“ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ

“ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ - 17903385 285857558535356 2523777522560008657 n - “ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ
“ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ - kitchen vibe - “ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ

ການສະເຫຼີມສະຫລອງ ບຸນປີໃໝ່ລາວ ພສ 2562 ປີນີ້ ຄຶກຄັກພໍສົມຄວນ ໂດຍສະເພາະການ ຊຸມແຊວຂອງ ມວນຊົນ ຕາມສະຖານທີ່ຕ່າງໆ ແຕ່ການສົງນໍ້າພຣະ ປະກອບພິທີ ຢູ່ຫຼາຍວັດແມ່ນບາງຕາ.

ເຖິງວ່າ ການສະເຫຼີມສະຫຼອງ ບຸນປີໃໝ່ລາວປີນີ້ ຈະຜ່ານພົ້ນໄປແລ້ວ ແຕ່ສິ່ງໜຶ່ງທີ່ຍັງໜ້າຄິດກໍຄື ການສະເຫຼີມສະຫຼອງ ດ້ວຍນໍ້າເມົາ ທີ່ເຂົ້າກັບສຽງເພັງ ອັນບໍ່ມີຄວາມໝາຍຫຼາຍເທົ່າໃດ ແລະຊວນໃຫ້ຜູ້ຄົນຈຳນວນຫຼາຍຫຼົງໄຫຼ ເມົາມາຍກັບ ການຫຼິ້ນກິນ ຫຼາຍກວ່າການເຂົ້າວັດ ເພື່ອເຮັດຕາມຮີດ ຕາມຄອງເຮົາທີ່ສືບຕໍ່ກັນມາຫຼາຍຮຸ່ນຄົນແລ້ວ.

“ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ - Visit Laos Visit SALANA BOUTIQUE HOTEL - “ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ

ໃນທ່າມກາງການມ່ວນຊື່ນຜ່ານການດຶ່ມ, ການເຕັ້ນນັ້ນ, ສຽງເພັງ ຂອງປະເທດເພື່ອນບ້ານ ກໍມີອິດທິພົນ ຕໍ່ປະຊາຊົນເຮົາຫຼາຍທີ່ສຸດ, ບັນດາເພັງທີ່ກຳລັງນິຍົມໃນຂະນະນີ້ ປະກອບມີ “ງັດທັງງັດ, ໝາກແຕງໂມ ໝາກສົ້ມໂອ”… ແມ່ນສາມາດປຸກປັ້ນ ຈິດໃຈໃຫ້ຢາກເຕັ້ນຢາກດຶ່ມ ຈົນລຶມວ່າ ຊິໄປວັດ ເພື່ອຫົດນໍ້າສົງພຣະ, ຕົບພຣະຊາຍ ແລະ ອື່ນໆ ເຊິ່ງກຳລັງເປັນທ່າອ່ຽງທີ່ໜ້າເສົ້າ.

ໃນໄລຍະບຸນປີໃໝ່ ຜູ້ຂຽນໄດ້ໄປເລາະສົງພຣະ ຕາມບັນດາວັດໃກ້ບ້ານ ເຂດວັງຊາຍ, ແສງສະຫວ່າງ, ຂາມງອຍ, ໂຊກຄຳ ເມືອງໄຊເສດຖາ ນະຄອນນຫຼວງວຽງຈັນ ແລະໄດ້ຖາມ ພຣະສົງ ສຳມະເນນ ບາງວັດ  ກ່ຽວກັບການມາ ສົງພຣະ, ຕົບພະຊາຍ ຂອງປະຊາຊົນ ເພິ່ນເວົ້າສູ່ຟັງວ່າ “ກໍພໍມີຄົນເຂົ້າວັດ ໂດຍສະເພາະ ຜູ້ສູງອາຍຸ ແລະເດັກນ້ອຍຈຳນວນໜຶ່ງ ແຕ່ເບົາບາງຫຼາຍກວ່າທຸກປີ, ຂ້າງວັດ ພັດໄດ້ຍິນສຽງຮ້ອງໂຮດັງກວ່າທຸກປີ”.

ມີໝູ່ທີ່ເດີນທາງໄປສົງພຣະເຂດນອກເມືອງ ກໍມີຂໍ້ສັງເກດອັນດຽວກັນ ເຊິ່ງລາວກໍເວົ້າ ວ່າບາງວັດແມ່ນແຕ່ ພຣະສົງ ສຳມະເນນ ເທົ່ານັ້ນ ເຊິ່ງເປັນສິ່ງໜ້າເປັນຫ່ວງ ຕໍ່ການສືບສານ ວັດທະນະທຳອັນເປັນເອກະລັກນີ້.

