ສ. ເກົາຫຼີ ມ້າງແກ້ງເຮັດໃບຂັບຂີ່ປອມຂອງຄົນຫວຽດນາມ


ມີກຸ່ມຄົນ ຫວຽດນາມຈຳນວນໜຶ່ງ ໄດ້ສົ່ງໜັງສືຜ່ານແດນ (Passport) ແລະ ຂໍ້ມູນສ່ວນບຸກຄົນ ພ້ອມດ້ວຍເງິນຈຳນວນໜຶ່ງ ເພື່ອເຮັດໃບຂັບຂີ່ປອມມີຄຸນຄ່າທຽບເທົ່າກັບໃບຂັບຂີ່ຂອງ ສ. ເກົາຫຼີ ເພື່ອແລກເອົາໃບຂັບຂີ່ຂອງ ສ. ເກົາຫຼີ.
ເຈົ້າໜ້າທີ່ຕຳຫຼວດ Busan ສ. ເກົາຫຼີ ໃນຕົ້ນອາທິດຜ່ານມານີ້, ໃຫ້ຮູ້ວ່າ: ໄດ້ຈັບກຸມຜູ້ຊາຍ ຫວຽດນາມ ຄົນໜຶ່ງ, ອາຍຸ 28 ປີ ແລະ ໄດ້ດຳເນີນຄະດີຕື່ມອີກ 4 ຄົນ ໃນຂໍ້ຫາ “ ຫຍຸ້ງກ່ຽວກັບວຽກລັດຖະການ ແລະ ປອມແປງເອກະສານຂອງບຸກຄົນ ”. ກຸ່ມຄົນດັ່ງກ່າວ ໄດ້ໂຄສະນາວ່າ ຈະຊ່ວຍຄົນຫວຽດນາມ ມີໃບຂັບຂີ ຂອງ ສ. ເກົາຫຼີໄດ້.
ຄົນຫວຽດນາມທີ່ດຳລົງຊີວີດຢູ່ ສ. ເກົາຫຼີ ໄດ້ເກັບເອົາໜັງສືຜ່ານແດນ(Passport) ແລະ ຂໍ້ມູນສ່ວນບຸກຄົນພ້ອມດ້ວຍເງິນ 700.000 ຫາ 1 ລ້ານວອນ(ສະກຸນເງິນ ສ. ເກົາຫຼີ) ໃຫ້ແກ້ງດັ່ງກ່າວເພື່ອເຮັດໃບຂັບຂີ່ປອມ. ຫຼັງຈາກນັ້ນ ກໍນຳເອົາໄປແລກປ່ຽນເອົາໃບຂັບຂີ່ຂອງ ສ. ເກົາຫຼີ.
ຫວຽດນາມແມ່ນໜຶ່ງໃນ 136 ຊາດ ທີ່ໄດ້ໃຫ້ສັດຕະຍາບັນ ກັບ ສ. ເກົາຫຼີ ທີ່ອະນຸຍາດໃຫ້ໃບຂັບຂິ່ມີຄຸນຄ່າທຽບເທົ່າໄດ້, ທີ່ບໍ່ຕ້ອງການສອບເສັງເລີຍ.
ເຈົ້າໜ້າທີ່ ສ. ເກົາຫຼີ ໃຫ້ຮູ້ວ່າ: ເຂົາເຈົ້າໄດ້ຮຽກຮ້ອງໃຫ້ການຈັດຕັ້ງຕຳຫຼວດອາຍາສາກົນ (Interpol) ສືບສວນບັນດາຊາດທີ່ໃຫ້ສັດຕະຍາບັນກັບ ສ. ເກົາຫຼີ ນັ້ນ ມີຄົນຫວຽດນາມຢູ່ໃນນັ້ນຫຼືບໍ? ນອກຈານີ້, ເຈົ້າໜ້າທີ່ຕຳຫຼວດຍັງໄດ້ແຈ້ງໃຫ້ເຈົ້າໜ້າທີ່ຈະລາຈອນເອົາໃຈໃສ່ຄວາມປອດໄພໃນທ້ອງຖະໜົນ ເພື່ອບໍ່ໃຫ້ແກ້ງໃບຂັບຂີ່ປອມຂອງຕ່າງຊາດລອດມືໄປໄດ້.
ຮຽບຮຽງໂດຍ: ລູເມືອງພວນ

