ເສັ້ນທາງລົດໄຟລາວ-ຈີນ ຄືກຸນແຈໄຂສູ່ການພັດທະນາ ແລະ ເຊື່ອມຈອດພາກພື້ນຂອງລາວ.
ໃນຫລາຍທົດສະວັດຜ່ານມາ, ໜຶ່ງໃນສາເຫດທີ່ເຮັດໃຫ້ ສປປ ລາວ ມີການ ພັດທະນາຊ້າກວ່າບັນດາປະເທດໃນພາກພື້ນກໍແມ່ນການບໍ່ມີທະເລ, ການຄົມມະນາຄົມຂົນສົ່ງສ່ວນໃຫຍ່ແມ່ນອາໄສພາຫະນະ ແລະ ເຮືອບິນເປັນຕົ້ນຕໍ, ດັ່ງນັ້ນການກໍ່ສ້າງເສັ້ນທາງລົດໄຟຈຶ່ງແມ່ນກຸນແຈສໍາຄັນເພື່ອໄຂປະຕູໄປສູ່ການພັດທະນາ ແລະ ເຊື່ອມຈອດເຊື່ອມໂຍງກັບພາກພື້ນອື່ນໆຂອງໂລກ.
ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດເວທີປຶກສາຫາລືເພື່ອການຮ່ວມມືສາກົນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຄັ້ງທີ 2 ຢູ່ນະຄອນຫລວງປັກກິ່ງ ເມື່ອບໍ່ດົນມານີ້. ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ໄດ້ຂຶ້ນມີຄໍາເຫັນ, ໂດຍໄດ້ເປັນເອກະພາບກັບຜູ້ນໍາຫລາຍໆປະເທດໃນໂລກເພື່ອເຫັນດີຊຸກຍູ້ການຮ່ວມມືຂໍ້ລິເລິ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງ ສປ ຈີນໃຫ້ພັດທະນາກ້າວໄປສູ່ເປົ້າໝາຍທີ່ມີມາດຕະຖານສູງ, ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ການພັດທະນາແບບຍືນຍົງ, ໂດຍຢືນຢັນວ່າ: ລັດຖະບານລາວໃຫ້ຄວາມສຳຄັນ ແລະ ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃນຂໍ້ລິເລີ່ມດັ່ງກ່າວ ແລະ ດີໃຈທີ່ໄດ້ເຫັນໂຄງການທາງລົດໄຟລາວ-ຈີນມີຄວາມຄືບໜ້າຢ່າງໜັກແໜ້ນ ແລະ ຈະຊຸກຍູ້ປະເທດລາວກາຍເປັນເສັ້ນທາງຄົມມະນາຄົມທີ່ສຳຄັນໃນເຄືອຂ່າຍຄົມມະນາຄົມທາງບົກຂອງອາຊີຕາເວັນອອກສຽງໃຕ້ ກໍຄືເຄືອຂ່າຍທາງລົດໄຟພາກພື້ນອາຊີ. ແນວໃດກໍຕາມ, ນັບແຕ່ເລີ່ມດໍາເນີນໂຄງການດັ່ງເປັນຕົ້ນມາ ກໍໄດ້ມີກະແສຈາກສັງຄົມຕ່າງໆນາໆ, ຈໍານວນໜຶ່ງກໍມີຄວາມເປັນຫ່ວງວ່າການກໍ່ສ້າງມີມູນຄ່າຫລວງຫລາຍ ເຊິ່ງຈະເຮັດໃຫ້ລັດຖະບານເປັນໜີ້ຫລາຍ, ບາງຜ່ອງກໍເປັນຫ່ວງວ່າຈະທຳລາຍສິ່ງແວດລ້ອມທຳມະຊາດທີ່ສວຍງາມຂອງປະເທດ, ບາງຄວາມຄິດກໍເປັນຫ່ວງວ່າຈະມີຄົນຕ່າງປະເທດເຂົ້າຫລາຍຂຶ້ນ ແລະ ຈະກະທົບເຖິງໂອກາດຊອກຫາວຽກເຮັດງານທຳຂອງປະຊາຊົນລາວ. ນອກນີ້ ກໍໄດ້ມີກຸ່ມຄົນຈໍານວນໜຶ່ງທີ່ບໍ່ຮູ້ກົກປາຍສາເຫດໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍດ້ວຍຖ້ອຍຄໍາວ່າ: ປະເທດລາວເປັນພຽງທາງຜ່ານເທົ່ານັ້ນ.
ແຕ່ແນວໃດກໍດີ, ເມື່ອມີການປ່ຽນແປງອັນໃຫຍ່ຫລວງແນວນີ້ ການສະແດງຄວາມຄິດເຫັນ ຫລື ຄວາມວິຕົກກັງວົນຕ່າງໆກໍເປັນເລື່ອງປົກກະຕິ ເຊິ່ງເປັນສິດທິໃນການສະແດງຄວາມຄິດເຫັນຂອງແຕ່ລະຄົນ. ແຕ່ເມື່ອເບິ່ງຈາກບົດຮຽນ ແລະ ສະພາບຄວາມເປັນຈິງຂອງປະເທດທີ່ພັດທະນາແລ້ວ, ໂດຍສະເພາະສະຫະລັດອາເມລິກາ ແລະ ບັນດາປະເທດໃນເອີຣົບ ລ້ວນແຕ່ຖືເອົາການສ້າງທາງລົດໄຟ ລວມເຖິງເສັ້ນທາງຕ່າງໆ ເພື່ອເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດຂອງປະເທດ.
