ຜົນກອງປະຊຸມລັດຖະບານປະຈໍາເດືອນພຶດສະພາ 2017
ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນພຶດສະພາ 2017 ໄດ້ມີຂຶ້ນໃນວັນທີ 22-23 ນີ້, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ກອງປະຊຸມປືກສາຫາລື ແລະ ພິຈາລະນາຫລາຍບັນຫາສໍາຄັນຄື: (1) ຄົ້ນຄວ້າຮ່າງລັດຖະບັນຍັດຂອງປະທານປະເທດສະບັບເລກທີ 003/ປປທ ວ່າດ້ວຍຄ່າທໍານຽມ ແລະ ຄ່າບໍລິການສະບັບປັບປຸງ. (2) ຮ່າງແຜນຈັດຕັ້ງປະຕິບັດວຽກງານບໍລິຈາກເລືອດ 5 ປີຄັ້ງທີ II (2016-2020), ຍຸດທະສາດການພັດທະນາວຽກງານບໍລິຈາກເລືອດ (2016-2025) ແລະ ວິໄສທັດຮອດປີ 2030. (3) ຮ່າງດໍາລັດວ່າດ້ວຍການຝຶກອົບຮົມ ແລະ ພັດທະນາພະນັກງານ-ລັດຖະກອນ. (4) ຮ່າງດໍາລັດວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ-ລັດຖະກອນ. (5) ຮ່າງດໍາລັດວ່າດ້ວຍກອງທຶນພັດທະນາສີມືແຮງງານ. (6) ລາຍງານກ່ຽວກັບການຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດບັນດາມະຕິ, ດໍາລັດ, ຄໍາສັ່ງ, ຂໍ້ຕົກລົງຂອງລັດຖະບານ ແລະ ຄໍາເຫັນຊີ້ນໍາຂອງທ່ານນາຍົກລັດຖະມົນຕີ. (7) ລາຍງານກ່ຽວກັບແລວທາງດ່ວນນະຄອນຫລວງວຽງຈັນ-ບໍ່ເຕັ່ນ ຕອນທີ I ນະຄອນຫລວງວຽງຈັນ-ວັງວຽງ. (8) ຮ່າງດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ.
ສໍາລັບວຽກງານຈຸດສຸມໃນເດືອນມີຖຸນານີ້, ທ່ານນາຍົກລັດຖະມົນຕີໄດ້ເນັ້ນໃຫ້ເອົາໃຈໃສ່ບັນຫາສໍາຄັນຄື: ສືບຕໍ່ເອົາໃຈໃສ່ວຽກງານຮັກສາຄວາມສະຫງົບ, ສະຖຽນລະພາບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ, ໂດຍເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ເປັນຕົ້ນ: ບັນຫາຢາເສບຕິດ, ຄາດຕະກໍາ, ກຸ່ມແກ້ງຂີ່ລົດກວນເມືອງ, ຄ້າອາວຸດເຖື່ອນ, ອຸປະຕິເຫດບົນທ້ອງຖະໜົນ ແລະ ບັນຫາອື່ນໆ, ສືບຕໍ່ປັບປຸງກົນໄກການເກັບກໍາຂໍ້ມູນຖານລາຍຮັບໃຫ້ສໍາເລັດໂດຍໄວ, ກະກຽມລາຍງານ ຜົນການລົງກວດກາການນໍາເຂົ້າລົດທີ່ບໍ່ຖືກຕ້ອງ ແລະ ລາຍງານຜົນການລົງເກັບກໍາດັ່ງກ່າວໃຫ້ລັດຖະບານພິຈາລະນາ, ຕິດຕາມ ແລະ ຊຸກຍູ້ການຈັດຕັ້ງປະຕິບັດຄຳສັ່ງເລກທີ 09/ນຍ ວ່າດ້ວຍການປະຢັດລາຍຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນ, ເອົາໃຈໃສ່ການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ ໂດຍສະເພາະຢູ່ເຂດຫ່າງໄກສອກຫລີກໃຫ້ເປັນປົກກະຕິ ແລະ ທັນການ.
ເອົາໃຈໃສ່ຕິດຕາມ, ກວດກາ ແລະ ບູລະນະຮັກສາເສັ້ນທາງຫລວງແຫ່ງຊາດ, ເສັ້ນທາງສາຍຫລັກ ແລະ ເສັ້ນທາງສໍາຄັນອື່ນໆທີ່ເປເພ, ເຊາະເຈື່ອນໃນຊ່ວງໄລຍະລະດູຝົນນີ້ ເພື່ອຮັບປະກັນການຂົນສົ່ງໂດຍສານຕ່າງໆໃນທົ່ວປະເທດໃຫ້ມີຄວາມສະດວກ ແລະ ປອດໄພດີ.