ອາເມລິກາເລັ່ງຂຶ້ນບັນຊີໄທ-ຫວຽດນາມປັ່ນຄ່າເງິນ
May 13, 2019 - 5:34 PM


ສຳນັກຂ່າວບລູມເບີກລາຍງານອ້າງແຫລ່ງຂ່າວວົງໃນວ່າ: ລັດຖະບານປະທານາທິບໍດີ ໂດນັລ ທຣຳ ເລັ່ງເພີ່ມຈຳນວນປະເທດທີ່ຖືກກວດສອບການແຊກແຊງຄ່າເງິນ ໃນລາຍງານສະບັບຫລ້າສຸດ ທີ່ກຽມເຜີຍແຜ່, ຫວຽດນາມເຂົ້າເກນກະຊວງການເງິນທັງ 3 ຂໍ້ ອາດຖືກຈັດໃຫ້ເປັນປະເທດປັ່ນຄ່າເງິນ ເພາະອ່ອນຄ່າເງິນດົງ.
ແຫລ່ງຂ່າວລະບຸອີກວ່າ: ປະເທດທີ່ຖືກກະຊວງການເງິນອາເມລິກາກວດສອບອາດຈະເພີ່ມຈາກ 12 ປະເທດເປັນປະມານ 20 ປະເທດ ລວມເຖິງຣັດເຊຍ, ໄທ, ອິນໂດເນເຊຍ, ຫວຽດນາມ, ອຽກລັງ ຫລື ມາເລເຊຍ. ທັງໝົດນີ້ລ້ວນໄດ້ປຽບດຸນການຄ້າອາເມລິກາມະຫາສານ.