ຈັດທຣຳ ປາບ ຮິກກິ້ນ ຂາດຮອຍ ! ຄວ້າແຊ້ມສະນຸກເກີ ຊີງແຊ້ມໂລກຄັ້ງທຳອິດ


ການແຂ່ງຂັນສະນຸກເກີຊີງແຊ້ມໂລກ World Snooker Championship ປະຈຳປີ 2019 ທີ່ເຊັຟຟີວ ປະເທດອັງກິດ ໃນວັນທີ 20 ເມສາ – 6 ພຶດສະພານີ້ ຊີງເງິນລາງວັນລວມ 2.231.000 ປອນ. ຄູ່ຊີງປີນີ້ ເປັນການພົບກັນລະຫວ່າງ ຈ໋ອນ ຮິກກິ້ນ ນັກສະນຸກເກີ ໄວ 43 ປີ ຈາກສະກັອດແລນ ມື 5 ຂອງໂລກ ອະດີດແຊ້ມໂລກ 4 ສະໄຫມ ທີ່ເຂົ້າຊີງເປັນປີທີ 3 ຕິດຕໍ່ກັນ ດວນພົບ ຈັດທຣຳ ຈາກເຈົ້າພາບອັງກິດ ໄວ 29 ປີ ມື 7 ຂອງໂລກ ທີ່ເຂົ້າຊີງເປັນຄັ້ງທີ 2 ຕໍ່ຈາກປີ 2011 ເຊິ່ງຄັ້ງນັ້ນ ຈັດທຣຳ ເສຍໃຫ້ ຈ໋ອນ ຮິກກິ້ນ 15-18 ເຟຣມ.
ຄັ້ງນີ້ ຈັດທຣຳ ເປັນຝ່າຍເຮັດໄດ້ດີກວ່າ ປາບ ຈ໋ອນ ຮິກກິ້ນ ຂາດຮອຍ 18-9 ເຟຣມ, Session ທີ 1 ຫລື ພາກທີ 1 ທັງສອງສະເໝີກັນ 4-4 ເຟຣມ, ມາພາກທີ 2 ຈັດທຣຳ ກວດ 8 ເຟຣມ ຈາກ 9 ເຟຣມ ຂຶ້ນນຳ 12-5. ສ່ວນພາກທີ 3 ໄດ້ຄົນລະ 4 ເຟຣມ ເຮັດໃຫ້ ຈັດທຣຳ ຫຍັບເຂົ້າໃກ້ແຊ້ມຂຶ້ນນຳຫ່າງ 16-9 ເຟຣມ, ມາເຖິງພາກສຸດທ້າຍ ຈັດທຣຳ ກວດສອງເຟຣມທຳອິດ 94-0 ແລະ 63-1 ສົ່ງຜົນໃຫ້ ຈັດທຣຳ ເອົາຊະນະ ຈ໋ອນ ຮິກກິ້ນ 18-9 ເຟຣມ ຄວ້າແຊ້ມສະນຸກເກີຊີງແຊ້ມໂລກເປັນຄັ້ງທຳອິດ. ຂະນະທີ່ ຈ໋ອນ ຮິກກິ້ນ ໄດ້ອັນດັບສອງ 3 ປີຕິດຕໍ່ກັນ.
ຈັດທຣຳ ຮັບຂັນແຊ້ມ ພ້ອມເງິນລາງວັນ 500.000 ປອນ ແລະ ຫຍັບອັນດັບຂຶ້ນເປັນມື 2 ຂອງໂລກ, ຂະນະທີ່ ຈ໋ອນ ຮິກກິ້ນ ຮັບເງິນລາງວັນປອບໃຈ 200.000 ປອນ ບວກກັບ 10.000 ປອນ ຈາກລາງວັນເຂົ້າເບຣກສູງສຸດ 143 ຄະແນນ.
ຈັດທຣຳ ຄວ້າແຊ້ມສະນຸກເກີ ລາຍການທີ 21 ໃນຊີວິດ, ເປັນລາຍການທີ 11 ລະດັບສະສົມຄະແນນໂລກ, ກາຍ ເປັນນັກສະນຸກເກີຄົນທຳອິດສະສົມເງິນລາງວັນເຖິງຫລັກ 1 ລ້ານປອນ ໃນລະດູການນີ້ (1.098.400 ປອນ), ເປັນນັກສະນຸກເກີຄົນທີ 21 ທີ່ໄດ້ແຊ້ມໂລກ ແລະ ເປັນຊາວອັງກິດຄົນທີ 10.