ທະນາຄານໂລກເປີດເຜີຍໂລກພາດເປົ້າພັດທະນາໄຟຟ້າ


ລາຍງານຫລ້າສຸດຈາກທະນາຄານໂລກ ແລະ IEA ຊີ້ ວ່າ: ທຸກປີ ປະຊາກອນໂລກມີ ໄຟຟ້າໃຊ້ເພີ່ມຂຶ້ນຫລາຍກວ່າ 150 ລ້ານຄົນ, ແຕ່ຍັງບໍ່ ພໍບັນ ລຸເປົ້າຫມາຍການພັດທະນາ.
ລາຍງານທະນາຄານ ໂລກ ແລະ ສະຖາບັນສາກົນ ອື່ນໆ ເຜີຍແຜ່ໃນວັນທີ 22 ພຶດສະພາ ລະບຸວ່າ: ໃນປີ 2015 ສະມາຊິກສະຫະປະຊາຊາດ ທຸກປະເທດເຫັນພ້ອມຮັບເປົ້າຫມາຍການພັດທະນາ ແບບຍືນຍົງ 17 ຂໍ້ພາຍໃນປີ 2030 ຄວບຄຸມຫລາຍສາ ຂາເຊັ່ນ: ການສຶກສາ, ສະພາບອາກາດ, ຄວາມສະເຫມີ ພາບທາງເພດ ແລະ ການມີໄຟຟ້າໃຊ້.
ເປົ້າຫມາຍກຳນົດໃຫ້ ປະ ຊາຊົນມີໄຟຟ້າໃຊ້ຢ່າງທົ່ວເຖິງ, ເພີ່ມການໃຊ້ພະລັງງານ ທົດແທນ, ຂະຫຍາຍອັດຕາເພີ່ມປະສິດທິພາບເປັນສອງ ເທົ່າລວມທັງເປົ້າຫມາຍອື່ນໆ, ແຕ່ 11 ປີຜ່ານໄປຍັງ ມີສັນຍານຄວາມລົ້ມແຫລວ ໃຫ້ເຫັນ.
ປີ 2017 ປະມານ 89% ຂອງໂລກມີໄຟຟ້າເພີ່ມຈາກ 83% ໃນປີ2010ໂດຍບັງ ກະລາເທດ, ເກນຢາ ແລະ ມຽນມາກ້າວຫນ້າຫລາຍ.
ແຕ່ລາຍງານເຕືອນວ່າ: ຖ້າລັດຖະບານບໍ່ເດີນຫນ້າໃຫ້ໄວກວ່າເກົ່າພາຍໃນປີ 2030 ຍັງມີປະຊາກອນອີກ 650 ລ້ານຄົນທີ່ບໍ່ມີໄຟຟ້າໃຊ້ 90% ໃນກຸ່ມນີ້ຢູ່ພາກພື້ນຊັບຊາຮາຣາຂອງອາຟີກາ.
ຍິ່ງໄປກວ່ານັ້ນ ປະຊາກອນປະມານ 3 ພັນລ້ານຄົນ ສ່ວນຫລາຍຢູ່ອາຊີ ແລະ ຊັບຊາຮາຣາ ເຂົ້າບໍ່ເຖິງ ການ ປຸງແຕ່ງອາຫານທີ່ສະອາດ ສົ່ງຜົນໃຫ້ເກີດບັນຫາສຸຂະ ພາບຮ້າຍແຮງ ຕົວເລກເກືອບ ບໍ່ປ່ຽນແປງຈາກ 7 ປີກ່ອນ ຕາມທ່າອ່ຽງທີ່ເປັນຢູ່ ເທົ່າກັບ ວ່າ ປະຊາກອນ 2,2 ພັນ ລ້ານ ຄົນ ຍັງຢູ່ໃນສະຖານະການ ນີ້ໄປຮອດປີ 2030.
ຂະນະດຽວກັນ ອັດຕາ ສ່ວນແຫລ່ງທີ່ມາຂອງພະລັງງານທົດແທນເຊັ່ນ: ລົມຫລື ພະລັງງານແສງຕາເວັນ ຈາກທັງຫມົດມີຢູ່ 17,5% ໃນ ປີ 2016 ເພີ່ມຂຶ້ນເລັກຫນ້ອຍ ຈາກ 16,6% ໃນປີ 2010, ແຕ່ໃນປີ 2017 ຄວາມຮ້ອນ ທີ່ໄດ້ຈາກແຫລ່ງທົດແທນ ມີພຽງ 9% ເທົ່ານັ້ນ ແລະ ນຳມາໃຊ້ໃນຂະແຫນງຂົນ ສົ່ງພຽງ 3,3% ຢູ່ອາເມລິກາ ແລະ ເບຣຊິນສ່ວນຫລາຍ ມາຈາກເຊື້ອໄຟຊີວະພາບ.

