ສະພາຮັບຮອງເອົາຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ
ຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບປັບປຸງ ໄດ້ຖືກຮັບຮອງໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 13 ມິຖຸນານີ້, ໂດຍການເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ແລະ ພາຍຫຼັງທ່ານ ລຽນ ທິແກ້ວ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ນໍາສະເໜີຮ່າງກົດໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ຕໍ່ກອງປະຊຸມວ່າ: ກົດໝາຍວ່າດ້ວຍປ່າໄມ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ໃນປີ 2007, ຜ່ານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຫັນວ່າກົດໝາຍສະບັບນີ້ ໄດ້ເປັນເຄື່ອງມືມະຫາພາກ, ເປັນນິຕິກໍາພື້ນຖານສໍາລັບການຄຸ້ມຄອງ, ປົກປັກຮັກສາ ແລະ ພັດທະນາປ່າໄມ້. ຄຽງຄູ່ກັນນີ້ ເຫັນວ່າກົດໝາຍດັ່ງກ່າວ ຍັງມີຫຼາຍດ້ານບໍ່ທັນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ສົ່ງເສີມທົ່ວປວງຊົນເຂົ້າຮ່ວມຢ່າງຫ້າວຫັນ ແລະ ນໍາໃຊ້ຢ່າງມີປະສິດທິຜົນ, ບໍ່ທັນສອດຄ່ອງກັບການຮ່ວມມືກັບສາກົນໃນໄລຍະໃໝ່. ສ່ວນໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍ ປ່າໄມ້ ສະບັບເກົ່າ ປະກອບມີ 12 ພາກ,13 ໝວດ ແລະ 130 ມາດຕາ, ສໍາລັບສະບັບປັບປຸງ ປະກອບມີ 15 ພາກ, 16 ໝວດ ແລະ 175 ມາດຕາ, ໃນນີ້, ປັບປຸງທັງໝົດ 90 ມາດຕາ, ເພີ່ມໃໝ່ 56 ມາດຕາ ແລະ ຮັກສາໄວ້ 29 ມາດຕາ.
ສ່ວນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງກົດໝາຍວ່າດ້ວຍປ່າໄມ້ ໃນຄັ້ງນີ້ ເພື່ອຫັນປ່ຽນໄປສູ່ການຄຸ້ມຄອງ, ປົກປັກຮັກສາ ແລະ ສົ່ງເສີມການປູກໄມ້ເປັນຕົ້ນຕໍ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກໃນໄລຍະໃໝ່ຕາມທິດການພັດທະນາສີຂຽວ ແລະ ຍືນຍົງ, ຕິດພັນກັບການພັດທະນາຊົນນະບົດ ແກ້ໄຂຄວາມທຸກຍາກຕາດທິດ 3 ສ້າງ ແລະ ສອດຄ່ອງກັບສົນທິສັນຍາສາກົນທີ່ລາວເປັນພາຄີ.
ເມື່ອຮ່າງກົດໝາຍ ວ່າດ້ວຍ ປ່າໄມ້ ສະບັບປັບປຸງນີ້ ໄດ້ຖືກຮັບຮອງ ແລະ ປະກາດນໍາໃຊ້ ຈະເປັນນິຕິກໍາພື້ນຖານໃຫ້ແກ່ການເຄື່ອນໄຫວຂອງອົງການລັດຂັ້ນສູນກາງ, ທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ຊຶ່ງຈະເປັນການປະກອບສ່ວນເຂົ້າໃນການສ້າງລັດແຫ່ງກົດໝາຍເປັນກ້າວໆ, ເປັນບ່ອນອີງໃຫ້ແກ່ການກໍານົດຍຸດທະສາດ, ແຜນງານ, ໂຄງການຂອງອົງການຈັດຕັ້ງລັດຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ, ເຮັດໃຫ້ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້ ເປັນລະບົບ ແລະ ມີປະສິດທິຜົນຂຶ້ນກວ່າເກົ່າ, ເຮັດໃຫ້ອົງການຈັດຕັ້ງລັດຂັ້ນສູນກາງ, ຂັ້ນທ້ອງຖິ່ນ ແລະ ທຸກພາກສ່ວນໃນສັງຄົມ ເຂົ້າໃຈ ແລະ ເຫັນໄດ້ພັນທະໜ້າທີ່ຂອງຕົນເອງທີ່ມີຕໍ່ການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ນໍາໃຊ້ ແລະ ກວດກາປ່າໄມ້ ແລະ ທີ່ດິນປ່າໄມ້, ພ້ອມທັງສ້າງຄວາມເຊືອໝັ້ນໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ປະຊາຊົນ ເຂົ້າຮ່ວມໃນການລົງທຶນພັດທະນາປ່າໄມ້ໃຫ້ມີຄວາມໝັ້ນຄົງ, ເປັນພື້ນຖານໃຫ້ແກ່ອົງການຈັດຕັ້ງລະຫວ່າງປະເທດ ແລະ ອົງການຈັດຕັ້ງສາກົນ ໃຫ້ການສະໜັບສະໜູນດ້ານທຶນຮອນ ແລະ ເຕັກໂນໂລຊີ ເຂົ້າໃນວຽກງານປ່າໄມ້.