ໂອກາດດີໆ! ກວດ ແລະ ຜ່າຕັດ ໂດຍ ບໍ່ເສຍຄ່າ ເນື່ອງໃນສະຫລອງວັນແພດລາວ
June 17, 2019 - 2:34 PM




ໂອກາດດີໆມາແລ້ວ, ເນື່ອງໃນການສະເຫລີມສະຫລອງວັນແພດລາວ ໃນວັນທີ 18 ມິຖຸນານີ້, ສູນປິ່ນປົວ ແລະ ຮັກສາສຸຂະພາບຕາ (ທົ່ງປົ່ງ) ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ ໄດ້ມີບໍລິການກວດ ແລະ ຜ່າຕັດ ໂດຍບໍ່ເສຍຄ່າ ໃຫ້ຜູ້ສູງອາຍຸ ຕັ້ງແຕ່ 50 ປີ ຂຶ້ນໄປ, ເຊິ່ງເລີ່ມແຕ່ເວລາ 8:00-12:00 ໂມງ.


ກະດຈະກໍາດັ່ງກ່າວ ເພື່ອລະນຶກເຖິງຜົນງານ ແລະ ສັນລະເສີນຄຸນງາມຄວາມດີ ຂອງແພດລາວ ໃນສະໄໝຕໍ່ສູ້ກູ້ຊາດ ກໍຄື ສະໄໝປົກປັກຮັກສາ ແລະ ພັດທະນາປະເທດຊາດ, ວັນແພດລາວ ໄດ້ສ້າງຕັ້ງຂຶ້ນ ແລະ ໄດ້ກຳນົດໄວ້ໃນກົດໝາຍປິ່ນປົວ ເພື່ອເຮັດໃຫ້ພົນລະເມືອງລາວບັນດາເຜົ່າ, ທຸກຊັ້ນຄົນເຫັນໄດ້ການເຕີບໃຫຍ່ຂະຫຍາຍຕົວວຽກງານສາທາລະນະສຸກຂອງຖັນແຖວແພດ-ໝໍລາວ.