ໜຶ່ງແລວໜຶ່ງເສັ້ນທາງ ໄຂປະຕູສູ່ໂລກກວ້າງ


ໂດຍ: ທິດກ່ຳ
ສຳລັບຄໍລຳມື້ນີ້, ທິດກ່ຳ ຂໍອ່ວາຍໜ້າໄປຫາເພື່ອນອຸ ດົມການໃນສະຖານປະເທດກອມມູນິດດ້ວຍກັນຄື: ສາ ທາລະນະລັດ ປະຊາຊົນ ຈີນ (ສປ ຈີນ) ຍ້ອນວ່າໃນໄລຍະ ວັນທີ 25 -27 ເມສາ ທີ່ຜ່ານມາ, ຢູ່ປະເທດຈີນໄດ້ມີເຫດ ການທີ່ມີຄວາມສຳຄັນຕໍ່ຊາວ ໂລກໃນຍຸກປັດຈຸບັນ ແລະ ອະ ນາຄົດ, ນັ້ນແມ່ນໄດ້ ເປີດກອງປະຊຸມສຸດຍອດເວທີປຶກສາ ຫາລືເພື່ອການຮ່ວມມືສາກົນ “ໜຶ່ງແລວໜຶ່ງເສັ້ນທາງ” ຄັ້ງທີ II ເຊິ່ງມີຄະນະຜູ້ແທນຂັ້ນສູງ ແລະ ສື່ມວນຊົນເຖິງ 5.000 ຄົນ ແລະ ມີ 150 ປະເທດໄດ້ເຂົ້າຮ່ວມໃນກອງປະຊຸມຄັ້ງນີ້ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນ.
ສຳລັບ ສປປ ລາວ ເຮົາກໍມີ ທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ພ້ອມຄະນະໄດ້ເຂົ້າຮ່ວມ ແລະ ໃນວັນທີ 26 ທ່ານ ປະທານປະເທດ ເຮົາ ກໍໄດ້ມີຄຳເຫັນສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍຕໍ່ຂໍ້ລິເລີ່ມທີ່ ທ່ານ ປະທານປະເທດຈີນ ສີຈິ້ນຜິງ ໄດ້ວາງອອກ, ໃນວາລະດຳ ເນີນກອງປະຊຸມບັນດາຄະນະຜູ້ແທນໄດ້ມີການປຶກສາຫາລື ແລະ ແລກປ່ຽນຄວາມຄິດ ເຫັນກ່ຽວກັບການຮ່ວມມື ຫລາຍດ້ານເປັນຕົ້ນເຊັ່ນ: ການພັດທະນາເສດຖະກິດ- ສັງຄົມ, ການຄ້າການລົງທຶນ, ການຄົມມະນາຄົມ, ເຕັກໂນ ໂລຊີອັນໃໝ່, ນະວັດຕະກຳ ທັນສະໄໝ, ຕະຫລອດເຖິງການພັດທະນາສີຂຽວແຕ່ ນີ້ຫາ ປີ 2030, ການພັດທະນາພື້ນຖານໂຄງລ່າງລະຫວ່າງກັນ ແລະ ກັນ, ການທ່ອງທ່ຽວໄປມາຫາສູ່ກັນ, ການແລກປ່ຽນວັດທະນະທຳເຊິ່ງກັນ ແລະ ກັນ ແລະ ອື່ນໆອີກ.
ໂຄງການໜຶ່ງແລວໜຶ່ງ ເສັ້ນທາງໄດ້ຈັດຕັ້ງປະຕິບັດມາເປັນເວລາ 6 ປີເຫັນວ່າ ມີໝາກມີຜົນຕໍ່ເສດຖະກິດ- ສັງຄົມໃຫ້ຫລາຍປະເທດໃນພາກພື້ນກໍຄືໃນໂລກໂດຍລວມ.
ສປປ ລາວ ກັບປະເທດ ຈີນ ໃນຖານະເປັນເພື່ອນ ຮ່ວມມືຍຸດທະສາດຮອບ ດ້ານໄດ້ຮ່ວມມືກັນປະຕິບັດມາ ແລ້ວຫລາຍປີເປັນຕົ້ນ: ໂຄງການໃຫຍ່ໆ ກໍແມ່ນ ໂຄງການດາວທຽມ,ໂຄງ ການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ເຊິ່ງຈະສຳເລັດ ແລະ ນຳໃຊ້ບໍລິການ ໃນປີ 2022 ເປັນຕົ້ນໄປ.
ໃນອະນາຄົດຕໍ່ໜ້າເສັ້ນ ທາງສາຍນີ້ອາດຈະເຊື່ອມ ຕໍ່ໄປຫລາຍປະເທດໃນອາ ຊຽນ ແລະ ອີກແລວໜຶ່ງກໍ ອາດແຍກຈາກຈີນໄປສູ່ຕາ ເວັນອອກກາງ, ໄປເອີຣົບຕາ ເວັນຕົກ ແລະ ອາຟຣີກກາ ກາຍເປັນເສັ້ນທາງສາຍໃໝ່ ຍາວຢຶດໄປທົ່ວໂລກ.
