ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດຢ້ຽມຢາມແຂວງຢຸນນານ ສປ ຈີນ

- 332211 - ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດຢ້ຽມຢາມແຂວງຢຸນນານ ສປ ຈີນ
- kitchen vibe - ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດຢ້ຽມຢາມແຂວງຢຸນນານ ສປ ຈີນ

ໂອກາດນີ້ ສະຫາຍ ສະເຫຼີມໄຊ ກົມມະສິດ, ໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ Chen Hao, ສອງຝ່າຍໄດ້ແຈ້ງສະພາບການພັດທະນາເສດຖະກິດຂອງກັນແລະກັນ ທີ່ໄດ້ມີການພັດທະນາເປັນກ້າວໆມາ, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງຕໍ່ການເຊື້ອເຊີນຄະນະຜູ້ແທນກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ, ຊຶ່ງການຢ້ຽມຢາມຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການສົ່ງເສີມຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດ ສປປ ລາວ ແລະ ສປ ຈີນ ເວົ້າລວມ, ເວົ້າສະເພາະແມ່ນການພົວພັນລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ. ທັງສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຈີນ ແບບຄູ່ຮ່ວມມືຍຸດທະສາດ ຮອບດ້ານ, ໝັ້ນຄົງ, ຍາວນານຕາມທິດ 4 ດີ (ເພື່ອນທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ) ແລະ ຄູ່ຮ່ວມຊະຕາກໍາ ລາວ-ຈີນ ທີ່ສອງຜູ້ນໍາສູງສຸດຂອງສອງປະເທດໄດ້ຕົກລົງກັນໃນທ້າຍເດືອນເມສາ 2019 ທີ່ຜ່ານມາ.

ໃນໂອກາດນີ້, ສະຫາຍ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ວັດທະນະທໍາ ລະຫວ່າງ ສອງປະເທດທີ່ໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ໄດ້ສະແດງຄວາມຊົມເຊີຍຕໍ່ການສ້າງສາພັດທະນາເສດຖະກິດ-ສັງຄົມ ຂອງ ແຂວງຢຸນນານ ທີ່ໄດ້ເຮັດໃຫ້ມີຄວາມຈະເລີນຮຸ່ງເຮືອງຢ່າງຕໍ່ເນື່ອງ. ແຂວງຢຸນນານ ຍັງເປັນແຂວງທີ່ມີທີ່ຕັ້ງອັນສໍາຄັນ ແລະ ເປັນແຂວງດຽວຂອງ ສປ ຈີນ ທີ່ມີຊາຍແດນຕິດກັບ ສປປ ລາວ, ປະຊາຊົນສອງປະເທດເຄີຍມີມູນເຊື້ອຄວາມສາມັກຄີມິດຕະພາບ ແລະ ໄດ້ມີການໄປມາຫາສູ່ຊຶ່ງກັນ ແລະ ກັນ ມາແຕ່ບູຮານນະການ, ຊຶ່ງໄດ້ເຮັດໃຫ້ແຂວງຢຸນນານ ແລະ ສປປ ລາວ ມີເງື່ອນໄຂສະດວກໃຫ້ແກ່ການພົວພັນຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ສປປ ລາວ ກັບ ແຂວງຢຸນນານ ຫຼາຍກວ່າແຂວງອື່ນໆຂອງ ສປ ຈີນ, ທັງເປັນແຂວງທີ່ມີຍຸດທະສາດເປັນປະຕູເຊື່ອມຕໍ່ຂອງ ສປ ຈີນ ລົງສູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ສະແດງຄວາມຂອບໃຈຕໍ່ການນໍາຂອງແຂວງຢຸນນານ ທີ່ໄດ້ຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ກຸ່ມວິສາຫະກິດໃຫຍ່ຂອງ ແຂວງຢຸນນານ ໄປລົງທຶນຢູ່ ສປປ ລາວ ພ້ອມທັງໄດ້ເອົາໃຈໃສ່ໃນການສ້າງເຂດເສດຖະກິດພິເສດບໍ່ເຕນ-ບໍ່ຫານ ແລະ ເຂດເສດຖະກິດພິເສດໄຊເສດຖາກວມລວມ.

ສປປ ລາວ ຢືນຢັນສືບຕໍ່ສະແດງການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນ ຊຶ່ງມີນະໂຍບາຍເສີມຂະຫຍາຍ ແລະ ຮັດແໜ້ນການເຊື່ອມຈອດໃນພາກພື້ນກໍຄືສາກົນ. ສອງຝ່າຍຕົກລົງສືບຕໍ່ເອົາໃຈໃສ່ປະສານສົມທົບກັນໃຫ້ລະອຽດເລິກເຊິ່ງ ແລະ ທັນການຂຶ້ນກວ່າເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຮ່ວມມືກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້, ຝ່າຍລາວໄດ້ສະເໜີໃຫ້ ສປ ຈີນ ສືບຕໍ່ຊຸກຍູ້ນັກລົງທຶນຈີນ ໄປລົງທຶນຢູ່ ສປປ ລາວ ໃຫ້ຫຼາຍຂຶ້ນ ແລະ ພ້ອມນັ້ນສອງຝ່າຍຍັງໄດ້ປຶກສາຫາລືແຜນການຮ່ວມມືໃນອານາຄົດຂອງກະຊວງການຕ່າງປະເທດ ກັບ ແຂວງຢຸນນານ; ຫຼັງຈາກພົບປະແລ້ວສອງຝ່າຍຍັງໄດ້ເປັນສັກຂີພິຍານໃນພິທີລົງນາມເອກະສານບົດບັນທຶກການຮ່ວມມືມິດຕະພາບ ລະຫວ່າງ ຫ້ອງການກະຊວງການຕ່າງປະເທດ ແລະ ຫ້ອງການພົວພັນຕ່າງປະເທດແຂວງຢຸນນານ ແຫ່ງ ສປ ຈີນ.

ນອກນັ້ນ, ສະຫາຍ ລັດຖະມົນຕີ ພ້ອມຄະນະ ກໍໄດ້ໄປຢ້ຽມຢາມມະຫາວິທະຍາໄລວິທະຍາສາດເຕັກໂນໂລຊີ, ໄດ້ພົບປະກັບການນໍາມະຫາວິທະຍາໄລ ແລະ ນັກສຶກສາລາວທີ່ກໍາລັງສຶກສາຢູ່ມະຫາວິທະຍາໄລດັ່ງກ່າວ ແລະ ຢ້ຽມຢາມຫ້ອງການແກ້ໄຂຄວາມທຸກຍາກຂອງ ແຂວງຢຸນນານ.

- 5 - ລັດຖະມົນຕີກະຊວງການຕ່າງປະເທດ ສຳເລັດຢ້ຽມຢາມແຂວງຢຸນນານ ສປ ຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!