ມີຄວາມຈະເລີນດ້ານວັດຖຸເທົ່າໃດ ຈິດໃຈບາງຄົນຍິ່ງເສື່ອມ
ໂດຍ: ທິດກ່ຳ
ປັດຊະຍາວັດຖຸນິຍົມສັດຈະວິພາກໄດ້ກ່າວວ່າ: ວັດຖຸຕັດສິນຈິດໃຈ, ໄກ່ເກີດກ່ອນໄຂ່, ຖ້າບໍ່ມີໄກ່ກໍຈະບໍ່ມີໄຂ່. ນີ້ຄືສັດຈະທຳແຫ່ງຄວາມຈິງທີ່ເປັນສິ່ງຢັ້ງຢືນສຳລັບຄົນເຮົາເກີດມາເປັນມະນຸດ ຢູ່ໃນວັດຕະສົງສານ.
ໃນຍຸກໂລກາພິວັດຄືສູ່ມື້ນີ້ ເບິ່ງອັນໃດທີ່ມັນຍັງບໍ່ທັນເກີດກໍຄືວ່າເກີດ, ອັນໃດມັນຍັງບໍ່ທັນມີມັນກໍມີ ແລະ ສິ່ງໃດທີ່ບໍ່ທັນເຄີຍເຫັນມັນ ກໍເຫັນ ເປັນຕົ້ນອັນທີ່ເປັນກະ ແສ ໜັກໜ້າໃນສັງຄົມຂອງໂລກ ແລະ ຂອງບ້ານເມືອງເຮົາໃນປັດຈຸບັນນີ້ກໍຄືຄວາມໂກດ, ຄວາມໂລບ, ຄວາມຫລົງຂອງຄົນ, ເຊິ່ງຍາມໃດກໍບໍ່ມີເມືອງພໍ.
ຖ້າພວກເຮົາຫາກເບິ່ງ ກວ້າງໄປໄກໆຫາຊິກໂລກບາງບ່ອນ, ບາງພື້ນທີ່ກໍພວມ ມີການຂັດແຍ້ງກັນທາງດ້ານຜົນປະໂຫຍດ, ແກ້ງແຍ້ງແຂ່ງຂັນທາງດ້ານຄວາມຍິ່ງໃຫຍ່, ໃຜກໍບໍ່ຍອມໃຜ, ເອົາສາດຕຣາອາວຸດມາອ້າງກັນ ແລະ ເຮັດເສິກກັນ.
ບ່ອນໃດມີຜົນປະໂຫຍດກໍໄປຫາບຸກລຸກແຍ້ງຊີງເອົາ, ຂົ່ມເຫັງເຕັງເຕັກເອົາ, ແບ່ງພັກແບ່ງພວກຫາວິທີກີດກັ້ນ ຂວໍ້າບາດໃຫ້ຜູ້ອື່ນມີຄວາມທຸກຍາກສັບສົນ ຫລື ບໍ່ກໍໃຫ້ເຂົາຈິບຫາຍວາຍວອດ. ນີ້ຄືແນວຄິດຈິດໃຈຂອງມະນຸດໃນຍຸກ 4.0.
ເມື່ອອ່ວາຍໜ້າມາ ເບິ່ງສະພາບບ້ານເມືອງເຮົາໃນປັດຈຸບັນກໍນັບມື້ມີການປ່ຽນແປງແຕກຕ່າງຈາກສະໄໝກ່ອນໄປຕິກໆ.
ຄຽງຄູ່ກັບການພັດທະນາສ້າງສາບ້ານເມືອງໃນສິ່ງທີ່ດີໆກ້າວໜ້າມີຄວາມຈະເລີນຮຸ່ງເຮືອງໄປແລ້ວສິ່ງ ຕາມມາກໍຄືສິ່ງຫຍໍ້ທໍ້ໄດ້ປາກົດຕົວຂຶ້ນຢ່າງພົ້ນເດັ່ນໃນ ແຕ່ລະວັນເປັນຕົ້ນແມ່ນບັນ ຫາຢາເສບຕິດ, ອຸປະຕິເຫດ ໃນຖະໜົນ, ມີຄົນເຈັບຄົນຕາຍບໍ່ໄດ້ຂາດມື້.
ບາງກໍລະນີພັດມີການຜິດຖຽງກັນຍ້ອນຍາດດິນດອນຕອນຫຍ້າ, ດິນກູຊື້ມາ ເປັນລ້ານສອງລ້ານບາດມີໃຜກ້າມາລ່ວງລ້ຳ, ບັກໃດໃຫຍ່, ບັກໃດເກັ່ງທັງຈົກປືນ ອອກມານາບຂູ່ຍິງຂຶ້ນຟ້າດ່າປະຊາຊົນ, ບາງຄົນກິນເຫລົ້າເມົາແລ້ວຂັບລົດເກີດອຸປະຕິເຫດຕຳຄົນແລ້ວໜີ ຫລື ແກ່ລາກກັນໄປໂດຍບໍ່ຮູ້ສະຕິ.
