ບັນດາປະເທດມີລະບົບການສຶກສາດີທີ່ສຸດຂອງໂລກ
ຮຽບຮຽງໂດຍ: ລູກເມືອງພວນ
ອີງຕາມຂໍ້ມູນການສຶກສາຂອງທະນາຄານໂລກປີ 2016 ໃຫ້ຮູ້ວ່າ: ລະບົບການສຶກສາຂອງ ປະເທດ ຟີນແລນ ຍັງສືບຕໍ່ນຳໜ້າ ດີທີ່ສຸດຂອງໂລກ.
ຟີນແລນ ແມ່ນໜຶ່ງໃນບັນດາປະເທດທີ່ມີລະບົບການສຶກສາດີທີ່ສຸດຂອງໂລກ, ຈຸດພິເສດລະບົບການສຶກສາຂອງ ຟີນແລນ ແມ່ນບໍ່ມີການແບ່ງຊັ້ນຮຽນ, ນັກຮຽນຈະມີຄວາມສາມາດແນວໃດກໍຕາມ ລ້ວນແຕ່ຮຽນຮ່ວມກັນ. ຍ້ອນແນວນັ້ນ, ຜົນການຮຽນລະຫວ່າງນັກຮຽນອ່ອນ ແລະ ນັກຮຽນເກັ່ງຈື່ງບໍ່ລຸດໂຕນກັນຫຼາຍ. ນາຍຄູບໍ່ໄດ້ໃຫ້ວຽກບ້ານນັກຮຽນຫຼາຍ ແຕ່ ເມື່ອຮອດອາຍຸ 16 ປີ ຈະສອບເສັງຕາມພາກບັງຄັບບາດດຽວ.
ສະວິດເຊີແລນ, ນັກຮຽນທີ່ໄປຮຽນໂຮງຮຽນຂອງເອກະຊົນມີພຽງແຕ່ 5%. ເປັນປະເທດທີ່ໃຊ້ຫຼາຍພາສາແຕກຕ່າງກັນ, ເຂດແຄວ້ນຕ່າງກັນ ນຳໃຊ້ພາສາແຕກຕ່າງກັນໃນການຮຽນ- ການສອນຄື: ພາສາເຢຍລະມັນ, ຝຼັ່ງ ແລະ ພາສາອີຕາລີ ແມ່ນ 3 ພາສາຫຼັກ. ນັບແຕ່ຊັ້ນມັດທະຍົມຕົ້ນເປັນຕົ້ນໄປນັກຮຽນຈະຖືກແບ່ງອອກເປັນຊັ້ນຮຽນ ໂດຍອີງໃສ່ລະດັບຂອງນັກຮຽນ
ແບນຊິກ ເປັນປະເທດຢູ່ອັນດັບ 3 ໃນບັນດາປະເທດທີ່ທະນາຄານໂລກຈັດອັນດັບ. ປະເທດແບນຊິກ ມີມັດທະຍົມຕົ້ນ 4 ລະດັບ: ໂຮງຮຽນສາມັນທົ່ວໄປ, ໂຮງຮຽນສອນວິຊາຊີບ, ສອນເຕັກນິກ ແລະ ສິລະປະກຳ. ການສຶກສາຂອງປະເທດນີ້, ໄດ້ຮັບບູລິມະສິດງົບປະມານຈາກລັດຫຼາຍກ່ວາຂະແໜງການອື່ນ. ນັກຮຽນທີ່ມີອາຍຸແຕ່ 4-18 ປີ ແມ່ນມີສິດເລືອກໂຮງຮຽນລັດ ຫຼື ເອກະຊົນໄດ້ຕາມໃຈ ໂດຍບໍ່ເສຍຄ່າ ຫຼື ເສຍຄ່າໜ້ອຍທີ່ສຸດ
ນັກຮຽນປະເທດ ສິງກະໂປ ຖືກຕີລາຄາວ່າເປັນນັກຮຽນເກັ່ງຂອງໂລກ(PIA), ລະບົບການສຶກສາຂອງສິງກະໂປ ເປັນລະບົບທີ່ຮຽນໜັກທີ່ສຸດ, ນັກຮຽນຕ້ອງສຸມໃສ່ການຮຽນຢ່າງໜັກໜ່ວງ ແລະ ເຄັ່ງຕືງ.
ປີ 2013, ຕາມການຄົ້ນຄ້ວາຂອງ ອຸຍນີເຊັບໃຫ້ຮູ້ວ່າ: ນັກຮຽນປະເທດ
ໂຮນລັງ ມີຄວາມສຸກທີ່ສຸດໃນໂລກ ແລະ ມີລະບົບການສຶກສານຳໜ້າໂລກ. ຢູ່ຂັ້ນປະຖົມສຶກສາ ນັກຮຽນບໍ່ມີວຽກບ້ານຫຼາຍ, ພວກນ້ອງບໍ່ມີຄວາມເຄັ່ງຕືງ. ລະບົບການສຶກສາຂອງປະເທດນີ້ ໄດ້ແບ່ງອອກເປັນໂຮງຮຽນສາດສະໜາ, ໂຮງຮຽນຂອງລັດ ແລະ ໂຮງຮຽນເອກະຊົນ ແຕ່ກວມໃນອັດຕາຕໍ່າທີ່ສຸດ.
