Twitter ມີເຄື່ອງມືຊະນິດໃໝ່ ຕ້ານຂ່າວປອມໃນການເລືອກຕັ້ງ


ເພື່ອຮັບປະກັນໃຫ້ມີຂ່າວທີ່ຈະແຈ້ງໃນການເລືອກຕັ້ງ, Twitter ໃຫ້ຮູ້ວ່າ: ຈະເພີ່ມຕື່ມລັກສະນະຄຸນສົມບັດການເລືອກເຟັ້ນໃນລາຍການປ່ອຍຂ່າວລົງ (drop-down) ເພື່ອແນໃສ່ໃຫ້ຜູ້ນຳໃຊ້ສາມາດຈຳແນກໄດ້ເນື້ອໃນທີ່ຜິດພາດທີ່ປ່ອຍລົງໃນເຄືອຂ່າຍສື່ສັງຄົມ ເຊັ່ນວ່າການຜິດພາດໃນຮູບການລົງທະບຽນ ເພື່ອລົງຄະແນນສຽງ ຫລື ວັນເວລາປ່ອນບັດເປັນທາງການທີ່ຈະແຈ້ງ.
ເຄື່ອງມືຊະນິດໃໝ່ນີ້ ຈະຖືກຈັດຕັ້ງປະຕິບັດໃນບັ້ນເລືອກຕັ້ງສະມາຊິກສະພາຕໍ່າຂອງອິນເດຍ ແລະ ບັ້ນເລືອກຕັ້ງລັດຖະສະພາເອີຣົບທີ່ຈະມີຂຶ້ນໃນເດືອນໜ້ານີ້. Twitter ກໍກຳລັງຈະມີແຜນເພີ່ມທະວີບັນດາວິທີການຕ້ານກັບຂ່າວປອມກ່ອນການເລືອກຕັ້ງທີ່ຈະເກີດຂຶ້ນໃນໂລກໃນທ້າຍປີນີ້.
# ລູກເມືອງພວນ, ຈາກ sggp.org.vn, 26/4 (ໜັງສືພິມໄຊງ່ອນ)