ຈັດ ທຣຳ ຊະນະ ມາໂກ ຟູ 10-8 ເຟຣມ ຄວ້າແຊ໊ມສະນຸກເກີ ແລດໂບຣກ ເພລເຢີ
March 14, 2017 - 11:38 AM


ຜົນປາກົດວ່າ ຟູ ອອກຄິວ ໄດ້ດີຂຶ້ນນຳກ່ອນ 5-2 ເຟຣມ ກ່ອນທີ່ ທຣຳ ຈະຮືດເກັບ 2 ເຟຣມສຸດທ້າຍ ຈົບເຊສຊັ່ນທຳ ອິດ ຟູ ນຳ ທຣຳ 5-4 ເຟຣມ. ສ່ວນໃນເຊສຊັ່ນສຸດທ້າຍ ທຣຳ ເກັບ 4 ເຟຣມລວດ ຂຶ້ນນຳ 8-4 ເຟຣມ ແລະ ຂຶ້ນແທ່ນທີ 9-8 ເຟຣມ ກ່ອນທີ່ ທຣຳ ຈະເບຣກ 53 ຄະແນໃນເຟຣມທີ 18 ແລະ ຊະນະໄປ 102-0 ຄະແນນ ສົ່ງຜົນໃຫ້ ທຣຳ ຊະນະ ຟູ 10-8 ເຟຣມ ຄວ້າແຊ໊ມໄປຄອງ ຖືເປັນ ແຊ໊ມລາຍການສະສົມຄະແນນ ໂລກລາຍການທີ 2 ຂອງລາວເອງໃນລະດູການນີ້ ຫລັງຈາກ ຄວ້າແຊ໊ມ ຢູໂຣປຽນ ມາສເຕີ ທີ່ໂຣມາເນຍ ເມື່ອເດືອນຕຸລາປີຜ່ານມາ ແລະ ເປັນແຊ໊ມລາຍການສະສົມຄະແນນໂລກລາຍການທີ 7 ນອກຈາກນີ້ຍັງເຮັດໃຫ້ລາວຍ້າຍຂຶ້ນເປັນມືວາງອັນດັບ 2 ຂອງໂລກນຳອີກ.