ລາວ​ປັບລົງລາຄາ​ນ້ຳມັນແອັດຊັງ 50 ກີບ ແລະ ປັບຂຶ້ນລາຄານໍ້າມັນກາຊວນ 80 ກີບ​ຕໍ່ລິ​ດ.

- KKLL - ລາວ​ປັບລົງລາຄາ​ນ້ຳມັນແອັດຊັງ 50 ກີບ ແລະ ປັບຂຶ້ນລາຄານໍ້າມັນກາຊວນ 80 ກີບ​ຕໍ່ລິ​ດ.
- kitchen vibe - ລາວ​ປັບລົງລາຄາ​ນ້ຳມັນແອັດຊັງ 50 ກີບ ແລະ ປັບຂຶ້ນລາຄານໍ້າມັນກາຊວນ 80 ກີບ​ຕໍ່ລິ​ດ.

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ໃຫ້​ສະມາຄົມ​ນ້ຳມັນ​ເຊື້ອ​ໄຟ ​ແລະ ​ອາຍ​ແກັສ ​ແລະ ບັນດາ​ບໍລິສັດ​ນ້ຳມັນ​ເຊື້ອ​ໄຟ​ທົ່ວ​ປະ​ເທດ ປັບ​ລົງລາຄາ​ຂາຍຍ່ອຍ​ນ້ຳມັນ​ເຊື້ອ​ໄຟ​ໃຫ້​ເປັນ​ເອກະ​ພາບ​ຄື: ປັບ​ລົງລາຄານໍ້າມັນແອັດຊັງພິເສດ ແລະ ທໍາມະດາ 50 ກີບຕໍ່ລິດ ແລະ ປັບຂຶ້ນນໍ້າມັນກາຊວນ 80 ກີບຕໍ່ລິດ, ໂດຍລາຄາ​ໃໝ່​ນີ້​ແມ່ນ​ໄດ້​ເລີ່​ມປະຕິບັດ​ແຕ່​ເວລາ 6:00 ​ໂມງ ຂອງ​ວັນ​ທີ 31 ພຶດສະພານີ້​ເປັນຕົ້ນ​ໄປ, ສ່ວນ​ການ​ຄິດ​ໄລ່​ເສຍ​ພັນ​ທະ ​ແລະ ຄ່າ​ທໍານຽມ​ຕ່າງໆ​ແມ່ນ​ໃຫ້​ຄິດ​ໄລ່​ຕາມ​ໂຄງ​ສ້າງ​ລາຄາ​ນໍ້າມັນ​ເຊື້ອ​​​​ໄຟ ຈົນ​ກວ່າ​ຈະ​ມີ​ກາ​ນປ່ຽນ​ແປງ. ເຊິ່ງຈະ​ເຮັດ​ໃຫ້​ລາຄາ​ນ້ຳມັນ​ຢູ່​ບັນດາແຂວງຕ່າງໆ​ມີ​ດັ່ງ​ນີ້: ນະຄອນຫລວງວຽງຈັນ: ແອັດຊັງພິເສດ 10.640, ແອັດຊັງທໍາມະດາ 9.380 ແລະ ກາຊວນ 8.790 ກີບຕໍ່ລິດ, ຜົ້ງສາລີ: ແອັດຊັງທໍາມະດາ 10.140 ແລະ ກາຊວນ 9.550 ກີບຕໍ່ລິດ, ຫລວງນໍ້າທາ: ແອັດຊັງທໍາມະດາ 9.740 ແລະ ກາຊວນ 9.150 ກີບຕໍ່ລິດ, ອຸດົມໄຊ: ແອັດຊັງພິເສດ 11.120 ແອັດຊັງທໍາມະດາ 9.860 ແລະ ກາຊວນ 9.270 ກີບຕໍ່ລິດ, ບໍ່ແກ້ວ: ແອັດຊັງພິເສດ 10.740 ແອັດຊັງທໍາມະດາ 9.480 ແລະ ກາຊວນ 8.890 ກີບຕໍ່ລິດ, ຫລວງພະບາງ: ແອັດຊັງພິເສດ 10.040 ແອັດຊັງທໍາມະດາ 9.780 ກາຊວນ 9.190 ກີບຕໍ່ລິດ, ໄຊຍະບູລີ: ແອັດຊັງພິເສດ 10.890 ແອັດຊັງທໍາມະດາ 9.630 ແລະ ກາຊວນ 9.040 ກີບຕໍ່ລິດ, ຫົວພັນ: ແອັດຊັງທໍາມະດາ 9.780 ແລະ ກາຊວນ 9.190 ກີບຕໍ່ລິດ, ຊຽງຂວາງ: ແອັດຊັງທໍາມະດາ 9.570 ແລະ ກາຊວນ 8.980 ກີບຕໍ່ລິດ, ແຂວງວຽງຈັນ: ແອັດຊັງພິເສດ 10.640 ແອັດຊັງທໍາມະດາ 9.380 ແລະ ກາຊວນ 8.790 ກີບຕໍ່ລິດ, ບໍລິຄໍາໄຊ: ແອັດຊັງພິເສດ 10.720 ແອັດຊັງທໍາມະດາ 9.460 ແລະ ກາຊວນ 8.870 ກີບຕໍ່ລິດ, ຄໍາມ່ວນ: ແອັດຊັງພິເສດ 10.670 ແອັດຊັງທໍາມະດາ 9.410 ແລະ ກາຊວນ 8.820 ກີບຕໍ່ລິດ, ສະຫວັນນະເຂດ: ແອັດຊັງພິເສດ 10.670 ແອັດຊັງທໍາມະດາ 9.410 ແລະ ກາຊວນ 8.820 ກີບຕໍ່ລິດ, ສາລະວັນ: ແອັດຊັງທໍາມະດາ 9.500 ແລະ ກາຊວນ 9.000 ກີບຕໍ່ລິດ, ຈໍາປາສັກ: ແອັດຊັງພິເສດ 10.700 ແອັດຊັງທໍາມະດາ 9.440 ແລະ ກາຊວນ 8.850 ກີບຕໍ່ລິດ, ເຊກອງ: ແອັດຊັງທໍາມະດາ 9.620 ແລະ ກາຊວນ 9.030 ກີບຕໍ່ລິດ, ອັດຕະປື: ແອັດຊັງພິເສດ 10.880 ແອັດຊັງທໍາມະດາ 9.620 ແລະ ກາຊວນ 9.030 ກີບຕໍ່ລິດ ແລະ ໄຊສົມບູນ ແອັດຊັງທໍາມະດາ 9.620 ແລະ ກາຊວນ 9.030 ກີບຕໍ່ລິດ.

- 4 - ລາວ​ປັບລົງລາຄາ​ນ້ຳມັນແອັດຊັງ 50 ກີບ ແລະ ປັບຂຶ້ນລາຄານໍ້າມັນກາຊວນ 80 ກີບ​ຕໍ່ລິ​ດ.
- Visit Laos Visit SALANA BOUTIQUE HOTEL - ລາວ​ປັບລົງລາຄາ​ນ້ຳມັນແອັດຊັງ 50 ກີບ ແລະ ປັບຂຶ້ນລາຄານໍ້າມັນກາຊວນ 80 ກີບ​ຕໍ່ລິ​ດ.
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!