ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ໄປເຈົ້າໜ້າທີ່​ຈະ​ເລີ່​ມປັບ​ໃໝຜູ້​ທີ່​ຍັງ​ບໍ່​ໄປ​ເສຍ​ຄ່າ​ທາງ

-              - ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ໄປເຈົ້າໜ້າທີ່​ຈະ​ເລີ່​ມປັບ​ໃໝຜູ້​ທີ່​ຍັງ​ບໍ່​ໄປ​ເສຍ​ຄ່າ​ທາງ
- kitchen vibe - ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ໄປເຈົ້າໜ້າທີ່​ຈະ​ເລີ່​ມປັບ​ໃໝຜູ້​ທີ່​ຍັງ​ບໍ່​ໄປ​ເສຍ​ຄ່າ​ທາງ

   ​​​ໃນ​ວັນ​ທີ 13-14 ມິຖຸນາ ນີ, ເຈົ້າໜ້າທີ່​ຈະລາຈອນ ກ່ວາ 50 ຄົນ ຈາກ 9 ຕົວ​ເມືອງ ຢູ່ ນະຄອນຫລວງ​ວຽງຈັນ, ​ໄດ້​​ເຂົ້າ​ຮ່ວມການ​ເຜີຍ​ແຜ່​ກົດ​ລະບຽບການ​ເສຍ​ຄ່າ​ທາງ, ​ເພື່ອ​ຮັບປະກັນ​ການ​ປະຕິບັດ​​ວຽກງານຮ່ວມ​ກັບໜ່ວຍງານ​ກ່ຽວຂ້ອງ​ອື່ນໆໃນ​ການ​ປັບ​ໃໝ ຂີ່​ລົດ​ທີ່​ຍັງ​ບໍ່ທັນ​​ໄດ້​ເສຍ​ຄ່າ​ທາງ, ພາຍຫລັງ​ເຫັນ​ວ່າ: ມາ​ຮອດ​ປັດຈຸບັນ ຍັງ​ມີ​​ເຈົ້າ​ຂອງ​ພາຫະນະຈຳນວນ​ບໍ່ໜ້ອຍ ບໍ່ທັນ​ໄດ້​ເສຍ​ຄ່າ​ທາງ ​ໃນ​ປີ 2019.

​    ພະ​ແນ​ກສ່ວຍ​ສາ​ອາກອນ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ການເສຍຄ່າທຳນຽມທາງໃນໄລຍະ 3 ເດືອນ ຕົ້ນ​ປີ 2019 ນີ້, ຢູ່ນະຄອນຫຼວງວຽງຈັນ ຍັງບໍ່ບັນລຸຕາມເປົ້າໝາຍ ທີ່ກໍານົດ ໄວ້, ປັດຈຸບັນ ຢູ່ ນະຄອນຫລວງ​ວຽງຈັນ ມີພາຫະນະທັງໝົດ 800.000 ກວ່າຄັນ, ແຕ່ມີຜູ້ມາເສຍຄ່າທໍານຽມທາງ​ພຽງ​ແຕ່ 100.000 ກວ່າຄັນ ລວມເປັນເງິນ 31 ຕື້ກວ່າກີບ ເທົ່າກັບ 22,5%. ຂອງ​ຈຳນວນ​ພາຫະນະ. ສະນັ້ນ, ຈຶ່ງເລື່ອນເວລາອອກໄປຮອດ 30 ມິຖຸນາ ນີ້ ​ແລະ ຖ້າກາຍນັ້ນ​ໄປແມ່ນຖືກປັບໃໝ 0,1% ຕໍ່ມື້, ​ໂດຍ​ຈະ​ຮ່ວມ​ມື​ກັບ​ເຈົ້າໜ້າທີ່​ຕຳຫລວດ​ຈະລາຈອນ​ໃນ​ການ​ຕິດຕາມ​ກວດກາ​ລົດ​ທີ່​ບໍ່ທັນ​ມາ​ເສຍ​ຄ່າ​ທາງ​ດັ່ງກ່າວ

- Visit Laos Visit SALANA BOUTIQUE HOTEL - ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ໄປເຈົ້າໜ້າທີ່​ຈະ​ເລີ່​ມປັບ​ໃໝຜູ້​ທີ່​ຍັງ​ບໍ່​ໄປ​ເສຍ​ຄ່າ​ທາງ

