ຄວາມເປັນມາຂອງປະເພນີປີໃໝ່ລາວ
ຮຽບຮຽງໂດຍ: ລູກເມືອງພວນ
ບຸນສົງການປີໃໝ່ລາວ, ແມ່ນບຸນປະເພນີປະຈຳຊາດ ຂອງລາວເຊິ່ງມີຫຼາຍຊື່ເອີ້ນ ຕ່າງກັນເຊັ່ນ: ບຸນປີໃໝ່, ບຸນ ຫົດນໍ້າ, ບຸນເດືອນຫ້າ, ກຸດສົງການ, ເຊິ່ງຈະມີຂຶ້ນໃນລະ ຫວ່າງກາງເດືອນເມສາຂອງທຸກໆປີຢ່າງໜ້ອຍກໍຈະມີການສະຫລອງກັນເປັນເວລາ 3 ວັນ, ສັງຂານລວງ, ວັນເນົາ ແລະ ວັນສັງຂານຂຶ້ນ ຫລື ເອີ້ນກັນວ່າວັນຂຶ້ນປີໃໝ່ ລາວນັ້ນເອງຕາມພຸດທະສັງຄະລາດ. ບຸນນີ້ເປັນບຸນທີ່ມ່ວນທີ່ສຸດ. ເຊິ່ງໃນໂອກາດ ປີໃໝ່ມາເຖິງເບິ່ງໃບໜ້າໃບ ຕາທຸກຄົນລ້ວນແຕ່ຍິ້ມແຍ້ມ ແຈ່ມໃສ, ເບີກບານມ່ວນຊື່ນ, ພາກັນລື້ນເລີງຫຼິ້ນບຸນປີ ໃໝ່ດ້ວຍການຫົດນໍ້າໃຫ້ພອນ ເຊິ່ງກັນ ແລະ ກັນ. ປີໃໝ່ອວຍພອນກັນດ້ວຍຢົດນໍ້າ ທີ່ໃສສະອາດ, ນ້ຳອົບນໍ້າຫອມ, ນ້ຳຂີ້ໝີ້ນສົງພະ, ສົງຜູ້ເຖົ້າຜູ້ແກ່, ສົງຜູ້ເປັນພໍ່ເປັນແມ່, ອວຍພອນໄຊເຊິ່ງກັນ ແລະ ກັນ, ມີພິທີບາສີສູ່ ຂວັນ, ເສຍເຄາະກຳເພື່ອຮັບໂຊກ, ເຮັດບຸນທານຕ່າງໆ, ຕົບພະທາດຊາຍຢູ່ຕາມວັດວາອາຮາມ, ຢູ່ຕາມຫາດຊາຍແຄມນ້ຳ ແລະ ອື່ນໆ. ກິດ ຈະກຳຕ່າງໆເຫຼົ່ານີ້ ລ້ວນແຕ່ ເປັນການບຳເພັນກຸສົນໄປ ເຖິງດວງວິນຍານພໍ່ແມ່, ຄູບາ ອາຈານ ຫຼືຜູ້ມີພະຄຸນອື່ນໆ.
ການທີ່ຄົນລາວໃຊ້ນໍ້າທີ່ສະອາດ, ຫອມຫວນຫົດສົງ ແລະ ອວຍພອນກັນນັ້ນມັນມີຄວາມໝາຍວ່າ, ປີໃໝ່ ຟ້າໃໝ່ຈົ່ງມີສຸຂະພາບເຂັ້ມ ແຂງ, ຢູ່ຊຸ່ມກິນເຢັນ. ທຸກສິ່ງທຸກຢ່າງທີ່ບໍ່ດີໃຫ້ໄປນໍາປີເກົ່າ, ໃຫ້ໜີໄປນຳໄຟໃຫ້ໄຫຼ ໄປນຳນໍ້າ, ຍັງເຫຼືອໄວ້ແຕ່ຄຸນ ງາມຄວາມດີ, ສົດຊື່ນແຈ່ມໃສ ແລະ ຫອມຫວນຄືດັ່ງຢົດນໍ້າທີ່ໃສເຢັນເຫລົ່ານີ້.
