ໄປແນ່ນອນ ! ປ໊ອກບາ ກຽມເດີນໜ້າ ພາລະກິດໜີຈາກ ແມນຢູ


ເດິ ເທເລກຣາບ ສື່ຂອງອັງກິດ ລາຍງານວ່າ: ປອລ ປ໊ອກບາ ມິດຟິລ ແມນເຊັສເຕີ ຢູໄນເຕັດ ພ້ອມໃສ່ເກຍ 5 ໃນພາລະກິດຍ້າຍໄປຢູ່ ຣີລ ມາດຣິດ ໃນໜ້າຮ້ອນນີ້ ແຕ່ອຸປະສັກໃຫຍ່ຄືເລື່ອງຄ່າຕົວທີ່ ແມນຢູ ຕັ້ງເອົາໄວ້ສູງເຖິງ 160 ລ້ານປອນ.
ປອລ ປ໊ອກບາ ກອງກາງຊາວຝຣັ່ງຂອງ ແມນເຊັສເຕີ ຢູໄນເຕັດ ສະໂມສອນດັງແຫ່ງ ພຣີເມຍລີກ ອັງກິດ ພ້ອມຈະເດີນໜ້າເລື່ອງເພື່ອໃຫ້ໄດ້ຍ້າຍໄປຢູ່ກັບ ຣີລ ມາດຣິດ ທີມຍັກໃຫຍ່ຂອງ ລາ ລີກາ ສະເປນ ໃນໜ້າຮ້ອນນີ້ແລ້ວ.
ປ໊ອກບາ ຕົກເປັນຂ່າວຍ້າຍທີມມາໄລຍະໜຶ່ງແລ້ວ ຫລັງຈາກບອກວ່ານັກເຕະທຸກຄົນຕ່າງກໍມີຄວາມຝັນຈະໄດ້ຫລິ້ນໃຫ້ ຣີລ ມາດຣິດ ໂດຍລາວຍັງກ່າວອີກວ່າ: ຢາກລອງເຮັດວຽກຮ່ວມກັບ ຊີເນດິນ ຊີດານ ເຊິ່ງຕອນນີ້ ຊີດານ ຄຸມທີມ ຣີລ ມາດຣິດ ຢູ່ພໍດີ.
ຫລ້າສຸດ ເດິ ເທເລກຣາບ ລາຍງານວ່າ: ປ໊ອກບາ ມີຄວາມຄິດຈະຍ້າຍໄປຢູ່ ຣີລ ມາດຣິດ ໄລຍະໜຶ່ງແລ້ວ ແລະ ການທີ່ ແມນເຊັສເຕີ ຢູໄນເຕັດ ບໍ່ໄດ້ສິດລຸຍ ຢູຟາ ແຊມປ້ຽນລີກ ໃນລະດູການໜ້າ ເຮັດໃຫ້ລາວມຸ່ງໝັ້ນຈະຍ້າຍທີມຫລາຍຂຶ້ນ ເຊິ່ງຕ້ອງເບິ່ງວ່າ ເອັດ ວູດເວີດ ຮອງປະທານບໍລິຫານຂອງ ແມນເຊັສເຕີ ຢູໄນເຕັດ ຈະສ່ຽງເກັບນັກເຕະທີ່ບໍ່ມີໃຈໃຫ້ທີມແລ້ວໃຫ້ຢູ່ຊ່ວຍທີມຕໍ່ໄປ ຫລື ບໍ່, ຫລັງຈາກກ່ອນໜ້ານີ້ ວູດເວີດ ສະແດງທ່າທີວ່າບໍ່ຢາກຂາຍອະດີດນັກເຕະ ຢູເວນຕຸສ ອອກຈາກທີມ.
ເຖິງຢ່າງໃດກໍຕາມ ອຸປະສັກໃນເລື່ອງການຍ້າຍທີມຂອງ ປ໊ອກບາ ຄືເລື່ອງຄ່າຕົວ ຫລັງຈາກ ແມນເຊັສເຕີ ຢູໄນເຕັດ ຕັ້ງຄ່າຫົວຂອງລາວເອົາໄວ້ 160 ລ້ານປອນ ເຊິ່ງຕອນນີ້ຍອດທີມແຫ່ງຖິ່ນ ຊານຕິອາໂກ້ ເບນາເບວ ບໍ່ອາດຈະມີເງິນຫລາຍຂະໜາດນັ້ນ ເພາະພວກເຂົາຍັງຕ້ອງແບ່ງເງິນໄປຊື້ນັກເຕະຄົນອື່ນໆເຊັ່ນ: ເອແດ໊ນ ອາຊາ ປີກຄົນເກັ່ງຂອງ ເຊລຊີ ເປັນຕົ້ນ.
ເດິ ເທເລກຣາບ ລາຍງານອີກວ່າ: ມິໂນ່ ໄຣໂອລ່າ ນາຍໜ້າຂອງ ປ໊ອກບາ ໄດ້ເຈລະຈາກັບ ຣີລ ມາດຣິດ ແລ້ວ ແລະ ພຣີເມຍລີກ ລະດູການນີ້ຈົບລົງ, ໄຣໂອລ່າ ຈະບອກກັບ ວູດເວີດ ວ່າທີມຂອງ ຊີດານ ພ້ອມຈະຍື່ນຂໍ້ສະເໜີດ້ວຍການໃຫ້ຄ່າຕົວປະມານ 100 ລ້ານປອນ ເຊິ່ງໜ້ອຍກວ່າທີ່ ແມນເຊັສເຕີ ຢູໄນເຕັດ ຕັ້ງເອົາໄວ້.