      ທ່ານ ສົມພອນ ພິມມະສອນ ຮອງຫົວໜ້າ ສ່ວຍສາອາກອນປະຈໍານະ ຄອນຫຼວງວຽງຈັນ ​ໃຫ້​ຮູ້ວ່າ: ປົກກະຕິການເສຍຄ່າທໍານຽມທາງ ປະຈໍາປີ 2019 ສິ້ນສຸດ ໃນວັນທີ 30 ມີນາ, ແຕ່ຍັງບໍ່ມີຜູ້ທີ່ມາເສຍຄ່າທາງ​ເປັນ​ຈຳນວນ​ຫລາຍ ຫຼ້າສຸດລັດຖະມົນຕີກະຊວງການເງິນ ໄດ້ອອກແຈ້ງການ ເລກທີ 0975/ກງ ລົງວັນທີ 1 ເມສາ 2019 ເລື່ອງການ ເລື່ອນໄລຍະເວລາປົກກະຕິຂອງການຊໍາລະຄ່າທໍານຽມທາງ ປະຈໍາປີ 2019 ຈາກ 31 ມີນາ ເປັນ 30 ມິຖຸນາ 2019 ຖ້າກາຍໄລຍະເວລາທີ່ກໍານົດ ໄວ້ແມ່ນຖືກປັບໃໝ 0,1% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງປະຈໍາປີ ​ແລະ ​ເຈົ້າ​ຂອງ​ລົດບໍ່ໄດ້ ເສຍຄ່າທໍານຽມທາງປະຈໍາປີ 2017 ແລະ 2018 ແມ່ນຈະ​ຖືກປັບໃໝ 60% ຂອງ​ອັດຕາຄ່າທໍານຽມທາງ, ເຊິ່ງໃນປີ 2019 ສ່ວຍສາອາກອນ ນະຄອນຫຼວງວຽງຈັນ ໄດ້ຮັບຕົວເລກເກັບ ຄ່າທໍານຽມທາງ ຈໍານວນ 65 ຕື້ກີບ.

    ຫົວໜ້າພະ​ແນ​ກຕຳຫລວດ​ຈະລາຈອນ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ປັດຈຸບັນ, ພົບ​ຜູ້​ຂັບ​ຂີ່​ຈຳນວນ​ຫລາຍ ບໍ່ທັນ​ເສຍ​ຄ່າ​ທຳ​ນຽມທາງ, ຊຶ່ງ​ພາກ​ລັດ​ກໍ​ໄດ້​ເນັ້ນ​ໃຫ້​ສັງຄົມ​ຕື່ນ​ຕົວ​ໄປ​ເສຍ​ຄ່າ​ທຳນຽມທາງຕາມ​ພັນທະ, ​ແນວ​ໃດ​ກໍ​ຕາມ, ​ໃນ​ເດືອນ ກໍລະກົດ​ນີ້, ​ເຈົ້າໜ້າທີ່​ ແລະ ໜ່ວຍງານ​ກ່ຽວຂ້ອງ ຈະ​ໄດ້​ລົງ​ກວດກາເພີ່ມ​ຄວາມ​ເຂັ້ມງວດ​ໃນ​ການກວດ​ກາ​ບັນຫາ​ດັ່ງກ່າວ ​ແລະ ຈະ​ມີ​ການ​ປັບ​ໃໝຕາມ​ລະບຽບການ​ກຳນົດ, ພ້ອມ​ທງກວດກາທາດ​​ເຫລົ້າ, ພ້ອມ​ທັງ​ຈະ​ມີ​ການ​ປັບ​ໃໝ 20 ​ເທົ່າ​ຕາມ​ມະຕິ​ຂອງ​ສະພາ​ປະຊາຊົນ ນະຄອນຫລວງ​ວຽງຈັນ​ວາງ​ອອກ.

- 5 - ນັບ​ແຕ່​ເດືອນ​ກໍລະກົດ​ເປັນ​ຕົ້ນ​ໄປເຈົ້າໜ້າທີ່​ຈະ​ເລີ່​ມປັບ​ໃໝຜູ້​ທີ່​ຍັງ​ບໍ່​ໄປ​ເສຍ​ຄ່າ​ທາງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!