ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ

ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ - 111 2 - ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ
ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ - kitchen vibe - ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ

ແຫ​ລ່ງຂ່າວ ຂປລ ​ໃຫ້​ຮູ້​ວ່າ: ​ເມື່ອ​ບໍ່​ດົນ​ມາ​ນີ້, ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານລາວເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ ຢູ່ຫ້ອງການໃຫຍ່ອົງການສະຫະປະຊາຊາດ ທີ່ນິວຢອກ ສະຫະລັດອາເມລິກາ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດແຜນປະຕິບັດງານຂອງກອງປະຊຸມສາກົນ ກ່ຽວກັບປະຊາກອນ ແລະ ການພັດທະນາ (IC PD PoA) ​ເຊິ່ງ​ໄດ້​ຮຽກຮ້ອງໃຫ້ທຸກຄົນສາມາດເຂົ້າເຖິງການເບິ່ງແຍງ ແລະ ດູແລສຸຂະພາບຈະເລີນພັນ ລວມທັງການວາງແຜນຄອບຄົວແບບສະໝັກໃຈ, ການຖືພາ ແລະ ການບໍລິການທີ່ດີໃຫ້ແກ່ເດັກ, ການປ້ອງກັນ ແລະ ປິ່ນປົວພະຍາດຕິດຕໍ່ທາງເພດສໍາພັນ ເພື່ອກ້າວໄປເຖິງການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ​ເຊິ່ງວຽກງານດັ່ງກ່າວຈະສາມາດປະກອບສ່ວນຢ່າງໃຫຍ່ຫລວງ​ເຂົ້າໃນການພັດທະນາຂົງເຂດສັງຄົມ ແລະ ການເຕີບໂຕທາງດ້ານເສດຖະກິດ. ​       ທ່ານ ສຸພັນ ແກ້ວມີໄຊ ໄດ້ມີຄຳ​ເຫັນໃນກອງປະຊຸມວ່າ: ນັບ​ແຕ່​ໃດໆ​ມາ ລັດຖະບານລາວ ໄດ້ເອົາໃຈໃສ່ຢ່າງ​ຈິງ​ຈັງໃນການຈັດຕັ້ງປະຕິບັດແຜນປະຕິບັດງານດັ່ງກ່າວ ກ່ຽວກັບປະຊາກອນ ແລະ ການພັດທະນາ (ICPD PoA) ໂດຍການເຊື່ອມສານເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນພັດທະນາຂອງຂະແໜງການຄື: ໃນປີ 2015 ອັດຕາການຕາຍຂອງແມ່ຫລຸດລົງຈາກ 1.100 ໃນປີ 1990​ ເຫລືອພຽງ 206 ຕໍ່ເດັກເກີດໃໝ່ 100.000 ຄົນ, ໃນປີ 2017 ສປປ ລາວ ສາມາດຝຶກອົບຮົມພະນັກງານສາທາລະນະສຸກ ແລະ ສ້າງນາງພະດຸງຄັນໄດ້ເຖິງ 1.800 ຄົນ, ສາມາດຮອງ​ຮັບການບໍລິການໃຫ້ແມ່ ແລະ ເດັກນ້ອຍເກີດໃໝ່, ພ້ອມນັ້ນ 64% ຂອງການເກີດລູກແມ່ນໄດ້ຮັບການບໍລິການຈາກພະນັກງານສາທາລະນະສຸກ ແລະ ນາງພະດຸງຄັນ, ດ້ານສະຫວັດດີການຂອງຄອບຄົວ ແລະ ການເຂົ້າເຖິງການວາງແຜນຄອບຄົວແບບສະໝັກໃຈນັບມື້​ໄດ້ຮັບການປັບປຸງດີ​ຂຶ້ນ.

ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ - 5 - ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ
ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ - Visit Laos Visit SALANA BOUTIQUE HOTEL - ຕາງໜ້າລັດຖະບານລາວ ເຂົ້າຮ່ວມກອງປະຊຸມຄັ້ງທີ 52 ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!