ອີຣານບໍ່ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ບາງສ່ວນຫລັງອາເມລິກາຖອນຕົວ

- 1557297848947 960x0 - ອີຣານບໍ່ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ບາງສ່ວນຫລັງອາເມລິກາຖອນຕົວ
- kitchen vibe - ອີຣານບໍ່ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ບາງສ່ວນຫລັງອາເມລິກາຖອນຕົວ

      ສະຖານີ​ໂທລະພາບທາງ​ການ​ອີຣານ ລາຍ​ງານ​ວ່າ: ອີຣານບໍ່​ໄດ້​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນິວ​ເຄຼຍບາງ​ສ່ວນ​ທີ່​ລົງ​ນາມ​ໄວ້​ກັບ​ກຸ່ມ​ປະ​ເທດ​ມະຫາ​ອຳນາດ​ໂລກ, ພາຍຫລັງ​ລັດຖະບານ​ອາ​ເມ​ລິ​ກາ​ຖອນ​ຕົວ​ຈາກ​ຂໍ້​ຕົກລົງ​ໄປ​ເມື່ອ​ປີ​ກ່ອນ ​ແລະ ທ່າມກາງ​ສຽງ​ເຕືອນ​ຈາກ​ເຈົ້າໜ້າ​ທີ່​ອີຣານວ່າ​ຈະ​ເພີ່ມ​ສະມັດຖະພາບ​ແຮ່​ຢູ​ເຣນຽມ​ຕໍ່​ໄປ.

      ສື່​ທາງ​ການ​ອີຣານລາຍ​ງານ​ວ່າ: ຈົດໝາຍ​ທີ່​ລະບຸ​ວ່າ​ອີຣານບໍ່​ປະຕິບັດ​ຕາມ​ບາງ​ຢ່າງ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍປີ 2015 ​ໄດ້​ຮັບ​ການຈັດ​ສົ່ງ​ໄປ​ຫາ​ເອກ​ອັກຄະລາຊະທູດ​ຕ່າງໆ ລວມທັງ​ຜູ້ນຳ​ອັງກິດ, ຈີນ, ສະຫະພາບ​ເອີຣົບ, ຝຣັ່ງ ​ແລະ ​ເຢຍລະ​ມັນ ທີ່​ຮ່ວມ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ນິວ​ເຄຼຍ​ໃຫ້​ອີຣານຈຳກັດ​ການ​ເພີ່ມ​ສະມັດຖະພາບ​ແຮ່​ຢູ​ເຣນຽມ​ແລກປ່ຽນ​ກັບ​ການ​ຫລຸດຜ່ອນ​ມາດ​ຕະການ​ຂວ້ຳບາດ​ອີຣານ ​ເຊິ່ງຣັດ​ເຊຍ​ໄດ້​ຮັບ​ຈົດໝາຍ​ດັ່ງກ່າວ​ແລ້ວ.

- Visit Laos Visit SALANA BOUTIQUE HOTEL - ອີຣານບໍ່ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ບາງສ່ວນຫລັງອາເມລິກາຖອນຕົວ

      ທ່ານ ​ໂມ​ຮຳ​ໝັດ ຈາ​ວັດ ຊາຣີຟ ລັດຖະມົນຕີ​ຕ່າງປະ​ເທດ​ອີຣານ ​ເຊິ່ງຢ້ຽມຢາມ​ນະຄອນຫລວງ​ມົດ​ສະ​ກູຂອງຣັດ​ເຊຍ ກ່າວ​ວ່າ: ອີຣານພິຈາລະນາ​ເຫັນ​ຄວນ​ໃຫ້​ຍົກ​ເວັ້ນການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນິວ​ເຄຼຍບາງ​ມາດ​ຕະການ​ທີ່​ອີຣານ​ເຄີຍ​ດຳ​ເນີນ​ການ​ຕາມ​ໃນ​ໄລຍະ​ເວລາ​ນັ້ນ.

- 3 - ອີຣານບໍ່ປະຕິບັດຕາມຂໍ້ຕົກລົງນິວເຄຼຍ ບາງສ່ວນຫລັງອາເມລິກາຖອນຕົວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!