ເຈົ້າໜ້າທີ່ພວມເລັ່ງສືບສວນຜູ້ຮ່ວມວາງແຜນຈູດສູນໂພສະນາການເພື່ອອຳພາງຄະດີ


ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກນະຄອນຫລວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນກຳລັງຕິດຕາມຕົວຄົນຮ້າຍເພີ່ມອີກ 1 ຄົນທີ່ຮ່ວມກັນວາງແຜນຈູດສູນໂພສະນາການກະຊວງສາທາລະນະສຸກເພື່ອອຳພາງຄະດີຍັກຍອກເງິນຫລວງເປັນຈຳນວນຫລາຍ, ເຊິ່ງຜ່ານການສືບສວບ-ສອບສວນເຫັນວ່າ: ຄະດີມີຄວມຄືບໜ້າໄວສົມຄວນ, ເຊິ່ງຜູ້ຕ້ອງຫາທັງສອງໄດ້ຮັບສາລະພາບຕໍ່ການກະທຳຜິດຂອງຕົນ, ສ່ວນຊາຍທີ່ຮ່ວມຂະບວນການເຈົ້າໜ້າທີ່ຍັງເລັ່ງຕິດຕາມຕົວມາດຳເນີນຄະດີໃຫ້ໄດ້ໂດຍໄວ.
ເຈົ້າໜ້າທີ່ ໃຫ້ຮູ້ວ່າ: ແລງວັນທີ 28 ເມສາຜ່ານມາ, ນາງ ປິ່ນມຸກ (ມຸກ) ອາຍຸ 30 ປີ ແລະ ນາງ ເກດນາລີ (ລີ) ອາຍຸ 28 ປີທັງ 2 ເປັນພະນັກງານສູນໂພຊະນາການດັ່ງກ່າວ ໄດ້ເຂົ້າໄປສາງເກັບມ້ຽນເງິນເພື່ອທຳລາຍຫລັກຖານ ເນື່ອງຈາກພະນັກງານທັງ 2 ຄົນໄດ້ລັກເອົາເງິນຂອງສູນໄປໃຊ້ຈ່າຍຫລຶ້ນການພະນັນເປັນຈໍານວນຫລາຍກວ່າຈໍານວນ 1 ຕື້ກີບ, ດ້ວຍການງັດຕູ້ເຊັບເພື່ອເຮັດໃຫ້ເຫັນຄືວ່າມີຄົນຮ້າຍມາລັກເງິນ, ແຕ່ບໍ່ສາມາດງັດຕູ້ເຊັບໄດ້ຈຶ່ງໄດ້ປ່ຽນແຜນມາຈູດສູນດັ່ງກ່າວໃນເວລາປະມານ 23:00 ໂມງ ເພື່ອຈະອຳພາງຄະດີ, ມາຮອດວັນທີ 29 ເມສາ, ເຈົ້າໜ້າທີ່ຈິ່ງໄດ້ເຂົ້າກັກຕົວທັງ 2 ມາດຳເນີນຄະດີ
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຮູ້ວ່າ: ມີຜູ້ຮ່ວມຂະບວນການນຳກັນອີກເປັນຊາຍຄົນໜຶ່ງ ເພື່ອຊ່ວຍໃນການກໍ່ເຫດຮ້າຍດັ່ງກ່າວຫວັງອຳພາງຄະດີຍັກຍອກເອົາເງິນຫລວງເປັນຈຳນວນຫລາຍນີ້ມາຫລຶ້ນກິນຟູມເຟືອຍ.