ສ. ເກົາຫລີ ຊ່ວຍເຫລືອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ


ອົງການຮ່ວມມືສາກົນ ເກົາຫຼີ (ກອຍກາ) ຄະນະກຳ ມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ (ຄຊກລ) ແລະ ອົງ ການສະຫະປະຊາຊາດ ເພື່ອ ການພັດທະນາ (ສປຊ ເພື່ອການພັດທະນາ) ໄດ້ຮ່ວມລົງນາມໃນຂໍ້ຕົກລົງສະໜັບສະໜູນທຶນຊ່ວຍເຫຼືອໂຄງການການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ (ໄລຍະ 2) (2019-2022) 5,5 ລ້ານ ໂດລາສະຫະລັດ ໃນວັນທີ 14 ພຶດສະພານນີ້, ທີ່ນະຄອນຫຼວງວຽງຈັນລະຫວ່າງ ທ່ານ ນາງ ລີ ມີ ຢຸງ ປະທານອົງ ການ ຮ່ວມມືສາກົນເກົາຫຼີ ທ່ານນາງ ໃບຄຳ ຂັດຕິຍະ ຮອງລັດຖະມົນຕີກະຊວງ ແຮງງານ ແລະ ສະຫວັດດີ ການສັງຄົມ, ທ່ານ ນາງ ຣິຄາ ດາ ຣິເອເຈີ ຜູ້ຕາງໜ້າອົງການ ສປຊ ເພື່ອການພັດທະ ນາປະຈຳລາວ.
ໃນພິທີ ທ່ານນາງ ລີ ມີຄ ຢຸງ ໄດ້ກ່າວວ່າ: “ຂ້າພະເຈົ້າ ດີໃຈທີ່ອົງການກອຍກາສືບ ຕໍ່ໃຫ້ທຶນຊ່ວຍເຫຼືອແກ່ການ ແກ້ໄຂບັນຫາລະເບີດບໍ່ທັນ ແຕກທີ່ຕົກຄ້າງຢູ່ ສປປ ລາວ ໂດຍຜ່ານໄລຍະທີ 2 ຂອງ ໂຄງການ”. ເຊິ່ງເລີ່ມແຕ່ປີ ຜ່ານມາ “ລັດຖະບານສາທາ ລະນະລັດເກົາຫຼີມີເປົ້າໝາຍ ປະກອບສ່ວນຕໍ່ກັບການພັດ ທະນາຂອງບັນດາປະເທດ ທີ່ເປັນຄູ່ຮ່ວມມືກັບອົງການກອຍກາເພື່ອປະກອບສ່ວນ ເຂົ້າໃນການສ້າງສັນຕິພາບ, ຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງຜູ້ຖືກເຄາະ ຮ້າຍຈາກລະເບີດບໍ່ທັນແຕກ ແລະ ເປົ້າໝາຍການພັດທະ ນາແບບຍືນຍົງແຫ່ງຊາດ ຂອງ ສປປ ລາວ.
ພາຍໃຕ້ເອກະສານ ທີ່ໄດ້ ລົງນາມຮ່ວມກັນ, ອົງການກອຍກາ ຈະສະໜອງທຶນເປັນ 2 ສ່ວນຄື: 3 ລ້ານໂດລາສະຫະລັດຈະຖືກຈັດຕັ້ງປະຕິບັດ ໂດຍການຮ່ວມມືກັບອົງການ ສະຫະປະຊາຊາດ ເພື່ອການພັດທະນາ ແລະ 2,5 ລ້ານ ໂດລາສະຫະລັດ ຈະຈັດຕັ້ງປະຕິບັດການຮ່ວມມືແບບ ສອງຝ່າຍເພື່ອນໍາໃຊ້ເຂົ້າໃນການຊ່ວຍເຫຼືອ ຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວໃຫ້ມີຜົນສຳ ເລັດ./.