ກາຕາ ຢູ່ອັນດັບທີ 6 ໃນລະບົບບັນຊີ, ປີ 2012, BBC ຕີລາຄາວ່າ: “ ກາຕາ ເປັນປັດໃຈທີ່ສຳຄັນ ຂອງການປ່ຽນແປງການສຶກສາຂອງພາກພື້ນ, ນັບຕັ້ງແຕ່ໂຄງການ ລືບລ້າງການກືກໜັງສື ຈົນຮອດໂຄງການ ຄົ້ນຄ້ວາ ລະດັບສູງ ”. ດ້ວຍວິໄສທັດຮອດປີ 2030, ປະເທດ ກາຕາ ຈະສຸມການລົງທືນໃສ່ສຶກສາ. ບັນດາໂຮງຮຽນຂອງລັດ ຈະບໍ່ໄດ້ເສຍຄ່າ, ສ່ວນຄົນຕ່າງປະເທດ ແມ່ນໃຫ້ລູກເຂົ້າໂຮງຮຽນເອກະຊົນເປັນສ່ວນຫຼາຍ.
ໄອແລນ ຢູ່ອັນດັບທີ 6. ໂຮງຮຽນສ່ວນໃຫ່ຍແມ່ນເປັນຂອງເອກະຊົນ ແຕ່ງົບປະມານເປັນຂອງລັດ. ນອກຈາກນັ້ນ ຍັງມີໂຮງຮຽນຂອງລັດ ແລະ ໂຮງຮຽນ ສອນວິຊາຊີບ. ວິກິດການການເງິນປີ 2008-2013 ເຮັດໃຫ້ງົບປະມານຂອງລັດລຸດລົງ 15%. ຍ້ອນຜົນກະທົບດັ່ງກ່າວ ຫຼາຍຄົນມີຄວາມເປັນຫ່ວງ ຕໍ່ຄຸນະພາບຂອງການສຶກສາຂອງປະເທດນີ້.
ແອສະໂຕນີ ລົງທືນໃສ່ການສຶກສາປີ 2015 ພຽງ 4% ຂອງ ຈີດີພີ. ກົດໝາຍການສຶກສາປີ 1992 ໄດ້ລະບຸໄວ້ວ່າ: “ຈຸດໝາຍຂອງການສຶກສາ ແມ່ນສ້າງເງື່ອນໄຂ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາບຸກຄົນ, ຄອບຄົວ, ປະເທດຊາດ, ພັກດັນໃຫ້ຊົນເຜົ່າສ່ວນໜ້ອຍ ໄດ້ຮັບການພັດທະນາ ດ້ານຊີວິດການເປັນຢູ່, ວັດທະນະທຳ, ການເມືອງ, ເສດຖະກິດ. ທຳມະຊາດໄດ້ຮັບການປົກປັກຮັກສາ ໃນທ່າມກາງວັດທະນະທຳ ແລະ ເສດຖະກິດຂອງໂລກ, ຄຸນຄ່າທາງດ້ານສິດທິຂອງປະຊາຊົນຖືກຮັບປະກັນ, ສ້າງເງື່ອນໄຂ ເພື່ອຮັກສາມູນເຊື້ອ ຮໍ່າຮຽນຕະຫຼອດຊີວິດ ຂອງຄົນໃນຊາດ”
ນິວຊີແລນ ຊັ້ນປະຖົມສຶກສາແກ່ຍາວແຕ່ອາຍຸ 5-19 ປີ. ປະເທດນີວຊີແລນ ມີລະບົບການສຶກສາພາກບັງຄັບເດັກອາຍຸແຕ່ 6-16 ປີ. ມີຊັ້ນມັດທະຍົມຂອງລັດ 3 ປະເພດ(ມີນັກຮຽນປະມານ 85%), ເຄິ່ງລັດເຄິ່ງເອກະຊົນ(ມີນັກຮຽນປະມານ 12%) ແລະ ໂຮງຮຽນຂອງເອກະຊົນ.
ບາບາດົດ (Barbados) ຢູ່ອັນດັບ 9, ເປັນປະເທດໝູ່ເກາະ ໃນມະຫາສະມຸດ ອະລັງຕິກ. ຍ້ອນມີການລົງທຶນຂອງລັດຖະບານໃສ່ການສຶກສາ ຫຼາຍຈຶ່ງເຮັດໃຫ້ ອັດຕາຮູ້ໜັງສືຂອງປະຊາຊົນສູງເຖິງ 98%, ຢູ່ອັນດັບສູງສຸດຂອງໂລກ. ໂຮງຮຽນລັດ ມີບົດບາດສຳຄັນ ແລະ ກວມເອົາສ່ວນໃຫ່ຍ.
ຍີ່ປຸ່ນ ຢູ່ອັນດັບທີ 9, ມີຊື່ສຽງໃນການອ່ານ – ການຂຽນ, ເກັ່ງວິຊາວິທະຍາສາດ ແລະ ຄະນິດສາດ. ຊັ້ນມັດທະຍົມບໍ່ໄດ້ເປັນຊັ້ນບັງຄັບ ແຕ່ນັກຮຽນ 90% ແມ່ນຈະສືບຕໍ່ຮຽນຊັ້ນມັດທະຍົມຕົ້ນ.