ປະຕິບັດທຳແນວໃດໃຫ້ເກີດປັນຍາ
– ຍ້ອນຫຍັງ ຄົນໄປປະຕິບັດທຳຍັງໃຈຮ້າຍຄືເກົ່າ ທັງບາງຄົນຍັງມີອາລົມຮ້າຍກ່ວາເກົ່າ, ເປັນຫຍັງ ຄົນປະຕິບັດທຳມາຕັ້ງແຕ່ດົນຍັງລຳລິລຳໄລມັກຈົ່ມຄືເກົ່າ ບໍ່ເຫັນຈະມີຫຍັງດີຂຶ້ນມາເລີຍ, ເປັນຫຍັງ ຫົວໜ້າຂ້ອຍຍິ່ງໄປປະຕິບັດທຳຍິ່ງມີນິໄສຮ້າຍກ່ວາເກົ່າ ຈົນລູກນ້ອງຮັບນິໄສບໍ່ໄດ້ ປະຕິບັດທຳຊ່ວຍໄດ້ແທ້ບໍ່, ເປັນຫຍັງ ເຫັນທຽວໄປວັດ, ທຽວໄປຖືສິນ, ແຕ່ກໍຍັງເຫັນໂລບມາກ ໂລພາຄືເກົ່າ, ມັກຕິສິນນິນທາຢູ່ຄືເກົ່າ ?
ຄຳສອນຂອງພະພຸດທະເຈົ້າ 84.000 ພະທຳມະຂັນມີຈຸດມຸ່ງໝາຍດຽວກັນໝົດ ຄື ເພື່ອຄວາມດັບທຸກ ຖ້າຄົນໜຶ່ງບອກວ່າສຶກສາ ແລະ ປະຕິບັດທຳມາດົນຫລາຍສິບປີ ແລະ ຍັງຄົງປະຕິບັດຢູ່ທຸກມື້ຢ່າງເຄັ່ງຄັດບໍ່ເຄີຍຂາດ, ແຕ່ຍັງດູຖູກດູໝິ່ນຄົນ, ຍັງມີບັນຫາກັບລູກກັບຜົວຢູ່ເກືອບທຸກມື້ ຄົນຜູ້ນັ້ນສົມຄວນຈະຕ້ອງກັບມານັ່ງທົບທວນເບິ່ງແລ້ວວ່າ ການປະຕິບັດທຳທີ່ຜ່ານມານັ້ນ ຜິດພາດຢູ່ບ່ອນໃດ.
ການປະຕິບັດທຳກໍປຽບດັ່ງການຮຽນຮູ້ໃນສາຂາວິຊາຊີບອື່ນໆ ຄືກັບການທ່ອງສູດເລກຄູນ, ສູດເລກຄູນບໍ່ໄດ້ມີໄວ້ເພື່ອທ່ອງຢ່າງດຽວ, ແຕ່ຕ້ອງເອົາໄປໃຊ້ໃຫ້ເກີດປະໂຫຍດໄດ້ນຳ ໂດຍການປະຕິບັດທຳ ຄື ການປະຕິບັດເພື່ອຄວາມພົ້ນທຸກ, ແຕ່ເມື່ອຊີວິດຕ້ອງປະສົບຄວາມທຸກ ຊຳ້ພັດເອົາໂຕບໍ່ລອດ, ບໍ່ສາມາດພາໃຈຕົນເອງອອກຈາກທຸກໄດ້ ທັງຍັງຫາເລື່ອງທຸກມາໃສ່ໃຈອີກ ແບບນີ້ຕ້ອງຢຸດ ແລ້ວທົບທວນ ຢ່າດຶງດັນເຮັດໄປໃຫ້ເສຍເວລາ.
ສ່ວນຫລາຍແລ້ວທົບທວນເອງບໍ່ຄ່ອຍໄດ້ ເພາະມັກຈະຕົກລົງໄປໃນຮ່ອງຄວາມຄິດເກົ່າໆ ໃນທີ່ສຸດກໍປະຕິບັດແບບເກົ່າໆ ຈຶ່ງຂຶ້ນຈາກຂຸມບໍ່ໄດ້ຈັກເທື່ອ ແນະນຳໃຫ້ປຶກສາຜູ້ຮູ້ ການປະຕິບັດທຳຕ້ອງມີຄູບາອາຈານແນະນຳສັ່ງສອນ ແລະ ສິ່ງສຳຄັນ ຢ່າຕິດຮູບແບບ, ຢ່າຍຶດຕິດແນວທາງຈົນເກີນໄປ ຖ້າທາງນີ້ບໍ່ໄດ້ຜົນກໍຕ້ອງປ່ຽນ.