ຄວາມນິຍົມຊົມຊອບ ການດຶ່ມເຫຼົ້າເມົາສຸລາ ເຕັ້ນນຳຈັງວະເພັງ (ໂດຍສະເພາະ ຈາກປະເທດເພື່ອນບ້ານ) ໄດ້ແຜ່ເປັນວົງກວ້າງຢ່າງໄວວາ ນັບແຕ່ເດັກນ້ອຍ ຫົວເທົ່າໝາກກອກ ຄືຜູ້ເຖົ້າຜູ້ແກ່ ເພິ່ນວ່າ ຍັງພາກັນຊຸມແຊວ, ກິນເຫຼົ້າຢາ ໂດຍຂາດການຄວບຄຸມຢ່າງຈິງຈັງ ເຊິ່ງພວກໄວໜຸ່ມ ແລະ ເດັກນ້ອຍເຫຼົ່ານັ້ນ ກໍແມ່ນເບິ່ງແຊງນໍາຜູ້ເປັນພໍ່ແມ່, ຄູ ອາຈານ ທີ່ເຮັດໃຫ້ເຂົາເຈົ້າເຫັນ ໂດຍສະເພາະ ຍາມບຸນ ຄືແນວນີ້.

ແນ່ນອນ ພວກເຮົາບໍ່ອາດຫັກຫ້າມໄດ້ເຖິງການ ດຶ່ມເຫຼົ້າ-ເບຍຂອງຜູ້ຄົນ ແຕ່ພວກເຮົາ ຈະເຮັດແນວໃດໃຫ້ ການມ່ວນຊື່ນນັ້ນ ຍັງສາມາດຮັກສາໄດ້ ຄວາມຄຶກຄື້ນ ຢູ່ຕາມວັດວາອາຮາມ ໂດຍບໍ່ປະຮີດໃຫ້ໝອງ ບໍ່ປະຄອງ ໃຫ້ເສົ້າ ຄືດັ່ງຜ່ານມາ.

ມີພຣະສົງ ຕົນໜຶ່ງເວົ້າສູ່ຟັງວ່າ “ມາຮອດປັດຈຸບັນ ການເຂົ້າວັດ ເພື່ອການປະກອບພິທີຕ່າງໆ ໂດຍສະເພາະ ຍາມບຸນປີໃໝ່ລາວຄືແນວນີ້ ແມ່ນນັບມື້ນັບຫຼຸດລົງ, ສ່ວນຫຼາຍແມ່ນຜູ້ເຖົ້າຜູ້ແກ່ ທີ່ຍັງເຂົ້າໃຈ ວິທີປະຕິບັດເທົ່ານັ້ນ ທີ່ເຂົ້າວັດ ແຕ່ບໍ່ແນ່ໃຈວ່າ ໃນອະນາຄົດ ຈະເປັນແນວໃດ, ຖ້າທ່າອ່ຽງຄືປັດຈຸບັນຍັງສືບຕໍ່ ແມ່ນຈະເຮັດໃຫ້ ວັດທະນະທຳ ພວກເຮົາຄ່ອຍໆຈາງຫາຍໄປ”

ພວກເຮົາຮັບຮູ້ນຳກັນວ່າ ບັນດານັກທ່ອງທ່ຽວ ທີ່ເຂົ້າມາລາວ ລ້ວນແລ້ວແຕ່ຢາກເຫັນ ຄວາມເປັນເອກະລັກ ຂອງລາວ, ການສະເຫຼີມສະຫຼອງ ບຸນປີໃໝ່ລາວ ແມ່ນເຫດການທີ່ສຳຄັນຫຼາຍຕໍ່ຄົນລາວ ແຕ່ຖ້າຫາກ ພວກເຮົາ ບໍ່ສາມາດຮັກສາໄດ້ ຈະເອົາຫຍັງ ມາອວດອ້າງເພິ່ນ, ເພິ່ນບໍ່ອາດມາລາວ ເພື່ອຢາກເບິ່ງ ຄົນລາວດຶ່ມເບຍຫຼາຍໆ, ເມົາມາຍ ແລ້ວເຕັ້ນແອະແອ່ນຕາມເສັ້ນທາງ ຮ້າຍແຮງກວ່ານັ້ນ ຍັງພ້ອມພາກັນແກ້ເສື້ອ ຂັບຂີ່ລົດໄວ ຕາມທ້ອງຖະໜົນ ພາໃຫ້ເກີດມີອຸບັດເຫດ ເປັນຈຳນວນຫຼວງຫຼາຍ.

ພວກເຮົາຍັງຈື່ຈຳ ຄຳສັ່ງສອນຂອງ ປະທານ ໄກສອນ ພົມວິຫານ ທີ່ວ່າ “ເສຍວັດທະນະທຳ ແມ່ນເສຍຊາດ”, ຄັນຊັ້ນ ພວກເຮົາກໍຕ້ອງໄດ້ຄິດຄຳນຶງວ່າ ຈະໃຫ້ທ່າອ່ຽງນີ້ດຳເນີນຕໍ່ໄປບໍ່?

“ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ - 5 - “ງັດທັງງັດ” ຢູ່ວັດຈຶ່ງບໍ່ມີຄົນຫລາຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!