UN ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ

un ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ - D1xl8SnWsAEuD34 - UN ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ
un ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ - kitchen vibe - UN ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ

      ສະຫະ​ປະຊາ​ຊາດ ​ແລະ ໜ່ວຍ​ງານ​ພັນທະ​ມິດອີກ​ຫລາຍ​ແຫ່ງ ຮ່ວມ​ກັບ​ລັດຖະບານ​ຂອງ​ບັນດາ​ປະ​ເທດ ​ເລັ່ງຊ່ວຍ​ເຫລືອ​ຊາວ​ຊິ​ມບຳ​ເວ, ​ໂມ​ຊຳ​ບິ​ກ ​ແລະ ມາລາ​ວີ ​ເຊິ່ງຍັງ​ເດືອດຮ້ອນ​ຢ່າງ​ໜັກ​ຈາກ​ອິດ​ທິພົນ​ຂອງ​ພາ​ຍຸ​ໄຊ​ໂຄນ “​ໄອ​ດ​າຍ” ທີ່​ພັດ​ຖະຫລົ່ມ​ໃນ​ອາທິດ​ຜ່າ​ນມາ ​ແລະ ຈຳນວນ​ຜູ້​ເສຍ​ຊີວິດ​ອາດ​ເຖິງ​ຫລັກ​ພັນ​ຄົນ.

      ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ: ສຳນັກງານ​ເພື່ອ​ການ​ປະສານ​ງານ​ດ້ານ​ມະນຸດສະທຳ​​ແຫ່ງ​ສະຫະ​ປະຊາ​ຊາດ (OCHO) ​ແລະ ສະຫະພັນ​ກາ​ແດງ ​ແລະ ຊີກ​ວົງ​ເດືອນ​ແດງ​ສາກົນ (IARC) ຍັງ​ຄົງ​ເຮັດ​ໜ້າ​ທີ່​ເປັນ​ໜ່ວຍ​ງານ​ຫລັກ​ລະດັບ​ນາໆ​ຊາດ ​ໃນ​ການ​ສົ່ງ​ມອບ​ການ​ຊ່ວຍ​ເຫລືອ​ໃຫ້​ແກ່​ປະຊາຊົນ​ຢູ່​ໂມ​ຊຳ​ບິ​ກ, ມາລາ​ວີ ​ແລະ ຊິ​ມບຳ​ເວ ​ເຊິ່ງຍັງ​ເດືອດຮ້ອນ​ຢ່າງ​ໜັກ​ຈາກ​ອິດ​ທິພົນ​ຂອງ​ພາຍຸ​ໄຊ​ໂຄນ​​ໄອດາຍ (Idai) ທີ່​ພັດ​ຜ່ານ​ທັງ 3 ປະ​ເທດ​ຢູ່​ທາງ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ທະວີບອາ​ຟຣິກາ ​ໃນ​ອາທິດ​ຜ່ານ​ມາ.

      ປະທານາທິບໍດີ ຟິລິ​ເປ ​ເອັນ​ຢູຊີ ຜູ້ນຳ​ໂມ​ຊຳ​ບິ​ກ ກ່າວ​ວ່າ: ພື້ນທີ່​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ຮຸນ​ແຮງ​ທີ່​ສຸດ​ຄື​ເມືອງ​ເບຣາ ຕັ້ງຢູ່​ພາກ​ກາງ ​ໂດຍ​ຈຳນວນ​ຜູ້​ເສຍ​ຊີວິດ​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ເປັນ​ຫລາຍ​ກວ່າ 200 ຄົນ​ແລ້ວ, ​ແຕ່​ມີ​ທ່າ​ອ່ຽງສູງ​ທີ່​ຈະ​ເຖິງ​ຫລັກ​ພັນ ​ແລະ ປະຊາຊົນ​ປະມານ 350.000 ຄົນ ຕ້ອງການ​ການ​ຊ່ວຍ​ເຫລືອ​ດ້ານ​ມະນຸດສະທຳ​ຢ່າງ​ຮີບ​ດ່ວນ.​ ​ໄຊ​ໂຄນ​ໄອ​ດາຍ​ຂ້າ​ຊີວິດ​ຊາວ​ຊິ​ມບຳ​ເວ​ເກືອບ 100 ຄົນ, ​ແຕ່​ຍັງ​ສູນຫາຍ​ອີກ 200 ຄົນ ສ່ວນ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ມາລາ​ວີ​ເພີ່ມ​ເປັນ​ຢ່າງ​ໜ້ອຍ 176 ຄົນ.

    ທັງ​ນີ້, ອິດ​ທິພົນ​ຂອງ​ໄຊ​ໂຄນ​ໄອ​ດາຍ​ຖື​ເປັນ​ພາຍຸ​ໝຸນ ​ເຊິ່ງມີ​ກຳລັງ​ລົມ​ຮຸນ​ແຮງ​ທີ່​ສຸດ​ໃນ​ຮອບ​ຫລາຍ​ທົດ​ສະ​ວັດ​ທີ່​ພັດ​ຖະຫລົ່ມ​ກຸ່ມ​ປະ​ເທດ​ທາງ​ຕອນ​ໃຕ້​ຂອງ​ທະວີບອາ​ຟຣິກາ ​ໂດຍ​ມີ​ລັດສະໝີ​ທຳລາຍ​ລ້າງ​ກວ້າງ​ຫລາຍ​ຮ້ອຍ​ກິ​ໂລ​ແມັດ. ​ໂຄງການ​ອາຫານ​ໂລກ (WFP) ພະຍາຍາມ​ລຳລຽງ​ອາຫານ​ສຳລັບ​ປະຊາຊົນ 600.000 ຄົນ ​ໃຫ້​ແກ່​ທັງ​ສາມ​ປະ​ເທດ, ​ແຕ່​ຍັງ​ຕ້ອງ​ຜະ​ເຊີນ​ກັບ​ອຸປະສັກ ຄື​ລະດັບ​ນ້ຳຍັງ​ຖ້ວມ​ສູງ, ກະ​ແສ​ລົມ​ພັດ​​ແຮງ ​ແລະ ​ເສັ້ນທາງ​ຄົມມະນາຄົມ​ສາຍ​ສຳຄັນ​ຖືກ​ຕັດຂາດ​ເພາະ​ພາຍຸ.

un ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ - 4 - UN ເລັ່ງຊ່ວຍ 3 ປະເທດໃນອາຟຣິກາ ເຫຍື່ອໄຊໂຄນຄາດຕາຍຫລັກພັນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!