ຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງແມ່ນບັນຫາເປັນຕາຍ
ໂດຍ : ລູກເມືອງພວນ
ການສໍ້ລາດບັງຫຼວງປຽບສະເໝືອນພະຍາດມະເຮັງຊະນິດໜຶ່ງທີ່ອັນຕະລາຍຮ້າຍແຮງທີ່ສຸດ ອາດເວົ້າໄດ້ວ່າບໍ່ມີຢາຊະນິດໃດສາມາດປົວຫາຍຂາດໄດ້, ມັນກຳລັງແຜ່ຫຼາຍທົ່ວໄປຢູ່ໃນທຸກປະເທດ ຕ່າງແຕ່ວ່າຫຼາຍ ຫຼື ໜ້ອຍແຕກຕ່າງກັນ. ສຳລັບປະເທດດ້ອຍພັດທະນາຄືປະເທດເຮົາ ການສໍ້ລາດບັງຫຼວງມີໂອກາດລະບາດຂຶ້ນໄດ້ງ່າຍກ່ວາປະເທດທີ່ຈະເລີນແລ້ວ ເນື່ອງຈາກວ່າປະເທດດ້ອຍພັດທະນາລະບົບກົດໝາຍບໍ່ທັນຮັດກຸ່ມເທົ່າທີ່ຄວນ ຫຼື ເອີ້ນວ່າບໍ່ທັນກາຍເປັນລັດແຫ່ງກົດໝາຍໄດ້ເທື່ອ. ເພາະພະຍາດດັ່ງກ່າວເປັນພະຍາດທີ່ເກີດມາພ້ອມກັບລະບອບສັກດິນນາ ອາດຍາສິດນັ້ນເອງ. ປະທານ ໂຮ່ຈິມິນ ເວົ້າວ່າ: “ ການສໍ້ລາດບັງຫຼວງ, ການຟູມເຟືອຍ, ອາດຍາສິດ ແມ່ນສິ່ງບໍ່ດີຂອງສັງຄົມເກົ່າ. ຖ້າພວກເຮົາຢາກສ້າງສັງຄົມໃໝ່, ສັງຄົມເສລີພາບ, ສັງຄົມດຸໝັ່ນປະຢັດຊື່ຕົງ ແລະ ບໍລິສຸດນັ້ນ ຕ້ອງລົບລ້າງຄວາມຊິນເຄີຍທີ່ບໍ່ດີຂອງສັງຄົມເກົ່າອອກໃຫ້ໝົດ” . ສາທາລະນະລັດປະຊາທິປະໄຕປະຊາຊົນລາວຂອງພວກເຮົາ ໄດ້ເກີດມາຈາກທ້ອງຂອງລະບອບສັກດິນນາອາດຍາສິດ. ສະນັ້ນ, ພະຍາດດັ່ງກ່າວມັນຈຶ່ງຕິດແສດ, ເກາະຫ້ອຍຢູ່ນໍາພະນັກງານ, ສະມາຊິກພັກຂອງພວກເຮົາບໍ່ໜ້ອຍ ຊຶ່ງເປັນສິ່ງຫຼີກລຽງບໍ່ໄດ້. ໃນເມື່ອຢາກກ້າວຂຶ້ນສັງຄົມໃໝ່ ສັງຄົມນິຍົມຈໍາເປັນຕ້ອງດໍາເນີນການປະຕິວັດກຳຈັດພະຍາດທີ່ຮ້າຍກາດນີ້ໃຫ້ໝົດໄປ, ຖ້າບໍ່ດັ່ງນັ້ນມັນກໍຈະເປັນໄພຄຸກຄາມປະເທດຊາດຢູ່ຕະຫຼອດເວລາ. ໃນເມື່ອຍັງມີຊີວິດຢູ່ ປະທານ ໄກສອນ ພົມວິຫານ ເປັນຫ່ວງເປັນໄຍຕໍ່ປະເທດຊາດບ້ານເມືອງທີ່ສຸດແມ່ນ: “ ຢ້ານຜູ້ເປັນນາຍຍຸກໃໝ່ຊິກາຍເປັນອາດຍາສິດ. ເມື່ອໄດ້ເປັນການນຳແລ້ວຊິເກີດພະຍາດຫ່າງເຫີນປະຊາຊົນ, ຢ້ານຄວາມສາມັກຄີພາຍໃນຊິແຕກແຍກ, ຢ້ານເກີດລັດທິສວຍໂອກາດ ”. ອາດເວົ້າໄດ້ວ່າ: ພະຍາດສໍ້ລາດບັງຫຼວງແມ່ນພະຍາດໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່ຂອງຕົນເອງເພື່ອຍັກຍອກສໍ້ໂກງເອົາຊັບສົມບັດຂອງລັດ ຂອງລວມໝູ່, ຂອງປະຊາຊົນ, ຮັບສິນບົນ ແລະ ພຶດຕິກຳອື່ນໆອີກ ເພື່ອຫາຜົນປະໂຫຍດໃຫ້ແກ່ຕົນເອງ. ອັນນີ້ແມ່ນພຶດຕິກຳທີ່ຕໍ່າຕ້ອຍທີ່ສຸດໃນສັງຄົມ, ແມ່ນພຶດຕິກຳທີ່ເປັນໜ້າລັງກຽດຂອງທຸກຄົນ. ຖ້າສັງຄົມໃດຫາກຍັງມີສັດຕູໂຕນີ້ຄົງຕົວຢູ່, ແມ່ນປະເທດຊາດຈະຫາຍຍານະບໍ່ໄວກໍຊ້າຢ່າງແນນອນ.
ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງແມ່ນພາລະກິດປະຕິວັດອັນໜຶ່ງທີ່ພັກເຮົາຈະຕ້ອງໄດ້ດຳເນີນຢ່າງຈິງຈັງ. ເຖິງຈະຫຍຸ້ງຍາກສັບສົນ ແລະ ຍາວນານປານໃດກໍຕ້ອງໄດ້ເຮັດ, ຖ້າບໍ່ດັ່ງນັ້ນປະເທດຊາດຈະເສຍຫາຍໄປຫຼາຍກ່ວານີ້. ການຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງແມ່ນວຽກທີ່ຫຍຸ້ງຍາກສັບສົນພໍສົມຄວນ, ບໍ່ສາມາດເຮັດໃນມື້ໜຶ່ງຍາມດຽວໄດ້. ຢາກຕ້ານ ແລະ ສະກັດກັ້ນໄດ້ມັນຕ້ອງອາໄສກົນໄກ, ເຄື່ອງມື ແລະ ວິທີການ ທີ່ແນ່ນອນ, ມີປະສິດທິຜົນ. ກ່ອນອື່ນໝົດຕ້ອງມີ:
- ລະບົບກົນໄກ:
- ການສຶກສາອົບຮົມການເມືອງ-ແນວຄິດ ເປັນຫຼັກ
- ມີລະບົບກວດສອບ, ກວດກາທີ່ເປັນລະບົບແຕ່ສູນກາງລົງເຖິງທ້ອງຖິ່ນ ເປັນສຳຄັນ
- ມີລະບົບກົດໝາຍທີ່ຮັດກຸ່ມ: ໝາຍຄວາມວ່າຕ້ອງມີກົດໝາຍລວມ ແລະ ກົດໝາຍສະເພາະຂອງແຕ່ລະຂະແໜງການປະສານສົມທົບກັນຢ່າງກົມກຽວ ແມ່ນຄວາມຈຳເປັນ.
- ເຜີຍແຜ່ລະບົບກົດໝາຍ ໂດຍສະເພາະແມ່ນກົດໝາຍທີ່ກ່ຽວຂ້ອງກັບການສໍ້ລາດບັງຫຼວງ.
- ລະບົບເຄື່ອງມື:
- ມີກົດໝາຍ
- ມີຕຳຫຼວດ
- ມີສານ, ໄອຍະການ
- ມີຄຸກ
- ວິທີການ:
- ຕິດຕາມກວດກາ
- ສືກສາອົບຮົມ
- ຕຳນິສົ່ງຂ່າວຊ່ວຍເຫຼືອຊຶ່ງກັນ ແລະ ກັນ
- ຈັດຕັ້ງເຊື່ອມຊຶມມະຕິຄຳສັ່ງຕ່າງໆຂອງພັກ ຂອງລັດ
- ເພີ່ມທະວີຄວາມເປັນແບບຢ່າງຂອງພະນັກງານ, ສະມາຊິກພັກ.
- ມາດຕະການລົງໂທດ:
- ກ່າວເຕືອນ
- ໃສ່ວິໄນຕາມຄວາມຜິດ
- ໃຊ້ມາດຕະການທາງດ້ານບໍລິຫານ: ປົດໜ້າທີ່ຕຳແໜ່ງ, ໃຫ້ອອກການ, ຢຸດຕິການເປັນສະມາຊິກພັກ.
- ປະຕິບັດກົດໝາຍຢ່າງເຄັ່ງຄັດ
- ຈຳຄຸ(ຕັດອິດສະຫຼະພາບ)
- ປະຫານຊີວິດ.
ທັງໝົດນີ້, ແມ່ນໂຄງປະກອບທີ່ຈຳເປັນຈຳນວນໜຶ່ງ ເພື່ອຕ້ານ ແລະ ສະກັດກັ້ນ ການສໍ້ລາດບັງຫຼວງ. ແຕ່ສິ່ງທີ່ສໍາຄັນທີ່ສຸດກໍຍັງແມ່ນຄວາມຕື່ນຕົວເປັນເຈົ້າການຂອງພະນັກງານ, ສະມາຊິກພັກຂອງພວກເຮົາທຸກຄົນ. ເພາະການສໍ້ລາດບັງຫຼວງສ່ວນຫຼາຍແມ່ນເກີດຂຶ້ນກັບພະນັກງານສະມາຊິກພັກຂອງພວກເຮົາ ໂດຍສະເພາແມ່ນພະນັກງານທີ່ມີໜ້າທີ ຕຳແໜ່ງ ມີສິດອຳນາດທີ່ສັງກັດຢູ່ໃນກົງຈັກພັກ-ລັດຂອງພວກເຮົາ. ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ, ຄຸນສົມບັດ, ສິນທຳປະຕິວັດໃຫ້ແກ່ພະນັກງານ, ສະມາຊິກພັກເປັນປະຈຳ ໄປພ້ອມກັບມາດຕະການທາງກົດໝາຍຢ່າງເຂັ້ມງວດ.