ລາວ​ປັບ​ຂຶ້ນລາຄາ​ນ້ຳມັນ​ແຕ່ 110-300 ກີບ​ຕໍ່​ລິດ ເລີ່ມ 3 ພຶດສະພານີ້

- ooooo copy - ລາວ​ປັບ​ຂຶ້ນລາຄາ​ນ້ຳມັນ​ແຕ່ 110-300 ກີບ​ຕໍ່​ລິດ ເລີ່ມ 3 ພຶດສະພານີ້
- kitchen vibe - ລາວ​ປັບ​ຂຶ້ນລາຄາ​ນ້ຳມັນ​ແຕ່ 110-300 ກີບ​ຕໍ່​ລິດ ເລີ່ມ 3 ພຶດສະພານີ້

ໃນ​ວັນ​ທີ 2 ພຶດສະພາ​ນີ້ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ໄດ້​ອອກ​ແຈ້ງ​ການ​ປັບ​ຂຶ້ນລາຄາ​ຂາຍຍ່ອຍ​ນ້ຳມັນ​ເຊື້ອ​ໄຟ​ໃນ​ທົ່ວ​ປະ​ເທດ​ຄື: ປັບ​ຂຶ້ນລາຄາ​ນ້ຳມັນ​ແອັດ​ຊັງ​ພິ​ເສດ 300 ກີບ, ນ້ຳມັນ​ແອັດ​ຊັງ​ທຳ​ມະ​ດາ 230 ກີບ ​ແລະ ນ້ຳມັນ​ກາ​ຊວນ 110 ກີບ​ຕໍ່​ລິດ. ພາຍຫລັງ​ລັດຖະບານ​ໄດ້​ຫລຸດ​ຄັງ​ແຮນ້ຳມັນ​ກາ​ຊວນ​ລົງ 50 ກີບ​ຕໍ່​ລິດ ​ແລະ ລາຄາ​ໃໝ່​ນີ້​ແມ່ນ​ເລີ່​ມປະຕິບັດ​ແຕ່​ເວລາ 6:00 ​ໂມງ ວັນ​ທີ 3 ພຶດສະພາ​ເປັນຕົ້ນ​ໄປ ຈົນ​ກວ່າ​ມີ​ແຈ້ງ​ການ​ປ່ຽນ​ແປງ.

      ການ​ປັບ​ຂຶ້ນລາຄາ​ດັ່ງກ່າວ​ເຮັດ​ໃຫ້​ລາຄາ​ຂາຍຍ່ອຍ​ນ້ຳມັນ​ເຊື້ອ​ໄຟ​ໃນ​ທົ່ວ​ປະ​ເທດ​ມີ​ດັ່ງ​ນີ້: ນະຄອນຫລວງ​ວຽງ​ຈັນ ​ແອັດ​ຊັງ​ພິ​ເສດ 10.820, ​ແອັດ​ຊັງ​ທຳ​ມະ​ດາ 9.540 ​ແລະ ກາ​ຊວນ 8.710; ຜົ້ງສາລີ ​ແອັດ​ຊັງ​ທຳ​ມະ​ດາ 10.300 ​ແລະ ກາ​ຊວນ 9.470; ຫລວງ​ນ້ຳທາ ​ແອັດ​ຊັງ​ທຳ​ມະ​ດາ 9.900 ​ແລະ ກາ​ຊວນ 9.070; ອຸດົມ​ໄຊ ​ແອັດ​ຊັງ​ພິ​ເສດ 11.300, ​ແອັດ​ຊັງ​ທຳ​ມະ​ດາ 10.020 ​ແລະ ກາ​ຊວນ 9.190; ບໍ່​ແກ້ວ ​ແອັດ​ຊັງ​ພິ​ເສດ 10.920, ​ແອັດ​ຊັງ​ທຳ​ມະ​ດາ 9.640 ​ແລະ ກາ​ຊວນ 8.810; ຫລວງ​ພະ​ບາງ ​ແອັດ​ຊັງ​ພິ​ເສດ 11.220, ​ແອັດ​ຊັງ​ທຳ​ມະ​ດາ 9.940 ​ແລະ ກາ​ຊວນ 9.110; ​ໄຊ​ຍະ​ບູລີ ​ແອັດ​ຊັງ​ພິ​ເສດ 10.070, ​ແອັດ​ຊັງ​ທຳ​ມະ​ດາ 9.790 ​ແລະ ກາ​ຊວນ 8.960; ຫົວພັນ ​ແອັດ​ຊັງ​ທຳ​ມະ​ດາ 9.940 ​ແລະ ກາ​ຊວນ 9.110; ຊຽງ​ຂວາງ ​ແອັດ​ຊັງ​ທຳ​ມະ​ດາ 9.730 ​ແລະ ກາ​ຊວນ 8.900; ວຽງ​ຈັນ ​ແອັດ​ຊັງ​ພິ​ເສດ 10.820, ​ແອັດ​ຊັງ​ທຳ​ມະ​ດາ 9.540 ​ແລະ ກາ​ຊວນ 8.710; ບໍລິ​ຄຳ​ໄຊ ​ແອັດ​ຊັງ​ພິ​ເສດ 10.900, ​ແອັດ​ຊັງ​ທຳ​ມະ​ດາ 9.620 ​ແລະ ກາຊວນ 8.790; ຄຳ​ມ່ວນ ​ແອັດ​ຊັງ​ພິ​ເສດ 10.850, ​ແອັດ​ຊັງ​ທຳ​ມະ​ດາ 9.570 ​ແລະ ກາ​ຊວນ 8.740; ສະຫວັນ​ນະ​ເຂດ ​ແອັດ​ຊັງ​ພິ​ເສດ 10.850, ​ແອັດ​ຊັງ​ທຳ​ມະ​ດາ 9.570 ​ແລະ ກາ​ຊວນ 7.840; ສາລະ​ວັນ ​ແອັດ​ຊັງ​ທຳ​ມະ​ດາ 9.750 ​ແລະ ກາ​ຊວນ 8.920; ຈຳປາ​ສັກ ​ແອັດ​ຊັງ​ພິ​ເສດ 10.880, ​ແອັດ​ຊັງ​ທຳ​ມະ​ດາ 9.600 ​ແລະ ກາ​ຊວນ 8.770; ​ເຊ​ກອງ ​ແອັດ​ຊັງ​ທຳ​ມະ​ດາ 9.780 ​ແລະ ກາ​ຊວນ 8.950; ອັດ​ຕະປື ​ແອັດ​ຊັງ​ພິ​ເສດ 11.060, ​ແອັດ​ຊັງ​ທຳ​ມະ​ດາ 9.780 ​ແລະ ກາ​ຊວນ 8.950; ​ໄຊ​ສົມບູນ ​ແອັດ​ຊັງ​ທຳ​ມະ​ດາ 9.780 ​ແລະ ກາ​ຊວນ 8.950 ກີບຕໍ່​ລິດ.

- Visit Laos Visit SALANA BOUTIQUE HOTEL - ລາວ​ປັບ​ຂຶ້ນລາຄາ​ນ້ຳມັນ​ແຕ່ 110-300 ກີບ​ຕໍ່​ລິດ ເລີ່ມ 3 ພຶດສະພານີ້
- 4 - ລາວ​ປັບ​ຂຶ້ນລາຄາ​ນ້ຳມັນ​ແຕ່ 110-300 ກີບ​ຕໍ່​ລິດ ເລີ່ມ 3 ພຶດສະພານີ້
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!