ຕໍ່ຂໍ້ສົງໃສທີ່ວ່າ: ການກໍ່ສ້າງທາງລົດໄຟລາວ-ຈີນ ຈະເຮັດໃຫ້ລັດຖະບານລາວເປັນໜີ້ຫລາຍບໍ?. ໂຄງການນີ້ໃຊ້ຮູບການ BOT ໝາຍຄວາມວ່າລັດຖະບານມອບໃຫ້ບໍລິສັດທີ່ໄດ້ຮັບອະນຸມັດດຳເນີນການລົງທຶນລະດົມທຶນກໍ່ສ້າງ, ຮັກສາ ແລະ ດຳເນີນທຸລະກິດໃນໄລຍະເວລາທີ່ກຳນົດໄວ້, ພາຍຫລັງສິ້ນສຸດກໍານົດແລ້ວແມ່ນຈະມອບໃຫ້ລັດຄຸ້ມຄອງຕໍ່ໄປ. ຮູບແບບນີ້, ໄດ້ເຊື່ອມໂຍງກົນໄກຕະຫລາດ ແລະ ການບໍລິຫານຂອງລັດຖະບານຢ່າງມີປະສິດທິຜົນ, ສາມາດແກ້ໄຂບັນຫາຂາດເຂີນທຶນຮອນ, ທັງຮັບປະກັນສິດການຄຸ້ມຄອງຂອງລັດໃນພື້ນຖານໂຄງລ່າງ, ຊຶ່ງມີຜົນສຳເລັດຢູ່ຫລາຍໆປະເທດຄື: ຝຣັ່ງ, ອັງກິດ, ອາເມລິກາ, ພາກພື້ນອາຊີ-ປາຊິຟິກ ແລະ ທົ່ວໂລກຢ່າງກວ້າງຂວາງ.
ບັນຫາສໍາຄັນໜຶ່ງຂອງໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ໂດຍສະເພາະການກໍ່ສ້າງຕອນທີ 5 ຊຶ່ງຕັ້ງຢູ່ເຂດເມືອງວັງວຽງ ທີ່ເປັນແຫລ່ງທ່ອງທ່ຽວທີ່ມີຊື່ສຽງຂອງລາວ, ໂດຍໄດ້ຂ້າມນ້ຳຊອງທີ່ເປັນສາຍນ້ຳສຳຄັນຂອງເມືອງວັງວຽງ, ນັບແຕ່ລົງມືກໍ່ສ້າງເປັນຕົ້ນມາ ແມ່ນໄດ້ໃຫ້ຄວາມສຳຄັນຕໍ່ການອະນຸລັກສິ່ງແວດລ້ອມໃນລະດັບສູງ, ໂດຍໄດ້ສ້າງສະຖານີບຳບັດນ້ຳເປື້ອນຢູ່ພາກສະໜາມກໍ່ສ້າງທຸກບ່ອນທີ່ຢູ່ໃກ້ສາຍນ້ຳຊອງ ເພື່ອລະບາຍນໍ້າເປື້ອນອອກຈາກອຸໂມງຫລີກເວັ້ນມົນລະພິດຕໍ່ສິ່ງແວດລ້ອມອ້ອມຂ້າງ, ສະນັ້ນຈຶ່ງຮັບປະກັນໄດ້ວ່າຈະບໍ່ມີຜົນກະທົບຕໍ່ສິ່ງແວດລ້ອມແນ່ນອນ.
ນອກຈາກນີ້, ໂຄງການຍັງໄດ້ສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຫລາຍກວ່າ 32 ພັນຄົນນັບແຕ່ປີ 2016 ເປັນຕົ້ນມາ.
ສະຫລຸບແລ້ວ, ການຮ່ວມມື “ໜຶ່ງແລວ ໜຶ່ງເສັ້ນທາງ” ແມ່ນເຮັດໃຫ້ປະເທດລາວກາຍເປັນປະເທດເຊື່ອມຈອດ
ແຕ່ບໍ່ແມ່ນເປັນທາງຜ່ານເທົ່ານັ້ນ ແລະ ບັນຫາໃດທີ່ເກີດຂຶ້ນໃນການພັດທະນາ ກໍຕ້ອງແກ້ໄຂດ້ວຍການພັດທະນາ, ເຊິ່ງຖ້າຢຸດຕິບາດກ້າວເດີນໄປໜ້າ
ຍ້ອນພຽງບັນຫາຈຳນວນໜຶ່ງ ກໍຈະເຮັດໃຫ້ປະເທດລາວເຮົາພາດໂອກາດພັດທະນາ ແລະ ເຮັດໃຫ້ປະຊາຊົນພາດໂອກາດທີ່ຈະມີຊີວິດການເປັນຢູ່ດີກວ່າເກົ່າ.
(ຄັດຈາກບົດວິເຄາະຂອງ ກຸຫລາບ
ນັກວິເຄາະຂ່າວສະຖານີວິທະຍຸໂທລະພາບສູນກາງຈີນ).