ໃນເບື້ອງຕົ້ນຂອງການປະຕິບັດທຳ ເຮົາຈຳເປັນຕ້ອງມີຮູບແບບ ຫລື ແນວທາງການປະຕິບັດ ເມື່ອປະຕິບັດໄປເລື້ອຍໆ ເຮົາຕ້ອງຮູ້ຈັກສັງເກດ, ຮູ້ຈັກພິຈາລະນາໄຕ່ຕອງ, ທົບທວນການປະຕິບັດຂອງເຮົາວ່າໄດ້ຫຍັງແດ່ຈາກການປະຕິບັດທຳ, ກິເຫລດໂຕໃດຫລຸດລົດໄປແດ່, ເວລາຈະຮ້າຍ ຮູ້ໂຕໄວຂຶ້ນຫລືບໍ່ ແບບນີ້ເປັນຕົ້ນ ບໍ່ແມ່ນວ່າເມົາແຕ່ຫລັບຫູຫລັບຕາເຮັດໄປຕາມເຂົາວ່າ ເມື່ອ ໃຜຖາມວ່າໄປປະຕິບັດທຳມາເປັນແນວໃດແດ່ ກໍຕອບວ່າ ກໍດີ ແລ້ວມັນດີແນວໃດ ການປະຕິບັດທຳແມ່ນການລົງມືເຮັດຕາມພະທຳຄຳສອນຂອງພະພຸດທະເຈົ້າ. ພະພຸດທະເຈົ້າສອນເລື່ອງຫຍັງ ເພິ່ນສອນເລື່ອງນິບພານ, ສອນເລື່ອງຄວາມພົ້ນທຸກ, ຄວາມທຸກຂອງມະນຸດເກີດຈາກຫຍັງ ? ເກີດຈາກຄວາມຄິດປຸງແຕ່ງ, ເກີດຈາກກິເຫລດ, ຕັນຫາ, ອຸປະທານ, ຄວາມຄິດປຸງແຕ່ງ, ກິເຫລດຕັນຫາ, ອຸປະທານເປັນຮູບປະທຳ ຫລື ນາມມະທຳ. ນາມມະທຳຕ້ອງໃຊ້ຫຍັງໃນການຮຽນຮູ້ຂັດເກົາ ? ໃຊ້ສິ່ວ, ໃຊ້ຕະໄບ, ເຈ້ຍຊາຍໄດ້ບໍ່ ຄຳຕອບຄື ບໍ່ໄດ້.
ນາມມະທຳຕ້ອງໃຊ້ນາມມະທຳໃນການຮຽນຮູ້ ແລະ ພັດທະນາ. ແລ້ວເຮົາຈະໃຊ້ນາມມະທຳຫຍັງ ?
ພະພຸດທະເຈົ້າສອນວ່າ : ປັນຍາເທົ່ານັ້ນທີ່ປະຫານກິເຫລດໄດ້ ເຮົາຕ້ອງໃຊ້ນາມມະທຳທີ່ຊື່ວ່າປັນຍາເທົ່ານັ້ນໃນການຂັດເກົາຈິດໃຈ ຕ້ອງເປັນພາວະນາມະຍະປັນຍາທີ່ເກີດຂຶ້ນຈາກການພິຈາລະນາໄຕ່ຕອງຈົນເຫັນຄວາມຈິງຂອງທຳມະຊາດ ເຫັນທຳມະຊາດຂອງຈິດວ່າເປັນແນວໃດ, ເຫັນທຳມະຊາດຂອງກິເຫລດວ່າເຮັດວຽກແນວໃດ, ເຫັນທຳມະຊາດຂອງສັນຍານ, ສັງຂານ ວ່າເຮັດວຽກແນວໃດ ທັງຫລາຍທັງປວງນີ້ສາມາດເຫັນໄດ້ດ້ວຍຍານທັດສະນະ ຄື ການເບິ່ງເຂົ້າມາໃນຈິດ, ສຶກສາອາການຂອງຈິດ ເຊິ່ງຕ້ອງໃຊ້ທັງສະຕິ, ສະມາທິ ແລະ ປັນຍາໃນການໄຕ່ຕອງ, ສັງເກດ, ທົດສອບທົດລອງ ທີ່ເອີ້ນວ່າ ປະຕິບັດນອກຂອບແດ່.
ການປະຕິບັດທຳຕາມຮູບແບບກໍຄືເຮົາກຳລັງຍ່າງຂ້າມຂົວໄມ້ໄຜ່ ທຳອິດຕ້ອງຈັບຮາວຂົວໄປກ່ອນ ແຕ່ເມື່ອຍ່າງໄປດົນໆເຮົາຕ້ອງລອງປ່ອຍມືຈາກຮາວຂົວເບິ່ງ ຢ່າຢ້ານຜິດ, ປ່ອຍທຸກຢ່າງໄປຕາມທຳມະຊາດແດ່, ຝຶກຟັງສຽງຫົວໃຈໂຕເອງແດ່, ຄູບາອາຈານເພິ່ນຈຶ່ງບອກໄວ້ວ່າ ເຮັດໄປເລື້ອຍໆ ແລ້ວເຮົາຈະຮູ້ເອງວ່າເຮົາຄວນເຮັດຫຍັງຕໍ່ໄປ.
ປັນຫາມັນຢູ່ບ່ອນວ່າ ຮູ້ແລ້ວບໍ່ກ້າເຮັດ, ຢ່າຢ້ານ ຜິດກໍເລີ່ມໃໝ່ ຖ້າບໍ່ລອງແລ້ວຈະຮູ້ໄດ້ແນວໃດ.