ບາງຄົນກິນເຫລົ້າເມົາໄປຕຳກົ້ນລົດໝູ່ກໍໂວຍວາຍເອົາອຳນາດບາດໃຫຍ່ອິດທິພົນມານາບຂູ່ກັນ ເດ່ປືນຂຶ້ນ ຟ້າທັງຖາມວ່າ “ມຶງເປັນລູກໃຜ” ສາລະພັດຢ່າງ. ຕໍ່ຜູ້ທີ່ກະທຳແບບນີ້ມັນກໍແມ່ນຂັ້ນພະນັກງານຫລັກແຫລ່ງແກນນຳ ຫລື ເປັນສະມາຊິກພັກ ໃນອົງກອນທ້ອງຖິ່ນຮາກຖານ ແລະ ເປັນເຊື້ອສາຍລູກຫລານຜູ້ໃຫຍ່ໄມ້ສູງຂອງ ບ້ານເມືອງເຮົາ.
ຕາມທິດກ່ຳວ່າ, ສິ່ງເຫລົ່ານີ້ມັນເກີດມາຈາກໃສ? ຕາມຫລັກຂອງພຸດທະປັດຊະຍາ ແລ້ວເພິ່ນວ່າມັນເກີດມາຈາກອາລົມຈິດຄວາມບໍ່ໝັ້ນທ່ຽງ, ເກີດຄວາມໂກດ, ຄວາມໂລບ, ຄວາມຫລົງ, ເມື່ອໃດອຳນາດຂອງວັດຖຸ ແລະ ຖານະຕຳແໜ່ງມາຄອບງຳຫລາຍເທົ່າໃດແນວຄິດຈິດໃຈຂອງຄົນເຮົາມັນກໍລືມຕົວລືມຕົນ, ແຜງອຳນາດບາດໃຫຍ່, ໂອ້ອວດໂອຫັງເກີດພະຍາດອາຍາສິດຂຸນ ເສິກມາຄອບງຳປານປີ່ກັບຄຸ່ຍ, ເວົ້າເຖິງແນວຄິດຈິດ ໃຈກໍນັບມື້ເຊ່ືອມທາດ, ຫ່າງ ເຫີນຈາກປະຊາຊົນ, ມະຫາຊົນ ແລະ ຖືຄົນອື່ນເປັນຜູ້ທີ່ຕ້ອຍຕ່ຳກວ່າຕົນເອງ.
ຕໍ່ປາກົດການທີ່ວ່ານີ້, ບັນດາຜູ້ນຳໃນຍຸກການປະ ຕິວັດຊາດປະຊາທິປະໄຕ ເພິ່ນເຄີຍກຳສັບ, ຕັກເຕືອນ ແລະ ສັ່ງສອນມາຕະຫລອດ ວ່າຖ້າບຸກຄົນໃດມີພະຍາດ ອາຍາສິດຕິດຕົວແລ້ວການ ເຮັດວຽກງານຈະຫຍຸ້ງຍາກສັບສົນ, ທັງບໍ່ມີຜົນສຳເລັດ, ຄວາມມຸ່ງຫວັງກໍຈະບໍ່ໄປເຖິງເປົ້າ ແລະ ຈະເສື່ອມສັດທາ ຕໍ່ມະຫາຊົນ ເພາະບຸກຄົນເຫລົ່າ ນີ້ຂາດສິນທຳປະຈຳໃຈ, ເຫັນແຕ່ເບື້ອງຕົນເອງ ແຕ່ບໍ່ຫົວຊາເຖິງສິດທິ ແລະ ຜົນປະໂຫຍດຂອງຄົນອື່ນ.
ພະຍາດດັ່ງກ່າວນີ້, ຖ້າເກີດມີຢູ່ໃນສະມາຊິກພັກ- ພະນັກງານຖືວ່າເປັນອັນຕະ ລາຍຕໍ່ບ້ານເມືອງ, ຕໍ່ສັງຄົມ ແລະ ຕໍ່ປະຊາຊົນ.
ເຖິງຢ່າງໃດກໍດີ, ຕາມເຮົາວ່າຖ້າຢາກອອກຈາກພະຍາດດັ່ງກ່າວກໍມີແຕ່ຝຶກຝົນຕົນເອງ ໃຫ້ຢູ່ໃນຫລັກ ຂອງສິນທຳ, ປະຕິບັດກົດໝາຍບ້ານເມືອງ, ຮູ້ເມືອງ ພຽງເມືອງພໍ, ມີສະຕິ, ມີເມດຕາກະລຸນາ, ພະຍາຍາມລະເວັ້ນຄວາມໂກດ, ຄວາມໂລບ, ຄວາມຫລົງ ຖືວັດຖຸເປັນສິ່ງ ນອກກາຍ, ທຳຈິດໃຈໃຫ້ໝັ້ນທ່ຽງ, ສະຫງົບ, ມີເຫດມີຜົນ, ຮູ້ເຂົາຮູ້ເຮົາ, ຮູ້ເພິ່ນຮູ້ໂຕ ແລ້ວ ຄວາມສຸກທຸກຢ່າງມັນກໍຈະມາຢູ່ນຳພວກເຮົາ.