ແລະ ຕ່າງ ຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ເພື່ອແນໃສ່ສ້າງຊັບພະຍາ ກອນມະນຸດຂອງລາວ ໃຫ້ມີຄວາມຮູ້ຄວາມສາມາດ ຫຼາຍຂຶ້ນ, ປັບປຸງຄຸນນະພາບ ການສຶກສາຂອງລາວ ໃຫ້ ທຽມເທ່ົາກັບພາກພື້ນ ແລະ ສາກົນ ເທື່ອລະກ້າວ, ໂດຍ ຜ່ານມາ ແລກປ່ຽນທາງດ້ານ ວິຊາການລະຫວ່າງອົງກອນ, ສະຖາບັນການສຶກສາ, ບຸກ ຄົນດ້ວຍກັນ, ລວມເຖິງການ ໃຫ້ທຶນການສຶກສາ, ການ ຈັດກອງປະຊຸມສຳມະນາວິຊາການຕ່າງໆ.

ນັບແຕ່ປີ 2013 ເປັນ ຕົ້ນມາ ລັດຖະບານແຫ່ງ ສະຫະຣາຊ ອານາຈັກອັງກິດ ໄດ້ໃຫ້ການຊ່ວຍເຫຼືອລາວ ຫຼາຍດ້ານ ໂດຍສະເພາະແມ່ນ ຂະແໜງການສຶກສາ ແລະ ກິລາໂດຍໄດ້ສະໜອງທຶນ ການສຶກສາ, ອຸປະກອນການ ຮຽນ-ການສອນພາສາອັງ ກິດໃນຊັ້ນປະຖົມສຶກສາ, ຝຶກ ອົບຮົມການນຳໃຊ້ສື່ການ ຮຽນການສອນ, ຍົກລະດັບ ຄູສອນພາສາອັງກິດຊັ້ນປະຖົມສຶກສາ, ນອກນັ້ນຍັງ ໄດ້ໃຫ້ທຶນສະໜັບສະໜູນ ກອງເລຂາຄະນະກຳມະ ການ ແຫ່ງຊາດ ເພື່ອການພັດ ທະນາຊັບພະຍາກອນມະນຸດ, ສ້າງຕັ້ງຄະນະວິຊາການ ເພື່ອ ພັດທະນາຍຸດທະສາດການ ຝຶກອົບຮົມພາສາອັງກິດສຳ ຫຼັບພະນັກງານ-ລັດຖະກອນ,  ສະໜັບສະໜູນຕີລາຄາວຽກງານຄຸ້ມຄອງບໍລິຫານ ແລະ ສ້າງຫຼັກສູດການຮຽນ ພາສາອັງກິດອອນລາຍແບບບໍ່ເສຍຄ່າ ເຊິ່ງລວມມີມູນຄ່າ 20 ຕື້ກີບ.

- 999 - ລາວ-ອັງກິດ ຮ່ວມ​ມື​ພັດທະນາ​ດ້ານ​ການ​ສຶກສາ

- 3 - ລາວ-ອັງກິດ ຮ່ວມ​ມື​ພັດທະນາ​ດ້ານ​ການ​ສຶກສາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!