ປີໃໝ່ລາວມີນິທານກ່າວໄວ້ວ່າ: ແຕ່ກີ້ແຕ່ກ່ອນມີລູກ ເສດຖີຜູ້ໜື່ງຊື່ ທ້າວທຳມະປາລະກຸມມານ, ຮຽນຈົບ ວິຊາໄຕເພດ ແມ່ນແຕ່ພາສາ ສັດກໍຍັງຮູ້ຈັກ ແລະ ມີພະຍາກະບິນລະພົມ ເປັນອາຈານສອນມຸງຄຸນ. ມື້ໜຶ່ງພະຍາກາບິນລະພົມໄດ້ລົງມາຖາມ ບັນຫານຳ ທຳມະປາລະກຸມມານວ່າ: “ຍາມເຊົ້າລາສີຂອງຄົນເຮົາຢູ່ໃສ? ຍາມ ກາງເວັນຢູ່ໃສ? ແລະ ຍາມ ກາງຄືນເດຢູ່ໃສ? “. ຖ້າແກ້ບໍ່ໄດ້ພະຍາກະບິນລະ ພົມຈະຕັດຄໍທຳມະປາລະກຸມມານຖິ້ມ, ຖ້າແກ້ໄດ້ຈະຕັດຄໍຕົນເອງບູຊາທຳມະປາລະກຸມມານ. ພະຍາກະບິນ ລະພົມກຳນົດໃຫ້ 7 ວັນຕ້ອງຕອບໃຫ້ໄດ້. ເມື່ອຄົບເຈັດວັນ ແລ້ວ, ທຳມະປາລະກຸມມານ ກໍມາແກ້ບັນຫາໃຫ້ຟັງຢ່າງ ຖືກຕ້ອງໝົດທຸກຂໍ້. ພະຍາກະບິນລະພົມ ຈຶ່ງຍອມຕັດຄໍຕົນເອງຕາມສັນຍາໄວ້ ແຕ່ຍ້ອນ ວ່າຫົວຂອງພະຍາກະບິນລະພົມມີຄວາມສັກສິດຫຼາຍ. ສະນັ້ນ, ກ່ອນຈະຕັດຄໍ, ກະບິນລະພົມຈິ່ງເອີ້ນ ທິ ດາລູກສາວທັງເຈັດມາເຂົ້າເຝົ້າຄື:
1. (ນາງ ປະຈຳວັນອາ ທິດ) ຊື່ ທຸງສະເທວີ ມີພະຍາ ຄຸດເປັນພາຫະນະ.
2. (ນາງ ປະຈຳວັນ ຈັນ) ຊື່ໂຄລາຄະເທວີມີເສືອ ເປັນພາຫະນະ.
3. (ນາງ ປະຈຳວັນອັງຄານ)ຊື່ຮາກສະເທວີ (ລາກ ສະ) ມີໝູເປັນພາຫະນະ.
4. (ນາງ ປະຈຳວັນພຸດ) ຊື່ ມຸນທາເທວີ ມີງູໃຫຍ່ ຫລື ພະຍານາກເປັນ ພາຫະນະ.
5. (ນາງ ປະຈຳວັນພະຫັດ) ຊື່ກິລິນີເທວີ ມີຊ້າງເປັນພາຫະນະ.
6. (ນາງ ປະຈຳວັນ ສຸກ) ຊື່ກິມິທາເທວີມີຄວາຍເປັນພາຫະນະ.
7. (ນາງ ປະຈຳວັນເສົາ) ຊື່ ມະໂຫທອນເທວີມີນົກຍຸງເປັນພາຫະນະ.
ເມື່ອທິດາທັງເຈັດມາໂຈມເອົາຫົວຂອງພໍ່ແລ້ວເອົາໄປປະດິດສະຖານໄວ້ຢູ່ຄັນທຸມາລີ ເທິງພູເຂົາໄກລາດ; ເພື່ອເຖິງວັນສ້ຽງປີໃໝ່; ທິດາແຕ່ລະຄົນຈະພັດປ່ຽນ ກັນ ເຊີນເອົາຫົວຂອງພໍ່ອອກມາ ແຫ່ອ້ອມເຂົາສຸເມຣຸ ຫຼື ເຂົາ ສະເໝນ ປີລະຄົນຕາມລຳດັບເພື່ອໃຫ້ເກີດຄວາມຢູ່ເຢັນ ເປັນສຸກ. ດັ່ງນັ້ນ, ຈິ່ງເປັນ ທີ່ມາຂອງການເຮັດບຸນປີໃໝ່ ລາວມາຮອດປັດຈຸບັນນີ້. ປີໃໝ່ແຕ່ລະປີຈະມີທິດາໜຶ່ງ ຄົນລົງມາຫົດສົງຫົວຂອງພໍ່. ມື້ລົງມາເອີ້ນວ່າ ມື້ສັງຂານ ລ່ວງ, ມື້ທິດາ ຢູ່ຫົດສົງຫົວ ຂອງພໍ່ເອີ້ນວ່າ ມື້ເນົາ, ມື້ກັບ ຄືນສູ່ຟ້າແຖນເອີ້ນວ່າມື້ສັງ ຂານຂຶ້ນນັ້ນເອງ.
ປີໃໝ່ລາວດັ້ງເດີມແທ້ ຈະແມ່ນມື້ຂຶ້ນ 1 ຄໍ່າ ເດືອນ ຈຽງ ຫຼືເດືອນອ້າຍ, ແຕ່ຍ້ອນ ມີການປ່ຽນແປງຈຶ່ງມາເປັນ ເດືອນ 5 ຕາມປະຕິທິນປະເພນີລາວ. ປີໃໝ່ຈະຖືກມື້ ໃດແທ້ ກໍສຸດແລ້ວແຕ່ການ ຄຳນວນຂອງນັກໂຫລາສາດ, ແຕ່ແນ່ນອນວ່າ ຈະ ຕ້ອງຕົກຢູ່ໃນເດືອນຂຶ້ນຫຼືປະມານກາງເດືອນເມສາ ຂອງທຸກໆປີ./.