ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ

- 24 2 - ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ
- kitchen vibe - ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ

ຊາຍມຽນມາຄົນໜຶ່ງໄດ້ຊື້ລົດຖີບເກົ່າ 10.000 ຄັນມາ ສ້ອມແປງເພື່ອແຈກຢາຍໃຫ້ ນັກຮຽນທີ່ທຸກຍາກ.

ທ້າວ Mike Than Tun Win, ອາຍຸ 33 ປີ, ເຄີຍຮຽນ ຢູ່ສິງກະໂປເປັນເວລາ 18 ປີ. ເຂົາດຳລົງຊີວິດຢູ່ທີ່ຕົວເມືອງ Yangon ຂອງມຽນມາ. ເຂົາ ເຄີຍພົບເຫັນບັນຫາຢູ່ສິງກະໂປ ແລະ ຈີນວ່າ:  ການຜະລິດລົດຖີບອອກມາເກີນ ຄວາມຊົມໃຊ້ຂອງສັງຄົມຈົນ ບໍ່ໄດ້ຂາຍ, ໃນທີ່ສຸດກໍກາຍ ເປັນສິ່ງເສດເຫຼືອ ຫຼື ຈຳເປັນ ຕ້ອງຂາຍຄືນໃຫ້ໂຮງງານ ຜະລິດລົດຖີບເພື່ອຜະລິດຄືນໃໝ່.

- Visit Laos Visit SALANA BOUTIQUE HOTEL - ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ

ຍ້ອນເຫັນໄດ້ບັນຫາດັ່ງກ່າວ Tun Win ຈຶ່ງເກີດແນວ ຄຶດເກັບຊື້ເອົາລົດຖີບເກົ່າເພື່ອເອົາມາສ້ອມແປງຄືນໃໝ່ແລ້ວແຈກຢາຍໃຫ້ນັກຮຽນທີ່ທຸກຍາກ, ເພາະວ່າ ຢູ່ຕາມຊົນນະບົດຂອງມຽນມາເດັກສ່ວນຫຼາຍໄປໂຮງຮຽນແມ່ນຍ່າງເອົາປະມານ  2 ກມ, “ເພາະບໍ່ມີລົດບັດ    ນຳສົ່ງ ແລະ ເຂົາກໍບໍ່ເຄີຍຮູ້ລົດບັດເປັນແນວໃດເລີຍ” ເຂົາກ່າວ.

ລາຄາລົດຖີບໃໝ່ຄັນ ໜຶ່ງປະມານ 400-500 ໂດ ລາສະຫະລັດ ແຕ່ເມື່ອໂຮງ ງານຊື້ລົດຖີບເກົ່າຄືນ, ຄັນໜຶ່ງມີພຽງແຕ່ 10 ໂດລາ. ຖ້າເຂົາ ໄປຊື້ລົດຖີບເກົ່າຈາກໂຮງ ງານອາດຈະໄດ້ລາຄາຖືກ ກວ່ານັ້ນ.

“ລາຄາດັ່ງກ່າວ ບໍ່ມີບັນ ຫາສຳລັບໂຮງງານ, ແຕ່ລົດ ຖີບສຸດທີ່ມີຄວາມໝາຍຕໍ່ ກັບນັກຮຽນທີ່ທຸກຍາກ” ເຂົາ ກ່າວ. ເມື່ອເອົາ ລົດຖີບເກົ່າ ມາແລ້ວ, ເຂົາກໍຈະເອົາມາທາ ສີຄືນໃໝ່ ແລະ ສ້ອມແປງຄືນໃໝ່, ໃສ່ກະແຈຄືນໃໝ່…

ວັນທີ 1 ມີນາຜ່ານມານີ້, ເຂົາໄດ້ຂຽນລົງໃນ ເຟສບຸກ ວ່າ: ເຂົາຈະພົວພັນກັບໂຮງງານຜະລິດລົດຖີບຂອງຈີນ ແລະ ຂອງບັນດາປະເທດອາ ຊີຕາເວັນອອກເພື່ອນຳເຂົ້າ ລົດຖີບເກົ່າ 10.000 ຄັນໃນ ຊຸດທຳອິດນີ້.

ໂດຍຜ່ານສື່ສັງຄົມ, ຄວາມໄຝ່ຝັນຂອງເຂົາຈຶ່ງ ໂດ່ງດັງໄປເຖິງລັດຖະບານ ມຽນມາ ແລະ ຜູ້ໃຈບຸນທັງ ຫຼາຍ. ລັດຖະບານມຽນມາ ແລະ ຜູ້ໃຈບຸນທັງຫຼາຍຈຶ່ງໄດ້ຊ່ວຍໜູນງົບປະມານໃຫ້  ໂຄງການດັ່ງກ່າວຂອງເຂົາ.      ວັນທີ 1 ມິຖຸນານີ້, ລົດຖີບຈຳ ນວນ 3.300 ຄັນໄດ້ມາເຖິງມຽນມາເປັນທີ່ຮຽບຮ້ອຍ ແລະ  ຍັງອີກ 6.700 ຄັນ ຄາດວ່າຈະມາເຖິງມຽນມາ ໃນທ້າຍເດືອນມິຖຸນານີ້.

ເຂົາເວົ້າວ່າ: “ລົດຖີບ 10.000 ຄັນນັ້ນ, ພຽງແຕ່ ແມ່ນສ້ຽວໜຶ່ງຂອງລົດຖີບ ທັງໝົດໃນທົ່ວໂລກທີ່ຖືກ ຖິ້ມໄປ, ຂ້ອຍຄິດວ່າ ຕ້ອງເອົາມັນກັບຄືນມາໃຫ້ຄົນຜູ້ທຸກຍາກ” .

ຮຽບຮຽງໂດຍ: ລູກເມືອງພວນ

- 24 2 - ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ

- 3 - ຊື້ລົດຖີບ 10.000 ຄັນ ​ແຈກ​ຢາຍ​ໃຫ້​ນັກຮຽນ​ທຸກ​ຍາກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!