ຕາມທິດກ່ຳວ່າ, ນີ້ຄືປັດ ໄຈອັນໃໝ່ທີ່ຈະເຮັດໃຫ້ຊາວ ໂລກໄດ້ພົບພໍ້ໄປມາຫາສູ່ກັນ, ເຂົ້າໃຈກັນສາມັກຄີກັນ, ຄ້າ ຂາຍຮ່ວມກັນ ແລະ ຮ່ວມມື ກັນຕ່າງຝ່າຍຕ່າງມີຜົນປະ ໂຫຍດອັນເປັນການເພີ່ມມິດ ຫລຸດຜ່ອນສັດຕູ, ຫລຸດຜ່ອນ ຄວາມຂັດແຍ່ງກ້າວໄປສູ່ສັນ ຕິພາບອັນຍາວນານ.
ເວົ້າມາຮອດຈຸດ ນີ້ທິດ ກ່ຳຍັງຄິດເຫັນປີຫລັງຜ່ານ ມາໄດ້ມີສອງໂຄສົກຈາກ ຊ່ອງສະປິງ ນິວປະເທດໄທ ໄດ້ວິຈານວ່າລາວເສຍປ່ຽບ ໃຫ້ຈີນຕໍ່ໂຄງການສ້າງທາງ ລົດໄຟຄວາມໄວສູງ ລາວ- ຈີນເພາະລາວບໍ່ໄດ້ຮັບຜົນ ປະໂຫຍດຫຍັງວ່າຊັ້ນ! ມາ ໃນວັນທີ 25 ເດືອນເມສາ 2019 ທີ່ຜ່ານມານີ້ເອງ ທິດກ່ຳ ພັດເຫັນແຫລ່ງຂ່າວ ພິທີເຊັນສັນຍາລົງນາມ 3 ປະເທດ ລາວ-ຈີນ-ໄທ ໃນ ບົດບັນທຶກຄວາມຮ່ວມມື ດ້ວຍກັນເພື່ອເຊື່ອມຕໍ່ເສັ້ນ ທາງລົດໄຟຄວາມໄວສູງ ຜ່ານນະຄອນຫລວງວຽງ ຈັນຕໍ່ໃສ່ໜອງຄາຍ, ນີ້ລະຄືສັດຈະທຳແຫ່ງຄວາມຈິງ ທີ່ພິສູດໃຫ້ເຮົາເຫັນຢ່າງ ທັນຕາ.
ແນວໃດກໍຕາມ, ສຳລັບ ປະເທດລາວພວກເຮົານັ້ນ ການທີ່ມີໂຄງການຮ່ວມມື ຊ່ວຍເຫລືອ ເຊິ່ງກັນ ແລະ ກັນລະຫວ່າງລາວ-ຈີນຕາມນະໂຍບາຍໜຶ່ງແລວໜຶ່ງ ເສັ້ນທາງນັ້ນເປັນການສ້າງ ເງື່ອນໄຂໃຫ້ປະຊາຊົນສອງປະເທດໄດ້ໄປມາຫາສູ່ກັນ, ໄປພຸ້ນກິນປາມາພີ້ກິນເຂົ້າ, ຄ້າຂາຍຮ່ວມກັນ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ນັ້ນຖືວ່າ ເປັນຍອດປາດຖະໜາ ຂອງຄົນສອງປະເທດ.
ສ່ວນວ່າຜົນປະໂຫຍດໃຜໄດ້ໄຜເສຍ, ໃຜໄດ້ໜ້ອຍໄດ້ຫລາຍນັ້ນມັນກໍຂຶ້ນກັບ ທ່າແຮງຂອງແຕ່ລະປະເທດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດມັນບໍ່ຄືແຫລ່ງ ຂ່າວຈຳນວນໜຶ່ງ ທີ່ເຂົາວິ ຈານເວົ້າວ່າ.
ປີ 2022 ຖ້າທິດກ່ຳຍັງ ມີໂຊກກໍຈະໄປກິນເຂົ້າຊອຍ ຢູ່ຫລວງນ້ຳທາ, ໄປອິ້ນໄປ ແອ່ວແຖວສິບສອງປັ່ນນາ ກັບມາຈັ້ງພັກຢູ່ວັງວຽງ ອາບນ້ຳຊອງສະຫລອງ ວັນເກີດແລ້ວຈຶ່ງຕະເຫລີດ ມາວຽງຈັນ, ໃຜຊິເວົ້າຫຍັງ ກະຕາມຊ່າງເຂົາຖືວ່າ ໂຄງ ການໜຶ່ງແລວໜຶ່ງເສັ້ນທາງ ເປັນການເປີດປະຕູສູ່ໂລກ ກວ້າງຂອງຄົນທ່ົວໂລກ./.

