ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ

- 24 - ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ
- kitchen vibe - ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ

ຮຽບຮຽງໂດຍ: ລູກເມືອງພວນ

ສະຫະລັດ ອາເມລິກາ ມີຄວາມຫວັງວ່າ ກ້ອນ ເງິນ ທີ່ຊ່ວຍເຫຼືອດັ່ງກ່າວຈະຊ່ວຍ ໃຫ້ຊາວກະສິກອນອາເມລິກາ ບໍ່ໄດ້ຮັບຜົນກະທົບຈາກສົງ ຄາມການຄ້າກັບຈີນ.

- Visit Laos Visit SALANA BOUTIQUE HOTEL - ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ

ລັດຖະບານ ປະທານາທິ ບໍດີ ດໍໂນທຼຳ, ວັນທີ 23 ພຶດ ສະພານີ້ ໄດ້ປະກາດວ່າ, ຈະໜູນເງິນຊ່ວຍເຫຼືອຊາວກະສິກອນ 16 ຕື້ ໂດລາ ເພື່ອທົດ ແທນຄືນຕໍ່ຜົນເສຍຫາຍຈາກ ສົງຄາມການຄ້າກັບຈີນ.  ທ່ານ ທຼຳ ເວົ້າຕໍ່ນັກຂ່າວທີ່ທຳນຽບຂາວວ່າ:  “ຊາວກະສິກອນຂອງສະຫະລັດອາເມລິກາ ໄດ້ຮັບຜົນກະທົບຢ່າງໜັກ ຈາກສົງຄາມການຄ້າກັບຈີນ. ພວກເຮົາຈະຊ່ວຍເຫຼືອປະຊາຊົນຂອງຕົນ ເພື່ອໃຫ້ເຂົາເຈົ້າ ມີຈຸດຢືນສະເໝີພາບອັນນັ້ນ ແມ່ນບັນຫາທີ່ສຳຄັນ”

ປະທານາທິບໍດີສະຫະລັດ ອາເມລິກາ ກ່າວວ່າ: ກະ ເປົາເງິນປັກກິ່ງກຳລັງຈະແຫ້ງ ຍ້ອນຮັບອັດຕາພາສີນຳເຂົ້າ 25% ທີ່ລັດຖະບານຂອງ ເຂົາຕັ້ງເປົ້າໄວ້ 200 ຕື້ໂດລາຕໍ່ ສິນຄ້ານຳເຂົ້າຈາກຈີນ, ທ່ານ ເວົ້າຕໍ່ອີກວ່າ: ເງິນພາສີສ່ວນ ໜຶ່ງທີ່ເກັບໄດ້ ກໍຈະເອົາໄປຊ່ວຍຊາວກະສິກອນ.

ທ່ານ ລັດຖະມົນຕີກະຊວງກະສິກຳ Sonny Perdue ສະຫະລັດເວົ້າວ່າ:  “ ການປະກາດຂອງພວກເຮົາໃນມື້ນີ້, ຈະຊ່ວຍໃຫ້ຊາວ ກະສິກອນບໍ່ຕ້ອງຮັບພາລະໃນການຂຶ້ນພາສີທີ່ບໍ່ເປັນທຳຈາກຈີນ ແລະ ອັດຕາພາສີອື່ນທີ່ມີຕໍ່ພວກເຂົາ ”

ອັນຕົ້ນຕໍແມ່ນການສຳ ລະສະສາງ ໂດຍກົງ ໃຫ້ຊາວ ກະສິກອນຜູ້ທີ່ທຳການປູກ  ຝັງ, ລ້ຽງສັດເອົານໍ້ານົມ ແລະ ໝູຊີ້ນ, ດ້ວຍມູນຄ່າ 14,5 ຕື້ ໂດລາ. ສ່ວນເງິນທີ່ຍັງເຫຼືອ ແມ່ນຈະນຳເອົາໄປໃຊ້ດຶງດູດການຄ້າ, ຊື້ທັນຍາຫານຂອງ ໂຄງການຊ່ວຍເຫຼືອຂອງສະຫະລັດເຊັ່ນ: ທະນາຄານທັນ ຍາຫານ ແລະ ຄາບເຂົ້າທ່ຽງ ຂອງນັກຮຽນ.

ອັນນີ້ແມ່ນທ່າທີໃໝ່ຂອງອຳນາດການປົກຄອງຂອງ ທຼຳໃນສົງຄາມການຄ້າກັບ ຈີນ, ຊຶ່ງເປົ້າໝາຍແມ່ນຜູ້ທີ່ ຈະໄດ້ຮັບຜົນກະທົບສູງສຸດ ຈາກການຕອບໂຕ້ຂອງປັກ ກິ່ງ(ປັກກິ່ງໄດ້ເພີມ ອັດຕາພາ ສີນຳເຂົ້າສິນຄ້າຈາກ ສະຫະລັດ 25% ໃນປີກາຍນີ້)

ການສົ່ງອອກຖົ່ວເຫຼືອງຂອງສະຫະລັດໄປຈີນຫລຸດ ລົງ75% ປີ 2018. ນອກຈາກ ຖົ່ວເຫຼືອງ ແລະ ຊີ້ໝູຊຶ່ງເປັນ ສິນຄ້າຫຼັກທີ່ຈີນຕ້ອງການ ແລ້ວ, ໝາກໄມ້ຊະນິດຕ່າງໆ ກໍໄດ້ຮັບຜົນກະທົບໂດຍກົງ ເຊັ່ນດຽວກັນ ຈາກການຕອບໂຕ້ຂອງຈີນ.

ກະຊວງກະສິກຳຂອງ ສະຫະລັດໃຫ້ຮູ້ວ່າ: ຈະຄິດໄລ່ຄວາມເສຍຫາຍລະອຽດທີ່ຊາວກະສິກອນໄດ້ຮັບ ແລະ ຈະດຳເນີນການຊົດເຊີຍຄັ້ງ ທຳອິດໃນເດືອນ 7 ຫຼື 8. ການຊົດເຊີຍເງິນໃຫ້ຊາວກະສິກອນແມ່ນຄິດໄລ່ບົນພື້ນຖານເນື້ອທີ່ການປູກຝັງຂອງຊາວກະສິກອນ ຈະເປັນປະເພດພືດຊະນິດໃດກໍຕາມເຊັ່ນ: ເຂົ້າບາເລ, ຜັກກາດຫົວ, ສາລີ, ຖົ່ວເຫຼືອງ, ຖົ່ວຂຽວ, ແກ່ນຕາເວັນ. ນອກຈາກນັ້ນ, ຊາວກະສິກອນທີ່ຜະລິດນໍ້ານົມ, ຊີ້ນໝູ, ປູກດອກສະກຸລະ ແລະ ພືດເມັດອື່ນໆກໍຈະໄດ້ຮັບການຊົດເຊີຍເຊັ່ນດຽວກັນ.

- 24 - ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ

- 5 - ທຼຳປະກາດຈະໜູນເງິນຊ່ວຍຊາວກະສິກອນ ອາເມລິກາລະຫວ່າງສົງຄາມການຄ້າກັບຈີນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!