ເຈນນີ້ P10 ຄວ້າແຊ້ມໂຄງການປະກວດຮ້ອງເພງ Pepsi Singing Contest ຄັ້ງທີ 8




ນາງນຸດສະບາ ດາວະດິງ (ເຈນນີ້) ອາຍຸ 21 ປີ ນັກສຶກສາຄະນະ ເສດຖະສາດ ແລະ ບໍລິຫານທຸລະກິດ ປີ 3 ມະຫາວິທະຍາໄລແຫ່ງຊາດ,ສາມາດຄວ້າແຊ້ມໂຄງການ ປະກວດຮ້ອງເພງ Pepsi Singing Contest 8 ໃຫ້ກຽດມອບຂັນລາງວັນ ໂດຍທ່ານ ນາງແສງມະນີ ໄຊຍະກອນ Marketing manager-Pepsico franchise, ຊຶ່ງໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 17 ພຶດສະພານີ້ ທີ່ຫໍວັດທະນະທໍາ ແຫ່ງຊາດ ນະຄອນຫລວງວຽງຈັນ.


ໂຄງການປະກວດຮ້ອງເພງນີ້ແມ່ນບໍລິສັດເບຍລາວຈໍາກັດ ໂດຍຜະລິດຕະພັນ ເຄື່ອງດື່ມເປບຊີໃຫ້ການສະໜູບສະໜູນ ເພື່ອເປີດໂອກາດໃຫ້ໄວໜຸ່ມລາວ ໄດ້ມີເວທີໃນການສະແດງຄວາມສາມາດທາງດ້ານການຮ້ອງເພງ, ຊ່ວຍສ້າງ ຄວາມເຊື່ອໝັ້ນໃນຕົນເອງໃຫ້ກັບໄວໜຸ່ມ, ເປີດປະສົບການທາງດ້ານການແຂ່ງ ຂັນ ເພື່ອພັດທະນາທັກສະເປັນການຝຶກສະມາທິ ແລະ ຄວາມສາມາດທາງ ດ້ານດົນຕີອີກທັງສົ່ງເສີມໃຫ້ໄວໜຸ່ມລາວໄດ້ໃຊ້ເວລາຫວ່າງໃຫ້ເກີດປະໂຫຍດ.


ສໍາລັບຜົນການແຂ່ງຂັນດັ່ງກ່າວ, ຮອງຊະນະອັບດັບທີ 1 ໄດ້ແກ່ ນາງຈັນທະໜອມ ແກ້ວມໍລະກົດ (ເຈນນີ້ ເບວລ່າ) P05, ຮອງຊະນະອັນດັບທີ 2 ໄດ້ແກ່ ທ້າວກິດຕິສັກ ບົວສະຫວັນ P07, ສ່ວນລາງວັນຂວັນໃຈ ມວນຊົນ ໄດ້ແກ່ນາງມົນທິບ ດວງລາຕີ (ໝວຍ) P02 ແລະ ຜູ້ປະກວດອີກ 8 ຄົນໄດ້ຮັບລາງວັນຊົມເຊີຍເປັນເງິນ 5 ລ້ານກີບ.