ມີຜູ້ເສຍຊີວິດ 6 ຄົນ ຈາກເຫດປະທ້ວງ ຜົນການເລືອກຕັ້ງອິນໂດເນເຊຍ
May 23, 2019 - 9:43 AM


ຕາມແຫລ່ງຂ່າວຕ່າງ ປະເທດລາຍງານວ່າ: ການ ປະທ້ວງຜົນການເລືອກຕັ້ງ ປະທານາທິບໍດີປະເທດອິນ ໂດເນເຊຍທີ່ມີຄວາມຮຸນ ແຮງນັ້ນ, ຜູ້ວ່າການນະຄອນ ຫລວງຈາກາຕາໃຫ້ຮູ້ວ່າ: ປັດຈຸບັນມີຜູ້ເສຍຊີວິດແລ້ວ 6 ຄົນ ແລະ ບາດເຈັບ ຫລາຍ ກວ່າ 200 ຄົນ, ເຊິ່ງໄດ້ສົ່ງ ຕົວໄປປິ່ນປົວຢູ່ໂຮງໝໍ 5 ແຫ່ງ ໃນຕົວເມືອງ. ນອກນີ້, ມີລົດ ຖືກຜູ້ປະທ້ວງເຜົາເປັນຈໍາ ນວນຫລາຍ.


ເຫດການປະທ້ວງດັ່ງ ກ່າວ, ເກີດຂຶ້ນພາຍຫລັງ ທີ່ຄະນະກໍາມະການເລືອກ ຕັ້ງປະກາດຜົນຄະແນນ ການເລືອກຕັ້ງ ໃນວັນທີ 21 ພຶດສະພານີ້ ແລະ ປາກົດ ວ່າປະທານາທິບໍດີ ດີໂຈໂກ ວິໂດໂດ ເອົາຊະນະ ນາຍ ພົນປຣາໂບໂວ ຊູບຽນໂຕ ດ້ວຍຄະແນນ 55,5% ຕໍ່ 45,5% ອັນສົ່ງຜົນ ໃຫ້ ກຸ່ມຜູ້ສະໜັບສະໜູນ ນາຍ ພົນປຣາໂບໂວ ບໍ່ພໍໃຈ ແລະ ທ່ານ ພົນປຣາໂບໂວ ເອງກໍ ບໍ່ ຍອມຮັບຜົນຄະແນນເລືອກ ຕັ້ງຄັ້ງນີ້ອີກດ້ວຍ.

