ເມືອງຈັນທະບູລີ ຈັດສອບເສັງຈົບຊັ້ນມ ໃນວັນທີ 18-20 ມິຖຸນານີ້


ຫ້ອງການສຶກສາທິການ ແລະ ກິລາເມືອງຈັນທະບູລີ, ນະຄອນຫລວງວຽງຈັນໃຫ້ ຮູ້ວ່າ: ການສອບເສັງຈົບຊັ້ນ ມັດທະຍົມສຶກສາຕອນຕົ້ນ( ມ.4 ) ທົ່ວເມືອງຈັນທະບູລີ ປະຈໍາສົກຮຽນ 2018-2019 ໄດ້ກໍານົດເອົາວັນທີ 18-20 ມິຖຸນານີ້, ຢູ່ໂຮງຮຽນມັດທະຍົມສົມບູນວຽງ ຈັນ, ໂດຍໃນວັນທີ 18 ມິຖຸນານີ້ ຕອນເຊົ້າສອບເສັງວິຊາພາສາລາວ- ວັນນະຄະດີ, ຕອນບ່າຍສອບເສັງ ວິຊາ ສຶກສາພົນລະເມືອງ; ວັນທີ 19 ມິຖຸນາ ຕອນເຊົ້າສອບເສັງວິຊາ ວິທະຍາສາດທໍາມະຊາດ, ຕອນບ່າຍສອບ ເສັງ ວິຊາ ວິທະຍາສາດສັງຄົມ ແລະ ວັນທີ 20 ມິຖຸນາ, ຕອນ ເຊົ້າສອບເສັງວິຊາຄະນິດ ສາດ, ຕອນບ່າຍສອບເສັງ ວິຊາ ພາສາອັງກິດ ແລະ ສິ່ງ ສຳຄັນນັກສອບເສັງຕ້ອງ ປະຕິບັດລະບຽບຂອງການ ສອບເສັງຢ່າງເຂັ້ມງວດຄື: ນັກສອບເສັງຕ້ອງນຸ່ງເຄື່ອງ ແບບນັກຮຽນຢ່າງເປັນລະ ບຽບ, ຕ້ອງສະແດງບັດເຂົ້າ ຫ້ອງສອບເສັງທຸກຄັ້ງໃນ ເມື່ອມີການກວດກາ, ບໍ່ໃຫ້ ສະ ແດງທ່າທີ ຫຼື ເວົ້າຈາບໍ່ສຸພາບ ຕໍ່ຄູ-ອາຈານ ແລະ ໝູ່ຄູ່ດ້ວຍ ກັນ, ນັ່ງບ່ອນທີ່ຄະນະກໍາມະ ການຄວບຄຸມຫ້ອງສອບເສັງຈັດໃຫ້ເທົ່ານັ້ນ ແລະ ຫ້າມ ຍ້າຍບ່ອນນັ່ງ ຫຼື ຍ່າງໄປມາ ຕາມລໍາພັງໃຈຢ່າງເດັດຂາດ, ໃນກໍລະນີມີຄໍາຖາມ ຫຼື ບັນ ຫາຕ້ອງຍົກມື ເພື່ອຂໍອະນຸ ຍາດຈາກຜູ້ຄວບຄຸມຫ້ອງ ສອບເສັງ ແລະ ຫ້າມສົ່ງສຽງ ດັງລົບກວນຜູ້ອື່ນຫຼືອອກຈາກ ຫ້ອງໃນເວລາສອບເສັງ ໂດຍ ບໍ່ໄດ້ຮັບອະນຸຍາດ.



