ລັດຖະສະພາຍີ່ປຸ່ນຜ່ານຮ່າງກົດໝາຍຕ້ານກໍ່ການຮ້າຍແລ້ວ




ໂຕກຽວ 23 ພຶດສະພາ: ສະພາຜູ້ແທນລາຊະດອນຍີ່ປຸ່ນມີມະຕິຜ່ານຮ່າງກົດໝາຍຕໍ່ຕ້ານການກໍ່ການຮ້າຍ ທີ່ຫລາຍຝ່າຍສະແດງຄວາມກັງວົນວ່າຈະເປັນການຕັດຮອນສິດເສລີພາບປະຊາຊົນ.
ກົດໝາຍດັ່ງກ່າວຈະອະນຸຍາດໃຫ້ເຈົ້າໜ້າທີ່ສາມາດດຳເນີນຄະດີກັບບຸກຄົນ ຫລື ອົງການທີ່ສົມຮູ້ຮ່ວມຄິດວາງແຜນກໍ່ການຮ້າຍ ຫລື ອາດຊະຍາກຳຮຸນແຮງໄດ້, ແຕ່ບັນດາກຸ່ມປົກປ້ອງສິດທິມະນຸດ, ສະມາຄົມເນຕິບັນດິດສະພາ ແລະ ນັກວິຊາການຈຳນວນຫລາຍ ພັດບໍ່ເຫັນພ້ອມຕໍ່ຮ່າງກົດໝາຍ ເພາະຢ້ານວ່າຈະເກີດການໃຊ້ອຳນາດໃນທາງທີ່ຜິດ ແລະ ກະທົບປະຊາຊົນຜູ້ບໍລິສຸດ.
ເຖິງຢ່າງໃດກໍດີ, ລັດຖະບານຂອງນາຍົກລັດຖະມົນຕີ ຊິນໂຊ ອາເບະ ຕອບໂຕ້ວ່າ: ກົດໝາຍດັ່ງກ່າວເປັນສິ່ງຈຳເປັນທີ່ຈະໃຊ້ໃນການປ້ອງກັນໄພກໍ່ການຮ້າຍ ກ່ອນການເປັນເຈົ້າພາບຈັດການແຂ່ງຂັນກິລາໂອລິມປິກໃນປີ 2020, ຂະນະທີ່ເຈົ້າໜ້າທີ່ບາງຄົນກ່າວວ່າ: ກົດໝາຍຕໍ່ຕ້ານການກໍ່ການຮ້າຍເປັນໄປຕາມຂໍ້ກຳນົດອະນຸສັນຍາສະຫະປະຊາຊາດວ່າດ້ວຍການຕໍ່ຕ້ານອາດຊະຍາກຳຂ້າມຊາດທີ່ຈັດຕັ້ງໃນລັກສະນະອົງການ ຫລື UNTOC ທີ່ຍີ່ປຸ່ນຮ່ວມລົງນາມໃນປີ 2000.
ທັງນີ້, ພາຍຫລັງສະພາຕໍ່າຜ່ານກົດໝາຍຮຽບຮ້ອຍແລ້ວ ຈະຖືກສົ່ງໄປສະພາສູງ ເພ່ືອພິຈາລະນາອະນຸມັດຕໍ່ໄປ.