ເຄື່ອງດື່ມສະໝຸນໄພຊ່ວຍຫລຸດອາການເຈັບຄໍ ແລະ ຄັນຄໍ


ອາການເຈັບຄໍ, ຄັນຄໍ ຖືເປັນອາການທີ່ເຮັດໃຫ້ເກີດຄວາມຮູ້ສຶກລຳຄານບໍ່ໜ້ອຍ ນອກຈາກຄວນໄປໂຮງໝໍແລ້ວ ການດື່ມເຄື່ອງດື່ມຈາກທຳມະຊາດກໍສາມາດຊ່ວຍໃຫ້ອາການເຈັບຄໍຫລຸດຜ່ອນລົງໄດ້. ຕໍ່ໄປນີ້ແມ່ນບາງເຄື່ອງດື່ມສະໝຸນໄພທີ່ມີສັບພະຄຸນຊ່ວຍຫລຸດອາການເຈັບຄໍ ແລະ ຄັນຄໍໄດ້ :


– ເຄື່ອງດື່ມຫລຸດອາການເຈັບຄໍ ໂດຍນົມປະສົມຂີ້ໝິ້ນ : ວິທີເຮັດແມ່ນເອົານຳ້ນົມສົດ ປະລິມານ 1 ຈອກ ໄປຕົ້ມຈົນຟົດ, ຕື່ມຂີ້ໝິ້ນຝຸ່ນ 1 ບ່ວງຊາ, ອາດຈະເພີ່ມນຳ້ເຜິ້ງໜ້ອຍໜຶ່ງ ຄົນໃຫ້ເຂົ້າກັນດີ ແລ້ວດື່ມທັນທີ.
– ເຄື່ອງດື່ມຫລຸດອາການເຈັບຄໍ ໂດຍໝາກເລັ່ນໃຫຍ່ປະສົມຂີງ : ວິ ທີເຮັດແມ່ນເອົາຂີງບົດ 2 ສ່ວນ ປະສົມນຳ້ໝາກເລັ່ນ 3 ສ່ວນ ຕົ້ມນຳ້ໃຫ້ຟົດ ແລ້ວເອົາສ່ວນປະສົມນີ້ໃສ່ລົງໄປ ແລ້ວປົງລົງ ປະໄວ້ 5 – 10 ນາທີກ່ອນດື່ມ, ຄວນດື່ມຢ່າງໜ້ອຍ 3 ເທື່ອຕໍ່ມື້.
– ຫລຸດອາການເຈັບຄໍດ້ວຍຂີງ : ໂດຍເອົາຂີງປະສົມກັບນົມສົດອຸ່ນໆແລ້ວດື່ມ ຈະຊ່ວຍຫລຸດອາການເຈັບຄໍລົງໄດ້.
– ຫລຸດອາການເຈັບຄໍດ້ວຍຂີງປະສົມກັບນຳ້ເຜິ້ງ : ຕົ້ມຂີງແກ່ໃສ່ນຳ້ຈົນຟົດ, ຕື່ມນຳ້ເຜິ້ງໃສ່ເພື່ອເພີ່ມລົດຊາດທີ່ດີຂື້ນ ແລະ ເພີ່ມຄຸນປະໂຫຍດໃຫ້ແກ່ເຄື່ອງດື່ມຫລຸດອາການເຈັບຄໍຂອງທ່ານ.
– ຊາເປັບເປີມິ້ນຊ່ວຍຫລຸດອາການເຈັບຄໍ ແລະ ຄັນຄໍ : ວິທີເຮັດ ແມ່ນຕົ້ມນຳ້ໃຫ້ຟົດ, ຕື່ມໃບເປັບເປິມິ້ນໃສ່, ປະໄວ້ປະມານ 3 – 5 ນາທີ ກ່ອນທີ່ຈະດື່ມໃຫ້ເອົາໃບເປັບເປີມິ້ນອອກກ່ອນ.