ນໍ້າ​ປະປາ​ນະຄອນຫລວງ​ວຽງຈັນ​ພວມ​ເລັ່ງ​ແກ້​ໄຂ​ບັນຫາ​ນໍ້າບໍ່ພຽງພໍ

- 58462397 803204893391160 6935140553923231744 n - ນໍ້າ​ປະປາ​ນະຄອນຫລວງ​ວຽງຈັນ​ພວມ​ເລັ່ງ​ແກ້​ໄຂ​ບັນຫາ​ນໍ້າບໍ່ພຽງພໍ
- kitchen vibe - ນໍ້າ​ປະປາ​ນະຄອນຫລວງ​ວຽງຈັນ​ພວມ​ເລັ່ງ​ແກ້​ໄຂ​ບັນຫາ​ນໍ້າບໍ່ພຽງພໍ

ພາຍຫລັງ​ໄດ້​ມີ​ປະຊາຊົນ​ເຂດ​ບ້ານ​ດົງໝາກຄາຍ ​ເມືອງ​ໄຊ​ທານີ ນະຄອນ ຫລວງ​ວຽງຈັນ ສ່ອງ​ແສງ​ມາ​ຫາໜັງສື​ພິມ​ ລາວ​ພັດທະນາ ​ເຮົາ​ວ່າ: ​ໄດ້​ເກີດ​ມີ​ບັນຫາ​ນໍ້າ​ປະປາ​ຂຸ້ນ ອັນ​ເຮັດ​ໃຫ້ການ​ສະໜອງນໍ້າ​ໃຊ້​ບໍ່ພຽງພໍ ​ແລະ ຂາດ​ນໍ້າ​ໃຊ້​​​ໃນ​ຄອບຄົວ​ເປັນ​ຢ່າງ​ຍິ່ງ.​

    ຕໍ່ບັນຫາ​ດັ່ງກ່າວ, ທ່ານ ຄໍາ​ເຜີຍ ວົງສາ​ຄໍາ​ຜຸຍ ອໍານວຍ​ການ ລັດ​ວິ​ສາ​ຫະກິດນໍ້າປະປາ ນະຄອນຫລວງ​ວຽງຈັນ ​ໃຫ້​ຮູ້​ວ່າ: ​​ປະຊາຊົນ​ທີ່​ອາ​ໄສ​ຢູ່​ເຂດ ​ເມືອງ​ໄຊ​ທານີ, ​ໄຊ​ເສດ​ຖາ ​ແລະ ​ເມືອງ​ຈັນທະ​ບູລີ ​ໃຫ້ກຽມ​ໂຕ່ງ​ນໍ້າ​ໃສ່​ອ່າງ​ເກັບ​ນໍ້າ​ໄວ້ ໃນ​ວັນ​ທີ 29 ​ເມສາຜ່ານ​ມາ​ນີ້, ​ເນື່ອງ​ຈາກ​ວ່າ​ມີ​ຝົນຕົກ​ ​ແລະ ລົມ​ແຮງ, ອັນ​ເປັນສາ​ເຫດ​ເຮັດ​ໃຫ້​ໄຟຟ້າ​ຕົກ. ສະ​ນັ້ນ, ​ໂຮງງານ​ຜະລິດ​ນໍ້າ​ປະປາ ດົງໝາກຄາຍ ຈຶ່ງ​ບໍ່ສາມາດ​ດໍາ​ເນີນ​ການ​ຜະລິດ​ນໍ້າ​ປະປາ​ໄດ້​ຢ່າງ​ເຕັມ​ສ່ວນ ​ແລະ ສົ່ງ​ຜົນ​ໃຫ້ການ​ບໍລິການ​ສະໜອງນໍ້າ​ໃຫ້​ປະຊາຊົນ​ບໍ່ພຽງພໍ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ, ​ເມື່ອ​ລະບົບ​ກະ​ແສ​ໄຟຟ້າ​ເຂົ້າ​ໂຮງງານ​ໄດ້​ມາດຕະຖານ​ແລ້ວ​ຈຶ່ງ​ຈະ​ສາມາດ​ຜະລິດ ​ແລະ ສະໜອງນໍ້າ​​ເປັນ​ປົກກະຕິ​ໄດ້ໄດ້​. ປັດຈຸບັນ​ທາງໜ່ວຍງານ​ພວມ​ເລັ່ງສ້ອມ​ແປງ ​ແລະ ​ແກ້​ໄຂ​ບັນ​ຫາ​ດັ່ງກ່າວ​ໃຫ້​ໄດ້​ໂດຍ​ໄວ ​ເຊິ່ງຄາດ​ວ່າ​ອີກ 2-3 ມື້ ກໍຈະ​ສາມາດ​ສະໜອງນໍ້າ​​ໃຊ້​ໄດ້​ຢ່າງ​ເປັນ ປົກກະຕິ​ດີ.

- Visit Laos Visit SALANA BOUTIQUE HOTEL - ນໍ້າ​ປະປາ​ນະຄອນຫລວງ​ວຽງຈັນ​ພວມ​ເລັ່ງ​ແກ້​ໄຂ​ບັນຫາ​ນໍ້າບໍ່ພຽງພໍ

    ດັ່ງ​ນັ້ນ, ຈຶ່ງ​ແຈ້ງ​​ໃຫ້​ຜູ້​ຊົມ​ໃຊ້​ນໍ້າ​ກະກຽມອ່າງ​​ເກັບ​ນໍ້າ ​ແລະ ​ໂຕ່ງ​ນໍ້າ​ໄວ້ ​ເພື່ອ​ຊົມ​ໃຊ້​ໃນ​ຄອບຄົວ​ທີ່​ຈໍາ​ເປັນ ​ແລະ ​ໃນ​ກໍ​ລະ​ນີມີ​ຄວາມ​ຕ້ອງການ​ຊົມ​ໃຊ້​ບໍລິການ​ນໍ້າ​ສຸກ​ເສີນ​ທາງ​ລົດນໍ້າ ສາມາດ​ນໍາ​ສົ່ງ​ໄດ້ຕະຫລອດ 24 ຊົ່ວ​ໂມງ ຕາມ​ເບີ​ໂທລະສັບ 1169.

- 4 - ນໍ້າ​ປະປາ​ນະຄອນຫລວງ​ວຽງຈັນ​ພວມ​ເລັ່ງ​ແກ້​ໄຂ​ບັນຫາ​ນໍ້າບໍ່ພຽງພໍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!