ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ

ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ - 1555578221834 960x0 - ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ
ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ - kitchen vibe - ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ

      ​ເຈົ້າໜ້າ​ທີ່ ສປປ ​ເກົາ​ຫລີ ລະດັບ​ສູງ ຮຽກຮ້ອງ​​ໃນ​ວັນ​ທີ 18 ​ເມສາ ​ໃຫ້​ຖອດ​ທ່ານ​ ​ໄມ ປອມ​ເປ​ໂອ ລັດຖະມົນຕີ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ອອກ​ຈາກ​ການ​ເຈລະຈາ​ນິວ​ເຄຼຍທີ່​ຢຸດ​ສະ​ງັກ ລະຫວ່າງ ສປປ ​ເກົາຫລີ ​ກັບ ອາ​ເມ​ລິ​ກາ ​ໂດຍ​ກ່າວ​ຫາ​ວ່າ: ທ່ານ​ເປັນສາ​ເຫດ​​ເຮັດ​ໃຫ້ການ​ເຈລະຈາ​ລົ້ມ.

      ສຳນັກ​ຂ່າວ KCNA ຂອງ​ທາງ​ການ ສປປ ​ເກົາຫລີ ລາຍ​ງານ​ອ້າງ​ທ່ານ ວອນ ຈົງ​ກອນ ອະທິບໍດີ​ກົມ​ອາ​ເມ​ລິ​ກາ ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫລີ ກ່າວ​ວ່າ: ທ່ານ​ຢ້ານ​ວ່າ​ຖ້າ​ທ່ານ ປອມ​ເປ​ໂອ ຍັງ​ເຂົ້າຮ່ວມ​ການ​ເຈລະຈາ​ອີກ ຈະ​ເຮັດ​ໃຫ້​ໂຕະ​ເຈລະຈາ​ລົ້ມອີກ​ຄັ້ງ ​ແລະ ຈະ​ມີ​ບັນຫາ​ຫຍຸ້ງຍາກ​ອີກ. ​ເຈົ້າໜ້າ​ທີ່ ສປປ ​ເກົາຫລີ ກ່າວ​ວ່າ: ​ໃນ​ກໍລະນີ​ຮື້ຟື້ນການ​ເຈລະຈາ​ຂຶ້ນອີກ​ຄັ້ງ ທ່ານ​ຂໍ​ວ່າ​ຄູ່​ເຈລະຈາ​ຈະ​ບໍ່​ແມ່ນ​ທ່ານ ປອມ​ເປ​ໂອ ​ໂດຍ​ຂໍ​ໃຫ້​ເປັນ​ບຸກຄົນ​ທີ່​ມີ​ຄວາມ​ຮອບ​ຄອບ ​ແລະ ມີ​ວຸດ​ທິພາ​ວະ​ໃນ​ການ​ສື່ສານ​ກັນ. ທ່ານ ວອນ ​ເຕືອນ​ວ່າ: ຖ້າ​ອາ​ເມ​ລິ​ກາ​ຍັງ​ບໍ່​ແກ້​ໄຂ​ບັນຫາ​ຕົ້ນ​ເຫດ ຈະ​ເຮັດ​ໃຫ້ ສປປ ​ເກົາຫລີ ​ເຂົ້າສູ່​ການ​ຄອບ​ຄອງ​ອາວຸດ​ນິວ​ເຄຼຍ ​ແລະ ບໍ່​ມີ​ໃຜ​ທີ່​ຈະ​ຄາດ​ເດົາ​ສະຖານະ​ການ​ຢູ່​ແຫລມ​ເກົາຫລີ​ໄດ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ວອນ ບອກ​ວ່າ: ​ໂຊກ​ດີ​ທີ່​ທ່ານ ກິມ ຈ໋ອງອຸນ ຜູ້ນຳ ສປປ ​ເກົາຫລີ ​ແລະ ປະທານາທິບໍດີ ​ໂດ​ນັລ ທຣຳ ຂອງ​ອາ​ເມ​ລິ​ກາ ​ເປັນ​ຄູ່​ເຈລະຈາ​ທີ່​ດີ ​ເຖິງ​ວ່າການ​ເຈລະຈາ​ນິວ​ເຄຼຍຍັງ​ຢຸດ​ສະ​ງັກກໍ​ຕາມ.

ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ - Visit Laos Visit SALANA BOUTIQUE HOTEL - ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ
ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ - 5 - ສປປ ເກົາຫລີ ຂໍໃຫ້ຖອດລັດຖະມົນຕີຕ່າງປະເທດ ອາເມລິກາອອກຈາກຄະນະເຈລະຈານິວເຄຼຍ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!